Home ຂ່າວໜ້າໜຶ່ງ ໂຮມຊຸມນຸມເນື່ອງໃນວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດຄົບຮອບ 73 ປີ

ໂຮມຊຸມນຸມເນື່ອງໃນວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດຄົບຮອບ 73 ປີ

0

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດຄົບຮອບ 73 ປີ (13 ສິງຫາ 1950 – 13 ສິງຫາ 2023) ວັນທີ 11 ສິງຫາ 2023 ທີ່ ຫໍວັດທະນະທຳແຫ່ງຊາດ ໂດຍເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທຽ່ວ ມີ ຮອງລັດຖະມົນຕີ ອະດີດການນຳ ຫົວໜ້າກົມ ຫົວໜ້າອຳນວຍການ ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນຜ່ານບົດລາຍງານປະຫວັດຄວາມເປັນມາ ມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍເຊິ່ງມີບາງຕອນໄດ້ກ່າວວ່າ:ເມື່ອ​ຫວນ​ຄືນ​ 73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍທີ່​ຜ່ານ​ມາແມ່ນໄດ້ມີການປ່ຽນແປງ ປັບປຸງ ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ-ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະນິດ ແໜ້ນ ສະແດງໃຫ້ເຫັນໃນປີ 2022 ແລະ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ສາມາດຍາດໄດ້ຜົນງານທີ່ຜົນເດັ່ນຫຼາຍດ້ານໂດຍສະເພາະວຽກງານໂຄສະນາຜ່ານສື່ມວນຊົນ ໃນໄລຍະທີ່ຜ່ານມາສື່ມວນຊົນລາວ ຂອງລັດ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ຂອງສັງ ຄົມທັງ ລະດັບສູນກາງ ແລະ ທ້ອງຖິ່ນ ໄດ້ປະຕິບັດໜ້າທີ່ຕາມພາລະບົດບາດການໂຄສະນາໂດຍເນັ້ນໃສ່ບາງເນື້ອເປັນຕົ້ນຕໍ້ ຄື:1) ໄດ້ເອົາໃຈໃສ່ ໂຄສະນາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ການຈັດຕັ້ງປະຕິບັດແຜນ ພັດທະນາພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ວຽກງານຈຸດສຸມຂອງລັດຖະບານ ວຽກງານຂອງສະພາແຫ່ງຊາດເຊັ່ນ: ການດຳເນີນກອງປະຊຸມສະໄໝສາມັນ ແລະ ວິສາມັນຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ – ນະຄອນຫຼວງໃນແຕ່ລະໄລຍະໂດຍນຳໃຊ້ສື່ຕ່າງໆ ເຊັ່ນ: ໂທລະພາບ ວິທະຍຸກະຈາຍສຽງ ຂ່າວສານ ສື່ສິ່ງພິມ ສື່ເອເລັກ ໂຕຣນິກ ແລະ ສື່ແບບໃໝ່ທາງອອນໄລ ໃນນັ້ນ ໄດ້ຕິດຕາມການສົ່ງສັນຍານວິທະຍຸແຫ່ງຊາດລະບົບ AM ແລະ FM ສັນຍານໂທລະພາບແຫ່ງຊາດ ຜ່ານດາວທຽມຕະຫຼອດ 24 ຊົ່ວໂມງຢ່າງເປັນປົກກະຕິ 2) ໄດ້ສຸມໃສ່ເຜີຍແຜ່ຂ່າວສານການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ຄື: ວາລະວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໂດຍສະເພາະແມ່ນເອົາໃຈໃສ່ໂຄສະນາການແກ້ໄຂບັນຫາການຄ້າຂາຍຢາເສບຕິດ ຢູ່ແຕ່ລະທ້ອງຖິ່ນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ໂດຍຜ່ານການຖະແຫຼງຂ່າວຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ການຈັບກຸມຜູ້ຕ້ອງຫາ ການດໍາເນີນຄະດີຜູ້ຄ້າຂາຍຢາເສບຕິດ ແລະ ອອກໂຄສະນາຜົນຮ້າຍຂອງຢາເສບຕິດ ເພື່ອປູກຈິດສຳນຶກໃຫ້ຊາວໜຸ່ມ ເຍົາວະຊົນ ກໍຄືປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັນຫາດັ່ງກ່າວ ສ່ວນການປະຕິບັດການປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກບັນຫາເສດຖະກິດ-ການເງິນ ແມ່ນ ສຸມໃສ່ໂຄສະນາການຟື້ນຟູເສດຖະກິດ-ການເງິນ ໂດຍໄດ້ສືບຕໍ່ໂຄສະນາການຊຸກຍູ້ ການເຄື່ອນໄຫວ ຂອງແຕ່ລະຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ການສົ່ງເສີມການຄ້າ ການລົງທຶນໂຄງການຕ່າງໆ ເປັນຕົ້ນ: ການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ການຂົ່ນສົ່ງສິນຄ້າ ການພັດທະນາພະລັງງານໄຟຟ້າ ການຂຸດຄົ້ນບໍ່ແຮ່ ການສົ່ງເສີມການຜະລິດສິນຄ້າຂອງປະຊາຊົນ ແລະ ການສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນປະເທດ ການ ປູກຝັງ-ລ້ຽງສັດ ຄອບຄົວຕົວແບບການຜະລິດສິນກະສິກຳເປັນສິນຄ້າ ການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ການ ຕ້ອນ ຮັບນັກທ່ອງທ່ຽວສາກົນ ໃນໄລຍະການເປີດປະເທດຢ່າງເຕັມຮູບແບບ 3) ໄດ້ໂຄສະນາ ເພື່ອສະກັດກັ້ນ ການແຜ່ລະບາດຂອງພະຍາດຕ່າງໆ ເປັນຕົ້ນ: ໂຄວິດ-19 ແລະ ພະຍາດທີ່ເກີດຂຶ້ນຕາມລະດູການ ການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ການຕ້ານ ແລະ ການສະກັດກັ້ນການຟອກເງິນຢູ່ ສປປ ລາວ ວຽກງານເສດຖະກິດ ວັດທະນະທຳ-ສັງຄົມ ແລະ ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ 4) ຄຸ້ມຄອງດ້ານພາຫານະສື່ມວນຊົນເຊັ່ນ: ອອກບັດນັກຂ່າວຈຳນວນ 907 ບັດ ແລະະ ອອກໃບອະນຸຍາດສ້າງຕັ້ງ ການເຄື່ອນໄຫວ ການຕິດຕາມກວດກາ ແລະ ຊຸກຍູ້ສົ່ງເສີມ 5) ສ້າງຕັ້ງວາລະສານ ຈຳນວນ 3 ສະບັບ ແລະ ຈັດກອງປະຊຸມປັບປຸງປຶ້ມ ສື່ມວນຊົນ ກັບສິດທິເດັກ 3 ຄັ້ງ 6)ອອກໃບອະນຸຍາດໜ້າເພຈສື່ອອນໄລຈຳນວນ 124 ໜ້າເພຈ 7) ພື້ນຖານໂຄງລ່າງທາງດ້ານເຕັກນິກຂອງໂທລະພາບແຫ່ງຊາດລາວໄດ້ມີການປັບປຸງ ຄ່ອຍຫັນປ່ຽນຈາກລະບົບອານາລ໋ອກເປັນລະບົບດີຈີຕອນເທື່ອລະກ້າວ ນອກຈາກນັ້ນກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍ ແລະ ຄາດໝາຍຕົ້ນຕໍຂອງວຽກງານຖະແຫຼງຂ່າວ-ສື່ມວນຊົນ ໂດຍໄດ້ເອົາໃຈໃສ່ພັດທະນາບຸຄະລາກອນໃນຂະແໜງດັ່ງກ່າວ ແລະ ໄດ້ຂະຫຍາຍວິທະຍຸຂັ້ນເມືອງໄດ້ 4 ຈຸດ ລະບົບໂທລະໂຄ່ງຢູ່ຂັ້ນບ້ານໄດ້ 1.751 ບ້ານ ໄດ້ຂະຫຍາຍລະບົບເຕັກນິກໃຫ້ທັນສະໄໝຈາກລະບົບອນານລ໋ອກໄປສູ່ລະບົບດີຈີຕອນໄດ້ 1 ແຫ່ງເທົ່າກັບ 4,5% ຂອງແຜນການ ແລະ ໄດ້ປັບປຸງກົດໝາຍ ແລະ ບັນດານິຕິກຳໃຕ້ກົດໝາຍຂອງຂະແໜຖະແຫຼງຂ່າວ ແລະ ສື່ມວນຊົນໄ ດ້ 3 ສະບັບເທົ່າກັບ 60% ຂອງແຜນການ ຄ່ຽງຄູ່ກັນນ້້ນໄດ້ເສີມຂະຫຍາຍການພົວພັນຮ່ວມມືວຽກງານຖະແຫຼ່ງຂ່າວ-ສີື່ມວນຊົນກັບສາກົນ.

ໃນໂອກາດນີ້ ທ່ານ ວັນສີ ກົວມົວ ໄດ້ເປັນກຽດຂຶ້ນໂອ້ລົມໂດຍເນັ້ນໃຫ້ສື່ມວນຊົນ ແລະ ການພິມຈຳໜ່າຍ ສຸມໃສ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມ ສຸ່ມໃສ່ໂຄສະນາ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ກອງປະຊຸມລັດຖະມົນຕີປະຊາຄົມວັດທະນະທຳ-ສັງຄົມອາຊຽນ ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ງານວາງສະແດງທ່ອງທ່ຽວອາຊຽນ ແລະ ບັນດາກິດຈະກຳທີ່ປິ່ນອ້ອມປີທ່ອງທ່ຽວລາວ 2024 ສືບຕໍ່ສຸມໃສ່ເຜີຍແຜ່ຂ່າວສານການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ສືບຕໍ່ໂຄສະນາການສະກັດກັ້ນການແຜ່ລະບາດຂອງພະຍາດຕ່າງໆ ທີ່ເກີດຂຶ້ນຕາມລະດູການ ການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ການຕ້ານ ແລະ ການສະກັດກັ້ນການຟອກເງິນ ວຽກງານເສດຖະກິດ ວັດທະນະທຳ-ສັງຄົມ ແລະ ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ສຸມໃສ່ພັດທະນາຜະລິດຕະພັນສື່ມວນຊົນ ແລະ ພິມຈໍາໜ່າຍສູ້ຊົນຂະຫຍາຍການຮ່ວມມື ດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ພິມຈໍາໜ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ບັນດາປະເທດອາຊຽນ ປະເທດຄູ່ຮ່ວມເຈລະຈາ ແລະ ບັນດາອົງການຈັດຕັ້ງສື່ມວນຊົນສາກົນ ເພື່ອຮັບປະກັນສະຖຽນລະພາບດ້ານຂໍ້ມູນຂ່າວສານ ສືບຕໍ່ພັດທະນາ ພາຫານະສື່ມວນຊົນ ແລະ ຄຸ້ມຄອງບຸຄະລະກອນສື່ມວນຊົນ ສືບຕໍ່ຊຸກຍູ້ສົ່ງເສີມ ຕິດຕາມກວດກາ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາສື່ຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍສືື່ມວນຊົນ ແລະ ບັນດານິຕິກຳລຸ່ມກົດໝາຍ ສຶກສາສໍາຫຼວດ ແລະ ຄົ້ນຄວ້າ ເພື່ອຂໍການອະນຸມັດໃຫ້ແກ່ການສ້າງຕັ້ງສື່ສິງພິມ ສື່ເອເລັກໂຕຼນິກ ສື່ອອນໄລ ແລະ ອອກບັດນັກຂ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version