Home ຂ່າວພາຍໃນ ຖວທ ຫວນຄືນມູນເຊື້ອ ແລະ ເຜີຍແຜ່ເອກະສານສຳຄັນ

ຖວທ ຫວນຄືນມູນເຊື້ອ ແລະ ເຜີຍແຜ່ເອກະສານສຳຄັນ

0

​ວັນທີ 11 ສິງຫາ 2023 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອວັນລັດຖະທຳມະນູນ ແຫ່ງ ສປປ ລາວ 15 ສິງຫາ ຄົບ ຮອບ 32 ປີ ວັນຍຶດອຳນາດ 23 ສິງຫາ ຄົບຮອບ 48 ປີ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ 13 ສິງຫາ ຄົບຮອບ 73 ປີ ແລະ ເຜີຍແຜ່ເອກະສານການຮ່ວມຂະແໜງການ ກອງວິຊາການ ແລະ ການ ຂຽນພາລະບົດບາດຂອງຂະແໜງການຂຶ້ນທີ່ສຳນັກງານຂອງຕົນເປັນປະທານຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີຄະນະພະແນກ ຫົວໜ້າຮອງຫົວໜ້າຂະແໜງ ກອງວິຊາການ ແລະ ພະນັກງານ-ລັດຖະກອນທົ່ວພະແນກ ຖວທ ນວ ເຂົ້າຮ່ວມ.

ໂອກາດນີ້ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະຜ່ານມານັບມື້ສ້າງຕັ້ງຮອດປັດຈຸບັນຂອງ 3 ວັນດັ່ງກ່າວ ໂດຍລວມແລ້ວ 3 ວັນດດັ່ງກ່າວແມ່ນເປັນວັນສໍາຄັນຂອງຊາດລາວເຮົາຄື:ວັນຍຶດອໍານາດທົ່ວປະເທດເກີດຂຶ້ນວັນທີ 23 ສິງ ຫາ 1975 ພາຍຫຼັງຍຶດອຳນາດບໍ່ພໍເທົ່າເດືອນປະເທດລາວເຮົາກໍໄດ້ຮັບການສະຖາປານາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ມາຮອດວັນທີ 15 ສິງຫາ 1991 ປະເທດເຮົາໄດ້ສ້າງຕັ້ງວັນລັດຖະທຳມະນູນ ສ່ວນວັນສື່ມວນຊົນ ແລະ ການພິມຈຳໜ່າຍຮັບຮັບການສ້າງຕັ້ງຂຶ້ນໃນວັນດຽວກັນກັບວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950 ເຊິ່ງການເຜີຍແຜ່ຄັ້ງນີ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນພະແນກ ຖວ ທ ນວ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມສຳຄັນຂອງວັນດັ່ງກ່າວ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອເປັນຕົ້ນວຽກທີ່ຕິດພັນກັບວິຊາສະເພາະກໍແມ່ນວຽກງານສື່ມວນຊົນຕ້ອງໄດ້ປັບປຸງ ແລະ ພັດທະນາໃຫ້ມີຄຸນນະພາບ ມີຄວາມທັນສະໄໝໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ສັງຄົມດ້ວຍຫຼາຍຊ່ອງທາງ ແລະ ອື່ນໆ.

ນອກນີ້ໃນພິທີທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ໄດ້ຂຶ້ນເຜີຍແຜ່ເອ ກະສານການຮ່ວມຂະແໜງການ ກອງວິຊາການ ແລະ ການ ຂຽນພາລະບົດບາດຂອງຂະແໜງການ ເນື່ອງຈາກປັດຈຸບັນອີງໃສ່ໜ້າວຽກບາງຂະແໜງ ແລະ ກອງວິຊາການໄດ້ມີການປັບປຸງໂຄງຮ່າງການຈັດຕັ້ງມີບາງຂະແໜງ ແລະ ບາງກອງວິຊາການໄດ້ໂຮມກັນເຂົ້າ ດັ່ງນັ້ນຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງຊັບຊ້ອນພະນັກງານໃສ່ແຕ່ລະຕໍາແໜ່ງວຽກໃຫ້ມີຄວາມເໝາະສົມ ທັງນີ້ເພື່ອເຮັດໃຫ້ການປະຕິບັດວຽກງານໄປໄດ້ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version