Home ຂ່າວໜ້າໜຶ່ງ ໄຂກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

ໄຂກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

0

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 11 ສິງຫາ 2023 ພາຍໃຕ້ການເປັນປະທານໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີຜູ້ແທນລະດັບລັດຖະມົນຕີ ພ້ອມດ້ວຍຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ປະເທດສັງເກດການ ເຂົ້າຮ່ວມ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ວ່າ: “ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໃນນາມລັດຖະບານ ກໍຄືກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຂໍສະແດງການຕ້ອນຮັບອັນອົບອຸ່ນມາຍັງບັນດາທ່ານແຂກທີ່ມີກຽດ ແລະ ບັນດາຄະນະຜູ້ແທນທັງໝົດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍບັນຫາຢາເສບຕິດ ເປັນອີກເວທີໜຶ່ງທີ່ມີຄວາມສຳຄັນ ເປັນໂອກາດໃຫ້ບັນດາປະເທດສະມາຊິກໄດ້ປຶກສາຫາລືຊອກຫາວິທີທາງ ແລະ ມາດຕະການເພື່ອແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ ແລະ ຈິງໃຈ ຮ່ວມກັນ ແນໃສ່ຮັບປະກັນໃຫ້ປະຊາຄົມອາຊຽນປອດໄພຈາກຢາເສບຕິດ, ເສີມຂະຫຍາຍບົດບາດຂອງອາຊຽນໃນການແກ້ໄຂບັນຫາຢາເສບຕິດທີ່ກະທົບເຖິງຄວາມໝັ້ນຄົງ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງພາກພື້ນໃນອະນາຄົດ. ສປປ ລາວ ໄດ້ສະໜັບສະໜູນຢ່າງແຂງແຮງຕໍ່ບັນດາແຜນການ ແລະ ຂໍ້ລິເລີ່ມ ຕ່າງໆຫຼາຍສະບັບຂອງອາຊຽນທີ່ໄດ້ຖືກຮັບຮອງ ແລະ ຈັດຕັ້ງປະຕິບັດ ລວມທັງແຜນການງານອາຊຽນ ວ່າດ້ວຍ ການຮັບປະກັນຊຸມຊົນປອດໄພ ຕ້ານຢາເສບຕິດ 2016-2025 ແລະ ແຜນການອື່ນໆທີ່ກ່ຽວຂ້ອງ”.

ທ່ານ ກ່າວອີກວ່າ: ເພື່ອສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ຂ້າພະເຈົ້າ ຂໍສະເໜີບາງບັນຫາ ເປັນຕົ້ນແມ່ນ: ອາຊຽນ ຄວນສືບຕໍ່ຍົກສູງບົດບາດຫຼັກການຂອງອາຊຽນໃນເວທີພາກພື້ນ ແລະ ກົນໄກຮ່ວມມື ເພື່ອແກ້ໄຂສິ່ງທ້າທາຍດ້ານຢາເສບຕິດຢ່າງມີປະສິດທິຜົນ ແລະ ປົກປ້ອງຜົນປະໂຫຍດລວມຂອງອາຊຽນ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດດ້ວຍການແກ້ໄຂຢ່າງຄົບຊຸດ, ດຸ່ນດ່ຽວ ແລະ ຮອບດ້ານ; ເພີ່ມທະວີຄວາມພະຍາຍາມສະກັດກັ້ນບັນຫາຢາເສບຕິດແຫ່ງຊາດໃນທຸກລະດັບ; ຄວນສືບຕໍ່ຢືນຢັນບົດບາດໃຈກາງຂອງຕົນໃນການຊີ້ນຳ ແລະ ກວດກາການຈັດຕັ້ງປະຕິບັດແຜນງານ ແລະ ແຜນການຮ່ວມມືອາຊຽນ ເພື່ອສົ່ງເສີມປະສິດທິຜົນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ແນໃສ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ; ອາຊຽນ ຄວນສືບຕໍ່ຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານຢ່າງໃກ້ຊິດ ແລະ ທັນການກ່ຽວກັບບັນຫາຢາເສບຕິດ ລະຫວ່າງປະເທດສະມາຊິກ ແລະ ບັນດາຝ່າຍພາຍນອກ ເພື່ອຮັບປະກັນໃຫ້ການແກ້ໄຂຄະດີຢາເສບຕິດມີປະສິດທິຜົນ, ວ່ອງໄວ ແລະ ທັນການ”.

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການລາຍງານເນື້ອໃນສຳຄັນຕ່າງໆ ກ່ຽວກັບການພົວພັນຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ສາກົນ, ທົບທວນຄືນບັນດາຜົນສຳເລັດ ແລະ ຄວາມຄືບໜ້າ ໃນການຮ່ວມມືຈັດຕັ້ງປະຕິບັດແຜນການຕ່າງໆ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂອບການຮ່ວມມືຕາມຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7, ການຮ່ວມມືໃນຂອບຂອງແຜນວຽກອາຊຽນວ່າດ້ວຍປະຊາຄົມຄວາມໝັ້ນຄົງຕ້ານຢາເສບຕິດ 2016-2025 ແລະ ອື່ນໆ ໃນໄລຍະຜ່ານມາ.

ນອກນັ້ນ, ຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ຍັງຈະໄດ້ຮ່ວມກັນປຶກສາຫາລື, ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ກ່ຽວກັບການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດໃນພາກພື້ນອາຊຽນ ແລະ ສາກົນຕື່ມອີກ.

ພາບ-ຂ່າວ: ຄວາມສະຫງົບ Lao Security News

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version