Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 10 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 10 ສິງຫາ 2023

0

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 10 ສິງຫາ 2023 ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ມີກາລັງອ່ອນ ຫາ ປານກາງ ຍັງຈະສືບຕໍ່ພັດປົກຄຸມ ຢຸຸ່ທົໍ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດມີຝົນຕົກໃນລະດັບຄ່ອຍຢູ່ ທົ່ວໄປໃນແຕຸ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກເໜືອ. ອີງຕາມການຕິດຕາມລະດັບນໍ້າ ນໍ້າຂອງ ຢູ່ສະຖານີ (ຫລັກ 4) ແມ່ນຍັງຢູ່ໃນເຂດລະດັບເຕືອນໄພ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນ ທີ່ອາໄສຢູ່ລຽບຕາມແຄມນໍ້າຂອງລົງໄປ ຫາປາກ ແມ່ນໍ້າຂອງ ໂດຍສະເພາະ ຢູ່ນະຄອນຫວງວຽງຈັນ ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງປາກງື່ມ, ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ທີ່ຈະເກີດຂຶ້ນໄດ້ໃນໄລຍະວັນທີ 1 ຫາ 2 ວັນນີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢຸ່າງຕໍ່ເນື່ອງ.

ສໍາລັບ ນະຄອນຫລວງວຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 24-31 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version