Home ຂ່າວຕ່າງປະເທດ ລັດຖະບານຍີ່ປຸ່ນ ຄາດວ່າຄົນໜຸ່ມສາວເກືອບ 50% ບໍ່ຢາກມີລູກ

ລັດຖະບານຍີ່ປຸ່ນ ຄາດວ່າຄົນໜຸ່ມສາວເກືອບ 50% ບໍ່ຢາກມີລູກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ສິງຫາ ຜ່ານມາ, ສະຖາບັນວິໄຈປະຊາກອນ ແລະ ຄວາມໝັ້ນຄົງທາງສັງຄົມແຫ່ງຊາດຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍຄາດຄະເນວ່າ ແມ່ຍິງຍີ່ປຸ່ນທີ່ເກີດໃນປີ 2005 ຫຼາຍກວ່າ 42% ຈະໃຊ້ຊີວິດໂດຍບໍ່ມີລູກ ຂະນະທີ່ຜູ້ຊາຍໃນໄວດຽວກັນບໍ່ຢາກມີລູກປະມານ 50% ອາດຈະເຮັດໃຫ້ເກີດຄວາມສ່ຽງຕໍ່ລະບົບປະກັນສັງຄົມຍີ່ປຸ່ນໃນອະນາຄົດ.

ບົດລາຍງານການຄາດຄະເນລະບຸວ່າ: ການມີລູກຂອງແມ່ຍິງທີ່ເກີດໃນປີ 2005 ພາຍໃຕ້ວິກິດອັດຕາການເກີດຕ່ຳລະດັບປານກາງ ພົບວ່າແມ່ຍິງກຸ່ມດັ່ງກ່າວ 33,4% ຈະໃຊ້ຊີວິດຜ່ານໄວຈະເລີນພັນໂດຍບໍ່ມີລູກ ໃນກໍລະນີທີ່ວິກິດນ້ອຍທີ່ສຸດແມ່ຍິງກຸ່ມນີ້ຈະບໍ່ມີລູກປະມານ 24,6%. ສຳລັບຜູ້ຊາຍທີ່ມີໂອກາດຕັດສິນໃຈບໍ່ແຕ່ງງານຫຼາຍກວ່າແມ່ຍິງ ຄາດວ່າມີເປີເຊັນບໍ່ຢາກມີລູກສູງກວ່າ ໂດຍພົບວ່າຜູ້ຊາຍຍີ່ປຸ່ນທີ່ມີອາຍຸ 18 ປີ ປະມານ 50% ບໍ່ຢາກມີລູກ. ອັດຕາສ່ວນຂອງກຸ່ມຄົນບໍ່ຢາກມີລູກກໍເພີ່ມຂຶ້ນໃນປະເທດທີ່ພັດທະນາແລ້ວອື່ນໆເຊັ່ນ: ອາເມຣິກາ ແລະ ສະຫະພາບເອີຣົບ ຊຶ່ງສາເຫດທີ່ເຮັດໃຫ້ຄົນຮຸ່ນ ໃໝ່ຫຼາຍຄົນບໍ່ຢາກມີລູກມາຈາກການປ່ຽນແປງຂອງຄ່ານິຍົມ ເພາະຄົນຈຳນວນຫຼາຍໃຫ້ຄວາມສຳຄັນກັບການເຕີມເຕັມຊີວິດຕົນເອງຫຼາຍກວ່າການມີລູກ ໂດຍແມ່ຍິງ 10%-20% ທີ່ເກີດໃນປີ 1970 ຂອງປະເທດພັດທະນາແລ້ວບໍ່ມີລູກເລີຍ. ຂະນະທີ່ອັດຕາສ່ວນກຸ່ມຄົນດັ່ງກ່າວໃນຍີ່ປຸ່ນບໍ່ມີລູກ 27% ແລະ ອັດຕາສ່ວນໃນຍີ່ປຸ່ນອາດຈະຫຼາຍກວ່າ 2 ເທົ່າຂອງອັດຕາສ່ວນປະເທດຕາເວັນຕົກ. ເຖິງຢ່າງໃດກໍຕາມ, ການບໍ່ຢາກມີລູກເລີ່ມຫຼຸດລົງໃນອັງກິດ, ອາເມຣິກາ ແລະ ເຢຍລະມັນ ໃນໄລຍະ 2-3 ປີທີ່ຜ່ານມາ ເນື່ອງຈາກຄວາມພະຍາຍາມສ້າງຄວາມສົມດູນລະຫວ່າງການເຮັດວຽກ ແລະ ການມີຄອບຄົວໃນປະເທດດັ່ງກ່າວ ເຮັດໃຫ້ຜູ້ຄົນເລືອກມີລູກຢ່າງໜ້ອຍ 1 ຄົນຫຼາຍຂຶ້ນ.

ຍີ່ປຸ່ນກໍພະຍາຍາມສ້າງສະພາບແວດລ້ອມໃຫ້ກັບຄອບຄົວທີ່ອາດຈະມີລູກ ດ້ວຍການສົ່ງເສີມມາດຕະການຢ່າງຫຼວງຫຼາຍເຊັ່ນ: ປັບລະບົບການເຮັດວຽກ ແຕ່ຄົນໄວໜຸ່ມສາວສົນໃຈແຕ່ງງານ ແລະ ມີລູກນ້ອຍລົງ ເນື່ອງຈາກຄ່າແຮງງານທີ່ບໍ່ເພີ່ມຂຶ້ນ ແລະ ກັງວົນກ່ຽວກັບຄວາມບໍ່ໝັ້ນຄົງໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version