ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ເອັມມານູເອລ ມາໂຄຣນ (Emmanuel Macron) ປະທານາທິບໍດີຝຣັ່ງ ປະກາດ ສະມາຊິກລັດຖະບານຊຸດໃໝ່ ໂດຍທ່ານ ເຊບາສຕຽນ ເລີຄອນນູ (Sebastien Lecornu) ນາຍົກລັດຖະມົນຕີ ນຳໜ້າ, ໃນມານະພະຍາຍາມນຳປະເທດຊາດ ຫລຸດພົ້ນອອກຈາກສະພາບການຈົນຕາແຈດ້ານການເມືອງ. ບັນຊີລາຍຊີໂດຍວັງ Elysee ຫາກໍ່ປະກາດລວມມີສະມາຊິກລັດຖະບານ 18 ທ່ານ ແລະ ຄາດວ່າຈະມີຕື່ມອີກບັນດາການແຕ່ງຕັ້ງອື່ນໆ ຈະໄດ້ປະກາດທາງຫລັງ.
ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນບັນຊີລາຍຊື່ນີ້, ທ່ານ ບຣູໂນ ເລີເແມຣ (Bruno Le Maire) ອະດີດລັດຖະມົນຕີເສດຖະກິດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ໃນຂະນະທີ່ ທ່ານ ໂຣແລນ ເລສຄູຣ (Roland Lescure) ດຳລົງຕຳແໜ່ງເປັນລັດຖະມົນຕີເສດຖະກິດ. ຕາມແຜນການແລ້ວ, ທ່ານ Sebastien Lecornu ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສ ກ່ຽວກັບນະໂຍບາຍລວມຢູ່ສະພາຕ່ຳ ໃນວັນທີ 7 ຕຸລານີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ