Home ຂ່າວຕ່າງປະເທດ ລາຄານ້ຳມັນໂລກເພີ່ມຂຶ້ນສູ່ລະດັບສູງ

ລາຄານ້ຳມັນໂລກເພີ່ມຂຶ້ນສູ່ລະດັບສູງ

0

ຂ່າວສານຫວຽດນາມລາຍງານວ່າ: ລາຄານ້ຳມັນໂລກໄດ້ຂຶ້ນສູ່ລະດັບສູງສຸດ ໃນວັນທີ 9 ສິງຫາ ຜ່ານມາ, ໂດຍລາຄານ້ຳມັນເບຣນ ໄດ້ຂຶ້ນສູ່ລະດັບສູງສຸດນັບຕັ້ງແຕ່ເດືອນມັງກອນ ປີ 2023 ຍ້ອນປັດໄຈຫຼາຍຢ່າງທີ່ສົ່ງຜົນໃຫ້ລາຄານ້ຳມັນເພີ່ມຂຶ້ນ.

ຂ່າວລະບຸວ່າ: ປັດໄຈເຫຼົ່ານີ້ລວມມີຂ່າວກ່ຽວກັບການຫຼຸດລົງຢ່າງຫຼວງຫຼາຍຂອງຄັງສະສົມນໍ້າມັນເຊື້ອໄຟ ຂອງ ອາເມຣິກາ ແລະ ແຜນການຫຼຸດການຜະລິດນ້ຳມັນ ຂອງ ຊາອຸດິດ ອາຣາບີ ແລະ ຣັດເຊຍ. ລາຄານໍ້າມັນເບຣນ ເພີ່ມຂຶ້ນ 1,38 ໂດລາ (1,6%) ຂຶ້ນເປັນ 87,55 ໂດລາຕໍ່ບາເຣນ ຊຶ່ງເປັນລາຄາສູງສຸດນັບແຕ່ວັນທີ 27 ມັງກອນ ເປັນຕົ້ນມາ. ນໍ້າມັນ WTI ຂອງ ອາເມຣິກາ ໄດ້ປິດລາຄາຢູ່ທີ່ 1,48 ໂດລາ (1,8%) ຂຶ້ນສູ່ລະດັບສູງສຸດນັບແຕ່ເດືອນພະຈິກ 2022 ຢູ່ທີ່ 84,40 ໂດລາຕໍ່ບາເຣນ.

ສະຖິຕິຂອງລັດຖະບານ ອາເມຣິກາ ສະແດງໃຫ້ເຫັນວ່າ: ຄັງເກັບນ້ຳມັນແອັດຊັງ ຂອງ ອາເມລິກາ ຫຼຸດລົງ 2,7 ລ້ານບາເຣນ ໃນອາທິດຜ່ານມາ. ຄັງເກັບບັນດາຜະລິດຕະພັນນ້ຳມັນກັ່ນ, ລວມມີນ້ຳມັນກາຊວນ ແລະ ນ້ຳມັນຮີດຕີ້ງ ອອຍ (heating oil) ຫຼຸດລົງ 1,7 ລ້ານບາເຣນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version