Home ຂ່າວຕ່າງປະເທດ UNICEF ເຕືອນ ຄື່ນຄວາມຮ້ອນກະທົບກັບເດັກໃນອາຊີໃຕ້

UNICEF ເຕືອນ ຄື່ນຄວາມຮ້ອນກະທົບກັບເດັກໃນອາຊີໃຕ້

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ (UNICEF) ໄດ້ອອກຖະແຫຼງການເຕືອນວ່າ: ຜົນກະທົບຂອງຄື່ນຄວາມຮ້ອນທົ່ວໂລກໃນປັດຈຸບັນທີ່ມີຕໍ່ເດັກນ້ອຍ ໂດຍສະເພາະໃນອາຊີໃຕ້ ຂະນະທີ່ມີການຄາດຄະເນວ່າ ຄວາມຖີ່ ແລະ ຄວາມຮຸນແຮງຂອງຄື່ນຄວາມຮ້ອນຈະເພີ່ມຂຶ້ນໃນອະນາຄົດພ້ອມກັບການປ່ຽນແປງສະພາບພູມອາກາດ.

ອາຊີໃຕ້ ມີອັດຕາເດັກນ້ອຍປະເຊີນກັບອຸນຫະພູມສູງທີ່ສຸດ ໂດຍ 76% ຂອງເດັກທີ່ມີອາຍຸຕ່ຳກວ່າ 18 ປີໃນພາກພື້ນນີ້ (460 ລ້ານຄົນ) ປະເຊີນກັບມື້ທີ່ມີອຸນຫະພູມສູງເກີນ 35 ອົງສາໃນໄລຍະໜຶ່ງປີ ຈຳນວນ 83 ວັນ ຫຼື ຫຼາຍກວ່ານັ້ນ ຊຶ່ງໝາຍຄວາມວ່າ 3 ໃນ 4 ຂອງເດັກໃນອາຊີໃຕ້ປະເຊີນກັບອຸນຫະພູມສູງທີ່ສຸດແລ້ວ ຊຶ່ງສູງກວ່າອັດຕາສ່ວນ 1 ໃນ 3 ຂອງເດັກທົ່ວໂລກ (32%). ທ່ານ ຊານເຈ ວິເຈຊິເກຣາ ຜູ້ອຳນວຍການລະດັບພາກພື້ນປະຈຳອາຊີໃຕ້ຂອງ UNICEF ກ່າວວ່າ: ຄື່ນຄວາມຮ້ອນ ແລະ ອຸນຫະພູມສູງຂົ່ມຂູ່ຊີວິດ ແລະ ການເປັນຢູ່ຂອງເດັກຫຼາຍລ້ານຄົນທົ່ວອາຊີໃຕ້ ຄື້ນຄວາມຮ້ອນເຮັດໃຫ້ເດັກກຸ່ມທີ່ອ່ອນແອຫຼາຍລ້ານຄົນສ່ຽງອັນຕະລາຍ. ທ່ານ ຊານເຈ ວິເຈຊິເກຣາ ກ່າວຕື່ມວ່າ: ມີຄວາມກັງວົນເປັນພິເສດຕໍ່ເດັກນ້ອຍເກີດໃໝ່, ເດັກໄວເລີ່ມຮຽນຍ່າງ, ເດັກທີ່ຂາດສານອາຫານ ແລະ ແມ່ຍິງຖືພາ ເນື່ອງຈາກຖືວ່າເປັນກຸ່ມຄົນທີ່ອ່ອນແອຕໍ່ໂຣກລົມແດດ ແລະ ຜົນກະທົບຮ້າຍແຮງອື່ນໆຫຼາຍທີ່ສຸດ.

ອີກຢ່າງໜຶ່ງ, ດັດຊະນີຄວາມສ່ຽງດ້ານພູມອາກາດທີ່ສົ່ງຜົນກະທົບຕໍ່ເດັກນ້ອຍປີ 2021 ຂອງ UNICEF ລະບຸວ່າ: ເດັກນ້ອຍໃນອັບການິດສະຖານ, ບັງກລາເທດ, ອິນເດຍ, ມອນດີບ ແລະ ປາກິດສະຖານ ຈັດຢູ່ໃນກຸ່ມສ່ຽງສູງຫຼາຍ ຈາກຜົນກະທົບຂອງການປ່ຽນແປງສະພາບພູມອາກາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version