Home ຂ່າວຕ່າງປະເທດ ນັກທ່ອງທ່ຽວຕ່າງປະເທດເດີນທາງຢ້ຽມຢາມສີລັງກາບັນລຸ 8 ແສນຄົນ

ນັກທ່ອງທ່ຽວຕ່າງປະເທດເດີນທາງຢ້ຽມຢາມສີລັງກາບັນລຸ 8 ແສນຄົນ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ສິງຫາ ຜ່ານມາ, ທ່ານ ປຣີອັນທາ ເຟີນັນໂດ ປະທານອົງການພັດທະນາການທ່ອງທ່ຽວສີລັງກາໄດ້ເປີດເຜີຍວ່າ: ໃນປີນີ້ ສີລັງກາໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 800.000 ຄົນ ເມື່ອນັບເຖິງວັນທີ 8 ສິງຫາ ຜ່ານມາ ຊຶ່ງຫຼາຍກວ່າຈຳນວນນັກທ່ອງທ່ຽວຕ່າງປະເທດ ໝົດປີ 2022.

ທ່ານ ປຣີອັນທາ ເຟີນັນໂດ ລະບຸວ່າ: ສີລັງກາຕ້ອນຮັບນັກທ່ອງທ່ຽວໃນໄລຍະ 6 ມື້ທຳອິດຂອງເດືອນສິງຫາ ລວມທັງໝົດ 30.303 ຄົນ ໂດຍມີອິນເດຍ, ອັງກິດ ແລະ ຈີນ ເປັນນັກທ່ອງທ່ຽວທີ່ເດີນທາງເຂົ້າອັນດັບທຳອິດໃນເດືອນດັ່ງກ່າວ. ການທ່ອງທ່ຽວ ຊຶ່ງຖືວ່າເປັນໜຶ່ງໃນແຫຼ່ງລາຍໄດ້ຈາກການແລກປ່ຽນເງິນຕາຕ່າງປະເທດທີ່ສຳຄັນຂອງສີລັງກາ ຊຶ່ງພົບກັບພາວະຕົກຕ່ຳ ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລວມເຖິງວິກິດເສດຖະກິດ ແລະ ການເມືອງໃນປະເທດ ໂດຍໃນປີ 2022 ສີລັງກາຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໜ້ອຍກວ່າ 720.000 ຄົນ.

ເຖິງຢ່າງໃດກໍຕາມ, ໂດຍອີງຕາມຂໍ້ມູນຈາກທາງການທີ່ເປີດເຜີຍວ່າ: ອຸດສາຫະກຳດັ່ງກ່າວກັບມາຟື້ນຕົວໃນປີ 2023 ໂດຍລາຍງານຈຳນວນນັກທ່ອງທ່ຽວລາຍເດືອນສູງສຸດໃນເດືອນມິຖຸນາປີນີ້ ຢູ່ທີ່ 143.039 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version