Home ຂ່າວການເມືອງ ກອງປະຊຸມສ່ອງແສງຄະນະພັກ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

ກອງປະຊຸມສ່ອງແສງຄະນະພັກ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

0

ໃນວັນທີ 10 ສິງຫາ ນີ້ ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດກອງປະຊຸມສ່ອງແສງຄະນະພັກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອລາຍງານຕໍ່ຄະນະເລຂາທິການສູນກາງພັກ ໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ໂດຍມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ສ່ອງແສງກ່ຽວກັບ ການຕີລາຄາສະພາບການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນສະພາບທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ ຕີລາຄາ, ຜົນສໍາເລັດການດໍາເນີນກອງປະຊຸມກາງສະໄໝຂອງ ອົງຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ, ການແກ້ໄຂສະພາບການຄຸ້ມຄອງອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບ, ການຮັບມື ແລະ ການປ້ອງກັນໄພພິບັດທາງທໍາມະຊາດ ທີ່ເກີດຂຶ້ນ ໃນໄລຍະດູຝົນ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີທິດຊີ້ນຳ ບາງວຽກຈຸດສຸມຄື:

1. ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ນຳພາວຽກງານການເມືອງ-ແນວຄິດ ໃນສະພາບທີ່ມີຄວາມຫຍຸ້ງຍາກ ຄືໃນປັດຈຸບັນ ພັກຍິ່ງເພີ່ມທະວີໃນການນໍາພາ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ທາງດ້ານແນວຄິດສູ່ຄຸນນະພາບໃໝ່ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກຊັ້ນຄົນ ໃນສັງຄົມ ເປັນປົກກະຕິ-ຕໍ່ເນື່ອງ ຕິດພັນກັບການແກ້ໄຂບັນຫາຕົວຈິງ;

2. ມອບໃຫ້ ແຕ່ລະອົງຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ ຈັດຕັ້ງເຜີຍແຜ່ຜົນສໍາເລັດການດໍາເນີນກອງປະຊຸມກາງສະໄໝຂອງຂອງຕົນ ຕິດພັນກັບຜົນສຳເລັດກອງປະຊຸມກາງສະໄໝຂອງສູນກາງພັກ ທີ່ຈະເປີດຂຶ້ນໃນມໍ່ໆນີ້ ແນໃສ່ຫັນບັນດາເນື້ອໃນ, ວິທີການ, ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ ພ້ອມກັນນັ້ນ ກໍຊີ້ໃຫ້ເຫັນບັນດາບັນຫາຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດ, ປັດໄຈທີ່ພົວພັນເຖິງບັນຫາດັ່ງກ່າວ ພ້ອມທັງມີວິທີແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ ເພື່ອບັນລຸບັນດາຄາດໝາຍ ທີ່ກອງປະຊຸມໃຫຍ່ ອົງຄະນະພັກ ໄດ້ຮັບຮອງໄວ້.

3. ເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາເສດຖະກິດ ທີ່ວາງອອກໃຫ້ເຂັ້ມງວດ, ຍູ້ແຮງການປະຕິບັດພາລະບົດບາດ ຂອງຄະນະສະເພາະກິດ ໃຫ້ມີຄວາມຄືບໜ້າ, ສາມາດແກ້ໄຂບັນຫາ ເຫັນຜົນປະຈັກຕາ; ຍູ້ແຮງການຈັດເກັບລາຍຮັບ ດ້ວຍລະບົບທີ່ທັນສະໄໝ ດ້ວຍການຫັນບັນດາຫົວໜ່ວຍທຸລະກິດ ໃຫ້ເຂົ້າໃນລະບົບພາສີ-ອາກອນ ໃຫ້ສຳເລັດຕາມຄາດໝາຍ, ຍູ້ແຮງການຄຸ້ມຄອງເງິນຕາ ໃຫ້ເຂັ້ມງວດຕື່ມ ດ້ວຍການນໍາໃຊ້ບັນດາເຄື່ອງມື, ກົນໄກ ແລະ ສ້າງລະບົບຄຸ້ມຄອງເງິນຕາຕ່າງປະເທດ ໂດຍມີການເຊື່ອມໂຍງລະຫວ່າງ ທະນາຄານ, ພາສີ, ອາກອນ ເພື່ອຄຸ້ມຄອງການຊໍາລະສິນຄ້າ ນຳເຂົ້າ ແລະ ສົ່ງອອກ ຜ່ານລະບົບທະນາຄານ; ຍູ້ແຮງການສົ່ງເສີມການຜະລິດພາຍໃນ ເປັນຕົ້ນ ສົ່ງເສີມອຸດສາຫະກໍາປຸງແຕ່ງ ໂດຍນໍາໃຊ້ທ່າແຮງດ້ານແຮ່ທາດ, ພະລັງງານໄຟຟ້າ ແລະ ສິນຄ້າກະສິກໍາຕາມເຂດແຄ້ວນ, ຫັນປ່ຽນຈາກປະເທດຜະລິດກະສິກໍາ ແລະ ສົ່ງວັດຖຸດິບທີ່ບໍ່ໄດ້ປຸງແຕ່ງອອກ ມາເນັ້ນໃສ່ການຜະລິດ-ປຸງແຕ່ງ ເປັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ສົ່ງອອກ ເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ຢູ່ໃນພາວະປົກກະຕິ (ບໍ່ໃຫ້ເພີ່ມຂຶ້ນອີກ) ໂດຍສະເພາະສິນຄ້າທີ່ກະທົບໄວ ຕໍ່ການດໍາລົງຊີວິດຂອງປະຊາຊົນ, ຫຼຸດຜ່ອນການນໍາເຂົ້າສິນຄ້າ ທີ່ຫ້າມນໍາເຂົ້າ ກໍຄືສິນຄ້າທີ່ພວກເຮົາສາມາດຜະລິດເອງໄດ້. ເອົາໃຈໃສ່ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍຢ່າງເຄັ່ງຄັດ ໂດຍສະເພາະ ລາຍຈ່າຍທີ່ບໍ່ທັນຈຳເປັນ ຮີບດ່ວນ ແລະ ອື່ນໆ.

4. ຕໍ່ກັບວຽກງານກະກຽມຮັບມືກັບໄພພິບັດ:

– ມອບໃຫ້ ຄະນະໄພພິບັດຂັ້ນສູນກາງ ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ລົງຕິດຕາມ, ຊຸກຍູ້, ຊ່ວຍເຫຼືອ ແລະ ລະດົມປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອອກມາຢູ່ບ່ອນປອດໄພທີ່ບັນດາແຂວງຈັດສັນໄວ້ເພື່ອແກ້ໄຂຢ່າງ ທ່ວງທັນ ແລະ ກະກຽມເຄື່ອງບັນເທົ່າທຸກເບື້ອງຕົ້ນ ໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ;

– ມອບໃຫ້ ອົງຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລາຍງານສະພາບການດິນຟ້າອາກາດ ໂດຍຜ່ານໂທລະພາບ, ວິທະຍຸ, ສື່ອອນລາຍທາງການ ແລະ ອື່ນໆ ພ້ອມທັງແຈ້ງຂໍ້ມູນລະອຽດ ເພື່ອການກະກຽມຮັບມື ກັບໄພພິບັດ ທີ່ອາດຈະເກີດຂຶ້ນ ໃຫ້ວ່ອງໄວ ແລະ ທັນການ;

– ມອບໃຫ້ຄະນະໄພພິບັດ ຂັ້ນແຂວງ-ຂັ້ນທ້ອງຖິ່ນ ຕິດຕາມລະດັບນໍ້າ ຕາມແຄມນໍ້າສາຍຕ່າງໆ ຢ່າງໃກ້ຊິດ, ມີສະຕິຕໍ່ສະພາບການດິນເສາະເຈື່ອນ, ນໍ້າຖ້ວມຊຸ, ຖ້ວມຍືງ, ລົມພັດແຮງ ທີ່ອາດຈະເກີດຂຶ້ນ;

– ມອບໃຫ້ກໍາລັງຫຼວງ, ກໍາລັງທ້ອງຖິ່ນ ກະກຽມດ້ານກໍາລັງພົນ, ພາຫະນະ ແລະ ອຸປະກອນຕ່າງໆ ເພື່ອກຽມພ້ອມໃຫ້ການກອບກູ້ ແລະ ເຂົ້າຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃນກໍລະນີມີເຫດການສຸກເສີນ ແລະໃຫ້ທັນກັບສະພາບການ;

– ມອບໃຫ້ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ກວດກາສະພາບການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນຕ່າງໆ ໃນຂອບເຂດທົ່ວປະເທດ ຮັບປະກັນໃຫ້ເຂື່ອນແຕ່ລະແຫ່ງມີຄວາມໜັ້ນຄົງ-ປອດໄພ, ສາມາດຮັບຮອງກັບດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນ ໄດ້ທຸກເວລາ;

– ມອບໃຫ້ອົງຄະນະພັກ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ກວດກາສະພາບເສັ້ນທາງ ທີ່ໄດ້ຮັບຄວາມເສຍຫາຍ ເພື່ອກະກຽມສ້ອມແປງ ໃຫ້ທັນເວລາ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version