Home ຂ່າວດ່ວນ ນ້ຳຖ້ວມນາເຂົ້າປະຊາຊົນ ກຸ່ມນາຍາງ, ເມືອງນ້ຳບາກ ເສຍຫາຍ 20 ກວ່າເຮັກຕ່າ

ນ້ຳຖ້ວມນາເຂົ້າປະຊາຊົນ ກຸ່ມນາຍາງ, ເມືອງນ້ຳບາກ ເສຍຫາຍ 20 ກວ່າເຮັກຕ່າ

0

ເນື່ອງຈາກຝົນຕົກລິນ ຕິດຕໍ່ກັບມາຫຼາຍມື້ ເຮັດໃຫ້ປະລິມານນ້ຳຫຼາຍສາຍຢູ່ເມືອງນ້ຳບາກຍື້ງຂື້ນ ແລະຖ້ວມຂັງພື້ນທີ່ນາບາງສ່ວນຂອງປະຊາຊົນ ກຸ່ມນາຍາງ ເມືອງນ້ຳບາກ ຕໍ່ກັບສະພາບການທີ່ເກີດຂື້ນ ວັນທີ 8 ສິງຫາ 2023 ທ່ານ ບຸນທັນ ສີລິລັດ ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນ້ຳບາກ ຕາງໜ້າການນຳຂອງເມືອງ ໄດ້ລົງກວດເບີ່ງສະພາບຕົວຈີງ.

ໂອກາດນີ້ ອົງການປົກຄອງບ້ານ ພາຍໃນກຸ່ມນາຍາງ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງເກີດສະພາບ ໄດ້ລາຍງານເຖີງອົງການປົກຄອງເມືອງ ກ່ຽວກັບສະພາບນ້ຳຖ້ວມຂັງ ເປັນເວລາຫຼາຍວັນ ເຊີ່ງນັບຕັ້ງແຕ່ວັນທີ 31 ກໍລະກົດ ຜ່ານມາ ໄດ້ມີຝົນຕົກຕິດຕໍ່ກັນ ຈົນຮອດວັນທີ 9 ສິງຫາ 2023 ເຮັດໃຫ້ນາເຂດແຄມນ້ຳ, ນາເຂດລຸ່ມຕ່ຳ, ນາຕິດກັບຄອງເໝືອງໃຫຍ່ ໄດ້ຮັບຜົນກະທົບ ນ້ຳຖ້ວມນາເຂົ້າຢູ່ບ້ານນາຍາງເໜືອ ປະມານ 13 ເຮັກຕ່າ, ບ້ານນາໃໝ່ ປະມານ 10 ເຮັກຕ່າ, ບ້ານນາຍາງໃຕ້ ປະມານ 3 ເຮັກຕ່າ ແລະບ້ານຫວ້ຍຮີດ ປະມານ 2 ເຮັກຕ່າ ພາຍຫຼັງທີ່ນ້ຳບົກແຫ້ງ ຄະນະສະເພາະກິດແກ້ໄຂໄພພິບັດຂັ້ນເມືອງ ຈະໄດ້ແຕ່ງຕັ້ງຜູ້ຮັບຜິດຊອບ ລົງກວດກາເກັບກຳຂໍ້ມູນລະອຽດຕື່ມ ແລະພ້ອມໃຫ້ການຊ່ວຍເຫຼືອປະຊາຊົນຕາມຄວາມເໝາະສົມ.

ການລົງເຄື່ອນໄຫວຄັ້ງນີ້ ທ່ານ ບຸນທັນ ສີລິລັດ ໄດ້ໃຫ້ກຳລັງໃຈປະຊາຊົນທີ່ຖືກຜົນກະທົບ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນພາຍໃນເມືອງນ້ຳບາກ ຫາກໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ສາມາດແຈ້ງມາຫາອົງການປົກຄອງເມືອງນ້ຳບາກ ໄດ້ຕະຫຼອດເວລາ ເພື່ອຈະມີແຜນການໃນການຊ່ວຍເຫຼືອໃຫ້ທັນການ.

ຂ່າວ: ພອນສັກ ສິງດາລັກ ( ນັກຂ່າວເມືອງນ້ຳບາກ )

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version