Home ຂ່າວດ່ວນ ບໍລິສັດ ເບຍລາວ ມອບເງິນຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມ 300.000.000 ກວ່າກີບ

ບໍລິສັດ ເບຍລາວ ມອບເງິນຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມ 300.000.000 ກວ່າກີບ

0

ໃນຕອນແລງວັນທີ 08 ສິງຫາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ເບຍລາວ ຈໍາກັດ ໄດ້ຮ່ວມມອບຜະລິດຕະພັນນໍ້າດືມກາຫົວເສືອ ເພື່ອຊ່ວຍເຫຼືອບັນ ເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າທັງໝົດ ຫຼາຍກ່ວາ 300.000.000 ກີບ. ຕາງໜ້າລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຕາງໜ້າມອບໂດຍ ທ່ານ ເຮັນລິກ ຈູລ ເອັນເດີເຊິນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ທຸກບໍລິສັດ, ລວມທັງບໍລິສັດ ເບຍລາວ ຈໍາກັດ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ໃຫ້ການຊ່ວຍເຫລືອຕໍ່ບັນດາຜູ້ປະສົບອຸທົກກະໄພໃນຄັ້ງນີ້,

ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ຊຶ່ງການຊ່ວຍ ເຫລືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະຫລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນປະສົບໄພທໍາມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະນໍາເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພພິບັດດ້ວຍຄວາມໂປ່ງໃສ, ໃຫ້ທົ່ວເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

ບໍລິສັດ ເບຍລາວ ຈໍາກັດ ເປັນອີກຫນຶ່ງບໍລິສັດແຖວໜ້າ ຢູ່ ສປປ ລາວ ຊຶ່ງເວລາໃດກໍ່ໃຫ້ຄວາມສໍາຄັນ ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໃນຮູບແບບຕ່າງໆ, ສະເພາະໄພນໍ້າຖ້ວມທີ່ເກີດຂຶ້ນໃນປີນີ້ ບໍລິສັດ ເບຍລາວ ໄດ້ໃຫ້ການສະໜັບສະໜູນນໍ້າດື່ມ ຜ່ານນໍ້າດື່ມຄຸນນະພາບ ນໍ້າດື່ມ ກາຫົວເສືອ ຊຶ່ງຖືເປັນຄວາມຕ້ອງການຂັ້ນພື້ນຖານ ທີ່ສໍາຄັນ ແລະ ຮີບດ່ວນທີ່ສຸດຂອງຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ຫຼາຍບ້ານ ແລະ ເມືອງ ໃນ ສປປ ລາວ ແລະ ບໍລິສັດຫວັງວ່າ ຜູ້ປະສົບໄພນໍ້າຖ້ວມຈະຜ່ານຜ່າ ແລະ ກັບຄືນມາສູ່ການດໍາລົງຊີວິດ ແບບປົກກະຕິໄດ້ໂດຍໄວ.

#ວສລ#ຂ່າວ#lnr#laonationalradio

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version