Home ຂ່າວພາຍໃນ ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ສໍາລັບຜູ້ລອດຊິວິດຈາກຄວາມຮຸນແຮງ

ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ສໍາລັບຜູ້ລອດຊິວິດຈາກຄວາມຮຸນແຮງ

0

ວັນທີ 7 ສິງຫາ ທີ່ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກເພື່ອຊ່ວຍເຫຼືອຜູ້ລອດຊິດິວດຈາກຄວາມຮຸນແຮງ ເປັນປະທານຮ່ວມຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນ ຕີກະຊວງສາທາລະນະສຸກ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະ ຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ເອກອັກຄະລັດຖະທູດດ້ານຄວາມສະເໝີພາບທາງເພດຂອງອົດສະຕຣາລີ ທ່ານນາງ Stephanie Copus Campbell AM ແລະ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈໍາ ສປ ປ ລາວ (UNFPA in Lao PDR) ທ່ານ ດຣ Bakhtiyor Kadyrov ໜ່ວຍງານທີ່ໃຫ້ບໍລິການແຫ່ງນີ້ຈະສາມາດສະໜອງການບໍລິການທີ່ຈໍາເປັນແບບປະສົມປະສານໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ.

ຄວາມຮຸນແຮງທາງເພດແມ່ນໜຶ່ງໃນການລະເມີດສິດທິມະນຸດທີ່ແຜ່ຫຼາຍທີ່ສຸດໃນໂລກອັນເປັນການທໍາລາຍສຸຂະພາບ ຄວາມປອດໄພ ແລະ ກຽດສັກສີຂອງແມ່ຍິງ ອີງຕາມການສໍາຫຼວດຄັ້ງລ່າສຸດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ(2014) ແມ່ຍິງຈໍານວນອັດຕາສ່ວນ 2 ໃນ 5 ຄົນໄດ້ປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ທາງເພດ ຕະຫຼອດຊ່ວງເວລາຊີວິດຂອງເຂົາເຈົ້າ.

ຜົນສໍາຫຼວດຍັງສະແດງໃຫ້ເຫັນເຖິງຜົນກະທົບດ້ານສຸຂະພາບທີ່ສໍາຄັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ມີຈໍານວນຫຼາຍກວ່າ 40% ຂອງແມ່ຍິງທີ່ຖືກກົດຂີ່ຂົ່ມເຫັງທາງດ້ານຮ່າງກາຍ ຫຼື ທາງເພດໂດຍ ສາມີ ຫຼື ຄູ່ສົມລົດຂອງເຂົາເຈົ້າຈົນໄດ້ຮັບບາດເຈັບ ເຖິງຢ່າງໃດກໍຕາມ ແມ່ຍິງຈໍານວນຫຼາຍ (ຈໍານວນ 43%) ທີ່ປະເຊີນກັບຄວາມຮຸນແຮງຈາກຄູ່ສົມລົດຂອງເຂົາເຈົ້າ ບໍ່ໄດ້ຖືກລາຍງານຍ້ອນເກີດມີຄວາມຢ້ານກົວຕໍ່ກັບຄວາມອັບອາຍທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ຍັງມີແມ່ຍິງຈໍານວນໜ້ອຍຫຼາຍທີ່ຈະເຂົ້າຕິດຕໍ່ເຈົ້າໜ້າທີ່ເພື່ອຂໍການຊ່ວຍເຫຼືອ ໂດຍການສະໜອງສະ ຖານທີ່ພັກເຊົາ ເຊັ່ນດຽວກັບການບໍລິການໃຫ້ຄໍາປຶກສາທີ່ຖືກອອກແບບມາເພື່ອຊ່ວຍເຫຼືອສະໜັບສະໜູນແມ່ຍິງທີ່ປະສົບກັບຄວາມຮຸນແຮງ ແມ່ນສິ່ງທີ່ຈໍາເປັນຢ່າງຍິ່ງ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທາງດ້ານກະຊວງສາທາລະນະສຸກຈຶ່ງໄດ້ສ້າງໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ໃຫ້ມີລັກສະນະຄ້າຍຄືກັນກັບສູນໃຫ້ການບໍລິການທີ່ປະເທດມົງໂກລີ ທີ່ຄະນະຜູ້ແທນລາວພ້ອມດ້ວຍອົງການ UNFPA ໄດ້ໄປຢ້ຽມຊົມທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນໄລຍະທີ່ຜ່ານມາ ໜ່ວຍງານບໍລິການດ້ານການແພດເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຈະເປັນໜ່ວຍງານແຫ່ງທໍາອິດໃນ ສປປ ລາວ ພ້ອມທັງມີເບີໂທລະສັບສາຍດ່ວນຊ່ວຍ ເຫຼືອດ້ານສຸຂະພາບໃຫ້ແກ່ຜູ້ລອດຊີວິດ/ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ມີສາຍດ່ວນ 24 ຊົ່ວໂມງ (ເບີໂທ 1527) ໃນຂະແໜງສາທາລະນະສຸກ.

ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງປະທານສູນກາງສະຫະພັນແມ່ຍິງລາວ ເອກອັກຄະລັດຖະທູດຄວາມສະເໝີພາບທາງເພດຂອງ ອົດສະຕຣາລີ ທ່ານ ຜູ້ຕາງໜ້າອົງການ UNFPA ທີ່ໃຫ້ການຮ່ວມມື ແລະ ເຫັນໄດ້ຄວາມສຳຄັນໃນວຽກງານດັ່ງກ່າວ ແລະ ພິເສດແມ່ນ ຂໍຂອບໃຈມາຍັງອົງ ການ UNFPA ທີ່ໄດ້ເອົາໃຈໃສ່ໃນການຊອກແຫຼ່ງທຶນມາສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານ ວິຊາການ ແລະ ງົບປະມານ ເພື່ອຊ່ວຍໃນການ ຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຮຸນແຮງໃນຂະແໜງສາທາລະນະສຸກພວກເຮົາ ໃຫ້ສຳເລັດຕາມຈຸດປະສົງທີ່ວາງໄວ້ເປັນຢ່າງດີ.

ເພື່ອເປັນການສືບຕໍ່ຜັນຂະຫຍາຍວຽກງານໃຫ້ປະກົດຜົນເປັນຈິງຂະແໜງສາທາລະ ນະສຸກ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນດ້ານງົບປະມານຈາກລັດຖະ ບານອົດສະຕຣາລີ ໂດຍຜ່ານອົງການ UNFPA ຈຶ່ງໄດ້ມີການຊຸກຍູ້ປັບປຸງໃຫ້ມີບ່ອນໃຫ້ບໍລິການດູແລດ້ານສຸຂະພາບ ແລະ ສາຍດ່ວນ ເພື່ອໃຫ້ຄໍາປຶກສາດ້ານການແພດແກ່ຜູ້ລອດຊີວິດໃນລະດັບໂຮງໝໍສູນກາງແຫ່ງທຳອິດ ແລະ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ຂະຫຍາຍໄປໂຮງໝໍອື່ນໆ ໃນຂັ້ນສູນກາງ ແລະ ໂຮງໝໍແຂວງຕໍ່ໆໄປ.”

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version