ໃນຕອນແລງວັນທີ 10 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນ ຕອນເຊົ້າວັນທີ 9 ຕຸລາ ແລະ ອັດລົງໃນຕອນບ່າຍວັນທີ 10 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະ ພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນ ດາ ຫົວຂໍ້ສໍາຄັນ ຄື: ວາລະທີ 1: ສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈໍາເດືອນ ຕຸລາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນ ການ ປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ຕໍ່ການສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ 2025: ກອງປະຊຸມໄດ້ຕີລາຄາ ເຖິງວ່າສະພາບການ ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກພາຍຸ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫລຊຸ ສົ່ງຜົນກະທົບຕໍ່ 10 ແຂວງ, 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 17.202 ຄົນ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ. ຕໍ່ສະພາບດັ່ງກ່າວ, ລັດຖະ ບານ ກໍໄດ້ຮີບຮ້ອນມອບໝາຍຄວາມຮັບຜິດຊອບໃຫ້ສະມາຊິກລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ລົງຕິດຕາມຊ່ວຍເຫລືອແກ້ໄຂສຸກເສີນເບື້ອງຕົ້ນ ຢູ່ບາງພື້ນທີ່ຕົວຈິງ ໃຫ້ທັນສະພາບການ, ອັນສໍາ ຄັນ ແມ່ນເພື່ອເຮັດໃຫ້ການຟື້ນຟູຜົນກະທົບດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ລັດຖະ ບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນ ຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 54.330 ຕື້ກີບ ເທົ່າກັບ 80% ຂອງແຜນປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 30%), ການປະຕິບັດແຜນລາຍຈ່າຍໄດ້ 43.887 ຕື້ກີບ ເທົ່າກັບ 61% ຂອງແຜນໝົດປີ; ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 5% ໃນເດືອນສິງຫາ ເປັນ 4,5% ໃນເດືອນກັນຍາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4,99 ເດືອນ; ສາມາດຊໍາລະໜີ້ ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະ ເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາ ສິນຄ້າໃນທ້ອງຕະຫລາດ ເປັນຕົ້ນ ເຂົ້າສານໜຽວ, ເຂົ້າສານຈ້າວ, ຊີ້ນໝູ, ໄຂ່ໄກ່ພັນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ ຄົ້ນຄວ້າໂຄງສ້າງລາຄາສິນຄ້າ, ແກ້ໄຂຕົ້ນທຶນການຜະລິດສິນຄ້າທີ່ຈຳເປັນ ໃຫ້ມີມູນຄ່າຕ່ຳລົງ ໂດຍສະເພາະ ສິນຄ້າ ກະສິກຳ ປະເພດເຂົ້າກິນ, ປາ, ໄຂ່ໄກ່ ແລະ ຊີ້ໝູ ຕິດພັນກັບການສະໜອງປັດໃຈການຜະລິດ ເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ ແລະ ອື່ນໆ ໂດຍລວມແມ່ນສາມາດສະໜອງສິນຄ້າທີ່ຈຳເປັນໄດ້ໂດຍພື້ນຖານ, ບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕ່າງໆ; ສໍາລັບການສົ່ງອອກສິນຄ້າ ບັນລຸ 709 ລ້ານກວ່າໂດລາສະຫະລັດ, ຫລຸດລົງ 0,3% ຕົ້ນຕໍແມ່ນ ເກືອກາລີ, ຄຳ, ແຮ່ທອງ, ຢາງພາລາ ແລະ ເຈ້ຍ; ສ່ວນການນໍາເຂົ້າສິນຄ້າ ມີມູນຄ່າ 816 ລ້ານກວ່າໂດລາສະຫະລັດ ເພີ່ມຂຶ້ນ 2,5% ຕົ້ນຕໍແມ່ນພາຫະນະ, ນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ຜະລິດຕະ ພັນເຄມີ, ອຸປະກອນກົນຈັກ, ເຫລັກປະເພດຕ່າງໆ ແລະ ເຄື່ອງທີ່ເຮັດດ້ວຍປລາສຕິກ; ໄດ້ສຸມໃສ່ການຜະລິດກະ ສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ເປັນຕົ້ນ ການຜະລິດເຂົ້ານາປີ, ການຜະລິດພືດສະບຽງອາຫານລະດູຝົນ ໂດຍລວມແມ່ນສາມາດຕອບສະໜອງໄດ້ຄວາມຕ້ອງ ການບໍລິໂພກພາຍໃນ; ສຳລັບການຜະລິດກະສິກຳເປັນສິນຄ້າ ແມ່ນສຸມໃສ່ຜະລິດພືດສິນຄ້າລະດູຝົນ, ຊຶ່ງພາຍໃນ ເດືອນ ສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ເປັນຕົ້ນ ໝາກກ້ວຍ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ ແລະ ສາລີ ໄດ້ 2,4 ແສນໂຕນ, ມູນຄ່າ 73,5 ລ້ານໂດລາສະຫະລັດ; ສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ 5,7 ແສນໂດລາສະຫະລັດ, ຊຶ່ງມູນຄ່າການສົ່ງອອກສິນຄ້າກະສິກໍາ 9 ເດືອນຕົ້ນປີ ປະຕິບັດໄດ້ 1,3 ລ້ານກວ່າໂດລາສະຫະລັດ ເທົ່າກັບ 87% ຂອງແຜນການປີ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລື ກ່ຽວກັບວິທີ ການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບ ໜ້າໄວຂຶ້ນ ໂດຍສະເພາະ ໂຄງການທີ່ກຳລັງຈັດຕັ້ງປະຕິບັດ, ໂຄງການຟື້ນຟູທາງຫລວງທີ່ເປ່ເພ ແລະ ໄດ້ຮັບຜົນກະ ທົບຈາກໄພທຳມະຊາດ; ໄດ້ແກ້ໄຂບັນຫາການຂາດແຄນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ຕາມນະໂຍບາຍໃນມະຕິ 09/ລບ; ໄດ້ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ງານມະ¬ຫະກຳກິ¬ລາຄົນພິ¬ການແຫ່ງຊາດ ຄັ້ງທີ IV, ບຸນນະມັດສະການພະທາດຫລວງ, ການສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວ ພິບ ໂດຍສໍາເລັດກະກຽມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງ ຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈໍານວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນ ປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ການຄຸ້ມຄອງການ ຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງ, ການຄຸ້ມຄອງ ແລະ ແກ້ໄຂ ບັນຫາຂ່າວບິດເບືອນ-ຂ່າວລື ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້: ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຮອບດ້ານ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະ ຈຸດຫລໍ່ແຫລມເຂດຊາຍ ແດນ ແລະ ເຂດຫ່າງໄກສອກຫລີກ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ, ລວມທັງ ບັນຫາປັ່ນປ່ວນຜ່ານສື່ສັງຄົມອອນລາຍ; ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆ ເປັນຕົ້ນ ບຸນນະມັດສະການພະທາດຫລວງວຽງຈັນ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານສະເຫລີມ ສະຫລອງວັນຊາດ ຄົບຮອບ 50 ປີ.
ຮີບຮ້ອນປັບປຸງບົດລາຍງານ ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານ ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດ ທັນໄປຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ນຳເຂົ້າ ປຶກສາຫາລືໃນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນ ທ້າຍເດືອນຕຸລານີ້ ກ່ອນນຳໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຮີບຮ້ອນຈັດສັນບັນຊີໂຄງການລົງທຶນຂອງລັດ ປີ 2026 ໃຫ້ທັນໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ສາມາດເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2026, ສະເພາະໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ແມ່ນໃຫ້ ໄດ້ເລີ່ມປະຕິບັດແຕ່ທ້າຍປີ 2025; ສືບຕໍ່ຄົ້ນຄວ້ານະໂຍບາຍເພີ່ມເງິນເດືອນ ແລະ ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ໃນປີ 2026 ເປັນຕົ້ນໄປ.
ສືບຕໍ່ສຸມໃສ່ປະຕິບັດ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະ ນະສະເພາະກິດ 19/ກມສພ ຕາມແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສະເພາະ ມາດຕະການຄຸ້ມຄອງ ອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟຸມເຟືອຍ, ສິນ ຄ້າທີ່ຜະລິດໄດ້ພາຍໃນ; ສືບຕໍ່ສຸມໃສ່ກວດກາ ແລະ ປະເມີນບັນດາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໃຫ້ສຳ ເລັດໄວ, ໂຄງການໃດມີຄວາມຄືບໜ້າຊ້າ, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫລື ຍັງຄ້າງຊໍາລະພັນທະ ຕ່າງໆໃຫ້ລັດ ແມ່ນໃຫ້ດຳເນີນຂັ້ນຕອນການຍົກເລີກ ແລະ ຖອນໂຄງການຄືນ; ສຸມໃສ່ແກ້ໄຂຜົນກະທົບຈາກໄພ ພິບັດໃນລະດູຝົນ ໂດຍສະເພາະ ທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກ, ພ້ອມທັງ ເອົາໃຈໃສ່ການໂຄສະນາເຜີຍແຜ່ໃຫ້ ປະຊາຊົນເຂົ້າໃຈ ລະບອບການເຮັດວຽກຂອງລັດຖະບານ ກໍຄື ຄະນະຮັບຜິດຊອບ ຜ່ານຫລາຍສື່-ຫລາຍຮູບການ; ເອົາໃຈໃສ່ການບໍລິຫານຈັດການປະລິມານນ້ຳ ຢູ່ແຕ່ລະເຂື່ອນໄຟຟ້າ ແລະ ອ່າງເກັບນ້ຳຊົນລະປະທານ ໂດຍຖອດ ຖອນບົດຮຽນຜ່ານມາ ເພື່ອຫລຸດຜ່ອນຄວາມສ່ຽງຕ່າງໆ.
ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງສຶກສາທິການ ແລະ ກິລາ ຕິດຕາມຊຸກຍູ້ການເຄື່ອນໄຫວ, ການສ້າງສີມື ແລະ ການສະໜອງແຮງງານ ຢູ່ບັນ ດາເຂດເສດຖະກິດພິເສດ ແລະ ເຂດນິຄົມອຸດສາຫະກຳ ບົນພື້ນຖານຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ; ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫລີມສະຫລອງວັນສຳຄັນຂອງ ພັກ-ລັດ ແລະ ບຸນປະເພນີຕ່າງໆ ເຊັ່ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານມະຫະກໍາກິລາ ທີ່ຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນ ໂດຍສະເພາະ ການຈັດສັນເສັ້ນທາງສັນຈອນ, ການຈັດກິດຈະກຳປິ່ນອ້ອມຂອງແຕ່ລະງານ ໃຫ້ມີຄວາມເໝາະສົມ, ລວມທັງແຜນການຮັກສາຄວາມສະອາດ, ອະນາໄມສິ່ງເສດເຫລືອ ຢູ່ຕາມສະຖານທີ່ ພາຍ ຫລັງຈັດງານ ເພື່ອບໍ່ໃຫ້ມີຫາງສຽງບໍ່ດີ.
ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ກໍຄື ມະຕິ 10/ລບ. ໃນນັ້ນ, ໃຫ້ຮີບຮ້ອນແກ້ໄຂຟື້ນຟູສ້ອມແປງເສັ້ນທາງຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ໃຫ້ສາມາດນໍາໃຊ້ໄດ້ຢ່າງເປັນປົກກະຕິ; ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບູລິ ມະສິດ; ສຸມໃສ່ປັບປຸງສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ ມີຄວາມຄືບໜ້າໄວ ແລະ ສຳເລັດຕາມແຜນ; ໃຫ້ຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາຄ່າຜ່ານທາງ ສຳລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກ ສາ ໃຫ້ເປັນເອກະພາບກັນທົ່ວປະເທດ; ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງດ່ວນ ໂດຍສະເພາະ ທາງດ່ວນວຽງ ຈັນ-ຮ່າໂນ້ຍ ຊ່ວງທີ 2 ທີ່ໄດ້ອະນຸມັດ ໃຫ້ເຊັນສັນຍາສໍາປະທານແລ້ວ ແລະ ສືບຕໍ່ເຈລະຈາສັນຍາສໍາປະທານຊ່ວງທີ 1 ທີ່ຍັງບໍ່ທັນເປັນເອກະພາບ; ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ແລະ ຕ້ອນຮັບບັນດາແຂກຕ່າງປະເທດທີ່ມາຢ້ຽມຢາມທາງການ ໃຫ້ດີ.
ສ່ວນບັນດາບົດລາຍງານ ເປັນຕົ້ນ ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ: ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະ ກຽມຄວາມພ້ອມຮັບມື ຕໍ່ສະພາບຄວາມສ່ຽງ ແລະ ທ່າອ່ຽງຕ່າງໆທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2: ກອງປະຊຸມພິຈາລະນາ ການລາຍງານສະພາບການແກ້ໄຂເສັ້ນທາງລົດເມດ່ວນ BRT; ແຜນ ກະກຽມບຸນນະມັດສະການພະທາດຫລວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ການກະກຽມສະເຫລີມ ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາ ມະການສິດທິຄົນພິການສະຫະປະຊາຊາດ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິຄົນພິການ. ໃນນັ້ນ, ຕໍ່ການແກ້ໄຂບັນຫາເສັ້ນທາງລົດເມດ່ວນ BRT ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງໂຍ ທາທິການ ແລະ ຂົນສົ່ງ ສົມທົບກັບນະຄອນຫລວງວຽງຈັນ ຈັດກອງປະຊຸມປຶກສາຫາລືຮ່ວມກັບພາກສ່ວນກ່ຽວ ຂ້ອງ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຊຶ່ງບັນຫາສຳຄັນ ແມ່ນໃຫ້ເກັບກໍາຂໍ້ມູນ ແລະ ປະເມີນຜົນ ທັງໄລຍະສັ້ນ ແລະ ໄລຍະຍາວ ຢ່າງລະອຽດ ເພື່ອເຮັດໃຫ້ເສັ້ນທາງ ກໍຄື ການບໍລິການລົດເມດ່ວນ BRT ຖືກນໍາໃຊ້ ຢ່າງມີປະສິດທິຜົນສູງ. ສຳລັບກະກຽມບຸນນະມັດສະການພະທາດຫລວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ: ກອງປະຊຸມໄດ້ຊີ້ນຳ ໃຫ້ເອົາໃຈໃສ່ ຕໍ່ການຮັກສາຄວາມສະຫງົບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ມີບັນຍາກາດຟົດຟື້ນ ມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ, ທັງຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ. ສ່ວນຮ່າງ ແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຄົນພິການ: ກອງປະຊຸມໄດ້ຊີ້ນຳ ໃຫ້ກຳນົດຄົບຖ້ວນ ແລະ ລະອຽດ ຈະແຈ້ງ ຕໍ່ບັນດາພັນທະຂອງ ສປປ ລາວ ໃນວຽກງານດັ່ງກ່າວ, ລວມທັງ ແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ ໃຫ້ສອດຄ່ອງກັບຕົວຈິງ.
ວາລະທີ 3: ກອງປະຊຸມພິຈາລະນາ ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາຮ່າງແຜນດັ່ງກ່າວ ໄປປັບປຸງຕາມການປະກອບຄໍາເຫັນ ຂອງ ສະມາຊິກລັດຖະບານ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນີ້, ຍັງໄດ້ພິຈາລະນາ ຮ່າງດໍາລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ. ແຕ່ເນື່ອງຈາກຮ່າດໍາລັດສະບັບນີ້, ມີເນື້ອໃນຕິດພັນກັບຫລາຍຂະແໜງການ ແລະ ຫລາຍນິຕິກຳ ທີ່ໄດ້ ປະກາດນຳໃຊ້ແລ້ວ. ສະນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໄປປຶກສາຫາລືເປັນ ເອກະພາບ ຮ່ວມກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຕື່ມ, ແລ້ວຈຶ່ງລາຍງານຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ເພື່ອຂໍການພິຈາລະນາ ຈາກລັດຖະບານ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາ ແຜນວຽກຈຸດສຸມເດືອນຕຸລາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສໍາເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.