Home ຂ່າວໜ້າໜຶ່ງ ຍ່າງເພື່ອສຸຂະພາບສະຫລອງວັນການທູດລາວ ຄົບຮອບ 80 ປີ

ຍ່າງເພື່ອສຸຂະພາບສະຫລອງວັນການທູດລາວ ຄົບຮອບ 80 ປີ

0

ໃນວັນທີ 11 ຕຸລາ 2025, ທີ່ເດີ່ນປະຕູໄຊ, ກະຊວງການຕ່າງປະເທດ ໄດ້ຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງວັນການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ປະຈໍາ ສປປ ລາວ, ພ້ອມດ້ວຍພະນັກງານຈາກກະຊວງການຕ່າງປະເທດ, ກະຊວງ, ອົງການ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານການທູດລາວ ເຊິ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການປະຕິວັດປົດປ່ອຍຊາດ, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າຂອງປະຊາຊົນລາວວິລະຊົນ ຜູ້ໄຝ່ຫາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກຫອມສັນຕິພາບ ໄດ້ປະກາດເອກະລາດ ແລະ ແນວທາງນະໂຍບາຍການຕ່າງປະເທດຂອງຕົນ ໃຫ້ປະຊາຄົມໂລກໄດ້ຮັບຮູ້, ພ້ອມທັງໄດ້ຍົກໃຫ້ເຫັນເຖິງຂະບວນວິວັດ ຂອງການເຄື່ອນໄຫວການທູດ ກໍຄື ບັນດາຜົນສໍາເລັດ ຂອງຂະແໜງການຕ່າງປະເທດ ທີ່ຍາດມາໄດ້ໃນຕະຫລອດໄລຍະ 8 ທົດສະວັດທີ່ຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະແມ່ນການເປີດກວ້າງການຮ່ວມມື ແລະ ຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດກັບຫລາຍປະເທດ ລວມທັງການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານສາກົນ ຢ່າງມີຄວາມຮັບຜິດຊອບ ດ້ວຍຫລາຍຮູບການ ໃນເວທີສະຫະປະຊາຊາດ, ອາຊຽນ, ຂອບການຮ່ວມມືພາກພື້ນ ແລະ ອະນຸພາກພື້ນຕ່າງໆ ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”, ຕາມທິດນໍາ ເພີ່ມມິດຫລຸດຜ່ອນສັດຕູ ແລະ ມີການພົວພັນແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍລະດັບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາທີ່ກວ້າງຂວາງຢູ່ພາຍໃນປະເທດ, ປະກອບສ່ວນເຂົ້າໃນພາລະກິດລວມຂອງພາກພື້ນ ແລະ ສາກົນ, ເພີ່ມທະວີການເຄື່ອນໄຫວການທູດການເມືອງຕິດພັນກັບການທູດເສດຖະກິດ, ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນກັບຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງຫລາຍຂຶ້ນ ໂດຍອີງໃສ່ທ່າແຮງ ແລະ ຈຸດພິເສດທາງດ້ານພູມສາດຂອງປະເທດ, ກໍາເອົາກາລະໂອກາດຈາກປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດຂອງອະນຸພາກພື້ນ, ສືບຕໍ່ເພີ່ມທະວີການເຄື່ອນໄຫວວຽກງານການທູດປະຊາຊົນ ບົນພື້ນຖານການເຄົາລົບເອກະລາດ, ອໍານາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ອໍານວຍຄວາມສະດວກໃຫ້ປະຊາຊົນ ໃນການເດີນທາງໄປມາຫາສູ່ໃຫ້ມີຄວາມສະດວກສະບາຍ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະກິດຂອງທ້ອງຖິ່ນໃຫ້ມີການເຕີບໂຕຢ່າງໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ນໍາພາປະເທດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄື ເພື່ອບັນລຸເປົ້າໝາຍ ປີ 2030 ເພື່ອການພັດທະນາແບບຍືນຍົງ (SDG).

ນອກຈາກກິດຈະກໍາຍ່າງເພື່ອສຸຂະພາບແລ້ວ, ໃນພິທີຍັງໄດ້ເປີດໂອກາດໃຫ້ ຜູ້ເຂົ້າຮ່ວມໄດ້ຫລິ້ນກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວ ກ່ຽວກັບ ວັນການທູດລາວ, ເຊິ່ງເຫັນວ່າ ການຈັດກິດຈະກໍາດັ່ງກ່າວໄດ້ມີຜົນສໍາເລັດຢ່າງຈົບງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version