Home ຂ່າວພາຍໃນ ລັດຖະມົນຕີກະຊວງຍຸຕິທຳ ພົບປະຮອງເຈົ້າແຂວງຊຽງຂວາງ

ລັດຖະມົນຕີກະຊວງຍຸຕິທຳ ພົບປະຮອງເຈົ້າແຂວງຊຽງຂວາງ

0

ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະໄດ້ພົບປະທ່ານບົວເງິນ ຫຸມໂຊຍະພົມ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍຄະນະ ໃນຕອນເຊົ້າ ວັນທີ 07 ສິງຫາ 2023 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ເຊິ່ງທ່ານ ໄພວີ ສີບົວລິພາ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມແຂວງ ຊຽງຂວາງ ໃນຄັ້ງນີ້ ເພື່ອຕິດຕາມ, ຊຸກຍູ້ ແລະ ແນະນຳ ການເຄືອນໄຫວຈັດຕັ້ງປະຕິບັດ ວຽກງານຍຸຕິທໍາຮາກຖານ ປະຈໍາ ປີ 2023.

ໂອກາດນີ້, ທ່ານຮອງແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງຊຽງຂວາງ ກໍຄືວຽກງານເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແນະນໍາການເຄື່ອນໄຫວຈັ້ດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານປະຈໍາ ປີ 2023 ໂດຍສະເພາະຢູ່ແຂວງຊຽງຂວາງ ຂໍໃຫ້ທຸກພາກສ່ວນຕ້ອງສຶກສາເນື້ອໃນ ຂອງກົດໝາຍໃຫ້ເຂົ້າໃຈ ຈະແຈ້ງ ພ້ອມທັງປະຕິບັດໃຫ້ຖືກຕ້ອງ, ສອດ ຄ່ອງກັບກົດໝາຍຢ່າງເຂັ້ມງວດ, ພ້ອມກັນເຜີຍແຜ່ກົດໝາຍສະບັບນີ້ ລົງສູ່ທ້ອງຖິ່ນຮາກຖານ ໃຫ້ຮັບຮູ້ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ.

ຂ່າວ ນາງ ໄມສຸກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version