Home ຂ່າວພາຍໃນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ.

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ.

0

———————-

ວັນທີ 6 ສິງຫາ 2023 ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ : ນໍ້າດື່ມ, ເຂົ້າສານຈ້າວ, ເຂົ້າສານໜຽວ, ມີ່, ປາກະປ໋ອງ ແລະ ຢາປົວພະຍາດຈໍານວນໜຶ່ງ, ລວມມູນຄ່າທັງໝົດ 100 ລ້ານກີບ. ມາມອບໃຫ້ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພທໍາມະຊາດ ( ນໍ້າຖ້ວມ ) ຢູ່ບັນດາເມືອງຂອງແຂວງຄໍາມ່ວນ, ເພື່ອເປັນການແບ່ງເບົາ ແລະ ເປັນກຳລັງໃຈແກ່ຜູ້ທີ່ໄດ້ຮັບຜົນກະທົບໄດ້ຜ່ານວິກິດນີ້ໄປດ້ວຍດີ. ເປັນກຽດຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມອບໂດຍ ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍມີ ພະແນກການກ່ຽວຂ້ອງ ຮ່ວມເປັນສັກຂີພິຍານ.

ຕໍ່ກັບເຫດການນໍ້າຖ້ວມຄັ້ງນີ້, ປະຈຸບັນທາງການນໍາທັງສູນກາງ, ຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທຸກຂັ້ນ ພວມເລັ່ງໃຫ້ການຊ່ວຍເຫຼືອຢ່າງເຕັມທີ່. ສໍາລັບແຜນແຈກຢາຍເຄື່ອງທີ່ບັນດາບໍລິສັດນໍາມາມອບ ທາງຄະນະກອງເລຂາ ພວມເລັ່ງນໍາໄປແຈກຢາຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ເຊິ່ງຕາມແຜນໃນມື້ນີ້ແມ່ນຈະນໍາໄປມອບທີ່ເມືອງນາກາຍ ແລະ ເມືອງຫິນບູນ.

ສ່ວນການຮັບບໍລິຈາກແມ່ນຍັງສືບຕໍ່ໄປເລື້ອຍໆ ສຳລັບຜູ້ທີ່ສົນໃຈຢາກຈະປະກອບສ່ວນ ແລະ ຊ່ວຍເຫລືອ ສາມາດເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄຳມ່ວນ ຫຼື ຕິດຕໍ່ທາງກອງເລຂາໄດ້ທີເບີໂທລະສັບ 020 22157273 ແລະ ເບີ 02052223499

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version