Home ຂ່າວຕ່າງປະເທດ ຣັດເຊຍ ແລະ ຊາອຸດິດ ອາຣາບີ ສືບຕໍ່ຫຼຸດການສະໜອງນ້ຳມັນໃນເດືອນກັນຍາ

ຣັດເຊຍ ແລະ ຊາອຸດິດ ອາຣາບີ ສືບຕໍ່ຫຼຸດການສະໜອງນ້ຳມັນໃນເດືອນກັນຍາ

0

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 3 ສິງຫາ ຜ່ານມາ ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ໃຫ້ຮູ້ວ່າ: ຣັດເຊຍ ຈະຫຼຸດການສົ່ງອອກນ້ຳມັນປະມານ 300.000 ບາເຣນຕໍ່ມື້ໃນເດືອນກັນຍາຈະມາເຖິງ.

ຂ່າວລະບຸວ່າ: ທ່ານ ອາເລັກຊານເດີ ໂນວັກ ກ່າວວ່າ: ການຫຼຸດປະລິມານການສົ່ງອອກດັ່ງກ່າວແມ່ນຢູ່ໃນຄວາມພະຍາຍາມທີ່ຈະດຸ່ນດ່ຽງຕະຫຼາດນ້ຳມັນ. ກ່ອນໜ້ານີ້, ຣັດເຊຍ ໄດ້ປະກາດວ່າຈະຫຼຸດການຜະລິດນ້ຳມັນປະມານ 500.000 ບາເຣນຕໍ່ມື້, ຫຼື 5% ຂອງປະລິມານການຜະລິດນ້ຳມັນຂອງຕົນ, ນັບແຕ່ເດືອນມີນາຮອດທ້າຍປີ 2023. ຣັດເຊຍ ແມ່ນປະເທດສົ່ງອອກນ້ຳມັນລາຍໃຫຍ່ອັນດັບສອງ ຂອງໂລກ ຖັດຈາກ ຊາອຸດິດ ອາຣາບີ.

ລາຄານໍ້າມັນໄດ້ເພີ່ມຂຶ້ນສູງຢ່າງໄວວາ ຫຼັງຈາກສອງປະເທດນີ້ໄດ້ປະກາດການຫຼຸດການຜະລິດໃນຕົ້ນເດືອນກໍລະກົດ ຊຶ່ງລາຄານ້ໍາມັນເບຣນ (Brent) ຈາກທີ່ເພີ່ມຂຶ້ນ 76 ໂດລາຕໍ່ບາເຣນ ໄດ້ເພີ່ມຂຶ້ນຕື່ມອີກຫຼາຍກວ່າ 83 ໂດລາຕໍ່ບາເຣນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version