Home ຂ່າວຕ່າງປະເທດ ຫວຽດນາມ ເປີດນຳໃຊ້ ໂລໂກ້, ເວັບໄຊ ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9

ຫວຽດນາມ ເປີດນຳໃຊ້ ໂລໂກ້, ເວັບໄຊ ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 3 ສິງຫາ ຜ່ານມາ ຢູ່ ຫໍສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນພິທີປະກາດເປີດນຳໃຊ້ ໂລໂກ້, ເວັບໄຊ ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9. ໂດຍການເຂົ້າຮ່ວມພິທີຂອງ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນພິທີປະກາດ, ທ່ານ ບູ່ຍວັນເກື່ອງ ເລຂານຸການ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໃນວັນທີ 14 – 17 ກັນຍາປີ 2023 ຢູ່ ນະຄອນຫຼວງຮ່າໂນ້ຍ ແມ່ນເຫດການການເມືອງສຳຄັນ, ແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຫວຽດນາມ ເວົ້າລວມ ແລະ ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ ມາຍັງ ເພື່ອນມິດສາກົນ.

ດ້ວຍຫົວຂໍ້: “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ”, ວາລະປະຊຸມຄັ້ງຕ່າງໆຈະປຶກສາຫາລືສຸມໃສ່ເຂົ້າໃນ 3 ເນື້ອໃນ: ການຫັນເປັນດີຈີຕອນ, Startup ແລະ ນະວັດຕະກຳ; ຊຸກຍູ້ການຫັນວັດທະນະທຳເປັນຫຼາຍຮູບແບບ ເພື່ອການພັດທະນາແບບຍືນຍົງ.

ເວັບໄຊ ຂອງກອງປະຊຸມດັ່ງກ່າວແມ່ນ Nghisitre.Quochoi.vn ແລະ ສະແດງຜ່ານ 2 ພາສາ: ພາສາອັງກິດ ແລະ ພາສາຫວຽດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version