Home ຂ່າວພາຍໃນ ສັບປະດາສາກົນການລ້ຽງລູກດ້ວຍນົມແມ່

ສັບປະດາສາກົນການລ້ຽງລູກດ້ວຍນົມແມ່

0

ສັບປະດາ (ອາທິດ) ສາກົນການລ້ຽງລູກດ້ວຍນ້ຳນົມແມ່ World breastfeeding week (WBW) ນໍ້ານົມແມ່ມີຄຸນປະໂຫຍດມະຫາສານ ເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພຊະນາການດີ, ມີການຈະເລີນເຕີບໂຕ ແລະ ພັດທະນາການດີເຮັດໃຫ້ເດັກສະຫຼາດ. ນອກຈາກນັ້ນ, ນໍ້ານົມແມ່ຍັງມີຜົນດີຫຼາຍຢ່າງຕໍ່ແມ່, ຕໍ່ສະພາບແວດລ້ອມ ແລະ ປະເທດຊາດ. ນໍ້ານົມແມ່ມີສານອາຫານຄົບຖ້ວນສົມສ່ວນ ແລະ ພຽງພໍສໍາລັບເດັກແຕ່ມື້ເກີດຈົນຮອດອາຍຸ 6 ເດືອນ, ມີພູມຄຸ້ມກັນພະຍາດຊ່ວຍປົກປ້ອງເດັກຈາກພະຍາດຊຶມເຊື້ອຕ່າງໆ.

ໃນໂອກາດສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ທີ່ນະຄອນຫຼວງວຽງຈັນ ທ່ານນາງ ພອນສະຫັວນ ແກ້ວນະຄອນ ຫົວໜ້າສູນໂພຊະນາການ ໄດ້ຍົກໃຫ້ເຫັນເຖິງປະຫັວດຄວາມເປັນມາຂອງວັນດັ່ງກ່າວວ່າ: ສັບປະດາສາກົນການລ້ຽງລູກດ້ວຍນ້ຳນົມແມ່ໄດ້ເລີ່ມຕົ້ນ ແລະ ສະເຫຼີມສະຫຼອງໂດຍອົງການພັນທະມິດສາກົນ ເພື່ອການປະຕິບັດການລ້ຽງລູກດ້ວຍນໍ້ານົມແມ່ World Alliance for Breastfeeding Action (WABA) ໃນປີ 1992. ຕໍ່ມາບັນດາອົງການຈັດຕັ້ງສາກົນ UNICEF, WHO, ບຸກຄົນ, ສະມາຄົມ ແລະ ລັດຖະບານໄດ້ພາກັນສະຫຼອງຫຼາຍກວ່າ 120 ປະເທດ ຊຶ່ງອົງການພັນທະມິດສາກົນ ເພື່ອການປະຕິບັດການລ້ຽງລູກດ້ວຍນໍ້ານົມແມ່ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 14 ກຸມພາ 1991 ເພື່ອສະໜັບສະໜູນ ແລະ ສົ່ງເສີມວັດທະນະທໍາການລ້ຽງລູກດ້ວຍນໍ້ານົມແມ່ໃນທົ່ວໂລກ ຊຶ່ງອົງການ UNICEF, WHO ແລະ WABA ໄດ້ກໍານົດສັບປະດາຂອງການລ້ຽງລູກດ້ວຍນໍ້ານົມແມ່ ໄດ້ຖືກກໍານົດໃຫ້ເປັນງານທີ່ສໍາຄັນລະດັບສາກົນ ເປັນການໂຄສະນາເພື່ອປູກຈິດສໍານຶກໃນທົ່ວໂລກປົກປ້ອງ-ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ເພື່ອປັບປຸງສຸຂະພາບຂອງເດັກນ້ອຍ.

ໃນທຸກໆ ປີ ສັບປະດາສາກົນຂອງການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 1-7 ສິງຫາ ໂດຍອົງການພັນທະມິດສາກົນ ເພື່ອປະຕິບັດການລ້ຽງລູກດ້ວຍນໍ້ານົມແມ່; ສໍາລັບປີ 2023 ສັບປະດາສາກົນຂອງການລ້ຽງລູກດ້ວຍນໍ້ານົມແມ່ ສະເຫຼີມສະຫຼອງພາຍໃຕ້ຄໍາຂັວນ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນສະຖານທີ່ເຮັດວຽກ ຊ່ວຍໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ້. ໂດຍຈະສຸມໃສ່ການລ້ຽງລູກດ້ວຍນໍ້ານົມແມ່ ແລະ ການວ່າຈ້າງ/ການເຮັດວຽກ. ເປັນຕົວຢ່າງໃຫ້ເຫັນຜົນກະທົບຂອງການລາພັັກວຽກ ໂດຍຍັງໄດ້ຮັບເງິນ, ບ່ອນເຮັດວຽກທີ່ເອື້ອອໍານວຍ ແລະ ຄວາມເຂົ້າໃຈ ກາຍເປັນຄວາມຊິນເຄີຍກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຂອງພໍ່ແມ່. ກຸ່ມເປົ້າໝາຍ, ລັດຖະບານ, ຜູ້ວາງນະໂຍບາຍ, ສະຖານທີ່ເຮັດວຽກ, ຊຸມຊົນ ແລະ ພໍ່ແມ່ ຈະມີສ່ວນຮ່ວມເພື່ອໃຫ້ພວກເຂົາເຈົ້າໄດ້ສະແດງບົດບາດອັນສໍາຄັນ ເຮັດໃຫ້ຄອບຄົວມີຄວາມເຂັ້ມແຂງ ແລະ ສ້າງສະພາບແວດລ້ອມທີ່ເປັນມິດຕໍ່ການລ້ຽງລູກດ້ວຍນໍ້ານົມແມ່ແບບຍືນຍົງ.

ຈຸດປະສົງຂອງສັບປະດາດັ່ງກ່າວ ເພື່ອເປັນການໃຫ້ຂໍ້ມູນແກ່ມວນຊົນກ່ຽວກັບຄວາມຄິດ ໃນການລ້ຽງລູກດ້ວຍ ນໍ້ານົມແມ່ ແລະ ການອົບຮົມລ້ຽງດູລູກຂອງພໍ່ແມ່ເດັກທີ່ເຮັດວຽກ; ໃຫ້ທາງເລືອກ ໃຫ້ພັກວຽກຫຼັງເກີດລູກໂດຍທີ່ຍັງໃຫ້ຄ່າຈ້າງ ແລະ ການສະໜັບສະໜູນໃນສະຖານທີ່ເຮັດວຽກທີ່ດີທີ່ສຸດ ເພື່ອເຮັດໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ້; ການມີສ່ວນຮ່ວມຂອງບຸກຄົນ ແລະ ອົງການຈັດຕັ້ງເພື່ອເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ໃນບ່ອນເຮັດວຽກ ທັງເປັນການກະຕຸ້ນກິດຈະກໍາໃຫ້ມີການປັບປຸງເງື່ອນໄຂການເຮັດວຽກ ແລະ ການສະໜັບສະໜູນທີ່ກ່ຽວຂ້ອງ ກັບການລ້ຽງລູກດ້ວຍນໍ້ານົມແມ່. ການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ຊ່ວຍແກ້ໄຂບັນຫາຄວາມບໍ່ສະເໝີພາບ ທີ່ເປັນອຸປະສັກຕໍ່ການພັດທະ ນາແບບຍືນຍົງ.

ຂ່າວ-ພາບ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version