Home ຂ່າວການເມືອງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າ UNFPA

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າ UNFPA

0

ໃນວັນທີ 26 ກໍລະກົດ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ບາກ​ທີ​ຢໍ ກາ​ດີ​ໂຣ​ຟ (BAKHTIYOR KADYROV) ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຄົນ​ໃໝ່ ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ອົງການ UNFPA ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ UNFPA ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ອົງການ UNFPA ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຂົງເຂດວຽກງານດ້ານປະຊາກອນ ແລະ ການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ ບູລິມະສິດແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍຄື ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການ UNFPA ປະຈໍາ ສປປ ລາວ ໃນແຕ່ລະໄລຍະ. ພ້ອມທັງ ສະເໜີໃຫ້ ອົງການ UNFPA ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການດຳເນີນແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາຂອງອົງການ ສປຊ (ICPD PoA) ແລະ ຄໍາໝາຍໝັ້ນຂອງລັດຖະບານຕໍ່ແຜນປະຕິບັດງານ ICPD25 ທີ່ສອດຄ່ອງໃຫ້ແກ່ການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍໝັ້ນຂອງລັດຖະບານ ໃນຂະບວນການກະກຽມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ.

ທ່ານ BAKHTIYOR KADYROV ຜູ້ຕາງໜ້າອົງການ UNFPA ຄົນ​ໃໝ່ປະ​ຈໍ​າ ສ​ປ​ປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມ​ທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການ ຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍແຈ້ງໃຫ້ ຜູ້ຕາງໜ້າອົງການ UNFPA ຊາບວ່າ: ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ​ທ່ານ ບາກ​ທີ​ຢໍ ກາ​ດີ​ໂຣ​ຟ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຕາມ​ລະ​ດັບ​ຄາດ​ໝາຍ.

​ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version