Home ຂ່າວພາຍໃນ ໃຫ້ເລືອດໃຫ້ຊີວິດໃໝ່

ໃຫ້ເລືອດໃຫ້ຊີວິດໃໝ່

0

ເລືອດແມ່ນສິ່ງທີ່ຈໍາເປັນ ແລະ ຂາດບໍ່ໄດ້ຕໍ່ຊີວິດຂອງຄົນຜູ້ໜຶ່ງ ຖ້າຂາດເລືອດກໍມີແຕ່ໃສ່ເລືອດເທົ່ານັ້ນຈຶ່ງຈະມີຊີວິດຢູ່ລອດ ທ່ານ ສົມບູນ ແກ້ວມະນີວັນ ຢູ່ບ້ານໂນນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດ ຕໍ່ຜູ້ຂຽນວ່າ: ພວກຂ້າພະເຈົ້າເລີ່ມຕົ້ນບໍລິຈາກເລືອດ ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນ ໃນການຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດຂອງຄົນເຈັບໃຫ້ປອດໄພ, ຍ້ອນວ່າ ເລືອດເປັນສິ່ງທີ່ຂາດບໍ່ໄດ້ຕໍ່ຊີວິດຂອງຄົນຜູ້ໜຶ່ງ, ບໍ່ມີສິ່ງໃດຈະມາທົດແທນໄດ້ ຍ້ອນວ່າບໍ່ມີໂຮງງານຜະລິດເລືອດ. ສະນັ້ນ ຖ້າຂາດເລືອດ ກໍຄືຂາດຊີວິດ ຖ້າບໍ່ມີເລືອດທີ່ຈະສະໜອງໃຫ້ແກ່ຄົນເຈັບ ຄົນເຈັບນັ້ນໆ ອາດຈະເສຍຊີວິດໄດ້. ທ່ານ ສົມບູນ ແກ້ວມະນີວັນ ກ່າວຕື່ມວ່າ: ຂ້າພະເຈົ້າພ້ອມດ້ວຍຄອບຄົວ ມີີຄວາມພູມໃຈຫຼາຍທີ່ໄດ້ຮ່ວມບໍລິຈາກເລືອດບໍ່ຫວັງຜົນຕອບແທນເພື່ອຊ່ວຍເຫຼືອສັງຄົມ, ນັບຕັ້ງແຕ່ບໍລິຈາກເລືອດເທື່ອທໍາອິດ ຈົນເຖິງປັດຈຸບັນ ແມ່ນເຖິງ 80 ຄັ້ງ, ສ່ວນທ່ານ ນາງ ສົມພາວັນ ອິນທະມິດ (ຄອບຄົວ) ບໍລິຈາກເລືອດທັງໝົດ 61 ຄັ້ງ, ເພື່ອຊ່ວຍເຫຼືອຄົນເຈັບທີ່ຕ້ອງການເລືອດໃຫ້ເຂົາເຈົ້າກັບມາມີຊີວິດຢູ່ລອດ ເປັນຕົ້ນແມ່ນຄົນເຈັບທີ່ເປັນພະຍາດເລືອດຈາງມາແຕ່ກໍາເນີດ, ຄົນເຈັບທີ່ເປັນພະຍາດມະເຮັງ, ແມ່ຍິງເກີດລູກທີ່ມີການສູນເສຍເລືອດຫຼາຍ, ຜູ້ທີ່ຜ່າຕັດ, ອຸບັດເຫດ ແລະ ເຫດການອື່ນໆ ຊຶ່ງທັງ 2 ທ່ານ ແມ່ນໄດ້ຮັບໃບຍ້ອງຍໍ ໃນມື້ບໍລິຈາກເລືອດໂລກ 14 ມິຖຸນາ ທີ່ຜ່ານມາ ມອບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການ ກາແດງແຫ່ງຊາດລາວ.

ທ່ານ ສົມບູນ ແກ້ວມະນີວັນ ກ່າວຕື່ມວ່າ: ການບໍລິຈາກເລືອດຈະເປັນແບບຢ່າງອັນດີແກ່ຜູ້ອື່ນ ທີ່ຍັງບໍ່ທັນເຄີຍບໍລິຈາກເລືອດ ໃຫ້ເຫັນເຖິງຄວາມສຳຄັນຂອງເລືອດທີ່ຈະຕໍ່ລົມຫາຍໃຈ ທັງເປັນການປູກຈິດສຳນຶກໃຫ້ສັງຄົມປະກອບໃນການບໍລິຈາກເລືອດຫຼາຍຂຶ້ນ ເພື່ອຊ່ວຍຊີວິດໃຫ້ແກ່ເພື່ອນມະນຸດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ, ການບໍລິຈາກເລືອດບໍ່ໄດ້ເປັນອັນຕະລາຍແຕ່ຢ່າງໃດ ແຕ່ຫາກຍັງເປັນການຊ່ວຍກອບກູ້ເອົາອີກຫຼາຍຊີວິດທີ່ຕ້ອງການຄວາມຊ່ວຍເຫຼືອ ຊຶ່ງເປັນການສ້າງບຸນກຸສົນອັນມະຫາສານ ແລະ ເຮັດໃຫ້ສັງຄົມກາຍເປັນສັງຄົມທີ່ມີຄວາມເອື້ອເຟື້ອເຜື່ອແຜ່, ມີຄວາມສະຫງົບ ແລະ ມີຄວາມສາມັກຄີ. ທ່ານ ສົມບູນ ແກ້ວມະນີວັນ ຍັງໄດ້ເຊີນຊວນທຸກໆທ່ານທີ່ດຳລົງຊີວິດຢູ່ໃນສັງຄົມຮ່ວມກັນບໍລິຈາກເລືອດ, ຜູ້ທີ່ມີເງື່ອນໄຂສາມາດບໍລິຈາກເລືອດ ແມ່ນຜູ້ທີ່ມີສຸຂະພາບແຂງດີ, ອາຍຸ 17-60 ປີ, ນໍ້າໜັກ 45 ກິໂລຂຶ້ນໄປ ແລະ ບໍ່ຢູ່ໃນກຸ່ມສ່ຽງຕໍ່ການຕິດເຊື້ອພະຍາດນຳສົ່ງທາງເລືອດ, ສາມາດບໍລິຈາກເລືອດໄດ້ຢູ່ສະຖາບັນເລືອດແຫ່ງຊາດ, ນະຄອນຫຼວງວຽງຈັນ, ທຸກສູນເລືອດແຂວງທີ່ຢູ່ໃກ້ ບ້ານ, ເຮືອນຂອງທ່ານ ໃນ 17 ແຂວງ ແລະ ຕາມໜ່ວຍເຄື່ອນທີ່ ທີ່ທາງສະຖາບັນເລືອດແຫ່ງຊາດ ແລະ ບັນດາສູນເລືອດແຂວງທີ່ໄດ້ລົງເຄື່ອນໄຫວ. ທ່ານໃດທີ່ບໍ່ມີເງື່ອນໄຂໃນການບໍລິຈາກເລືອດ ກໍໃຫ້ເປັນຜູ້ປຸກລະດົມທີ່ດີໃນການເຊີນຊວນໝູ່, ເພື່ອນຮ່ວມງານ, ຍາດຕິພີ່ນ້ອງ ຊ່ວຍກັນບໍລິຈາກເລືອດ ແນໃສ່ໃຫ້ມີເລືອດ ສຳຮອງທີ່ພຽງພໍ, ປອດໄພ ແລະ ສາມາດຕອບສະໜອງໃຫ້ແກ່ຄົນເຈັບໄດ້ທັນເວລາ. ຄຳຂວັນຂອງວັນຜູ້ບໍລິຈາດເລືອດໂລກປີ 2023 ນີ້ແມ່ນ “ໃຫ້ເລືອດ, ໃຫ້ປລັສມາ, ໃຫ້ຊີວິດ, ສືບຕໍ່ໃຫ້ເລື້ອຍໆ” “Give blood, give plasma, share life, share often”.

ໃນແຜນຕໍ່ໜ້າ ທ່ານ ສົມບູນ ແກ້ວມະນີວັນ ພ້ອມດ້ວຍຄອບຄົວ ກໍແມ່ນຈະບໍລິຈາກເລືອດບໍ່ຫວັງຜົນຕອບແທນໃຫ້ແກ່ຄົນເຈັບໂດຍຕະຫຼອດ ເພື່ອໃຫ້ເຂົາເຈົ້າກັບມາມີຊີວິດ ເພື່ອປະກອບສ່ວນເຂົ້າໃນພາລະກິດ ປັກປັກຮັກສາ ແລະ ພັດທະນາປະເທດລາວໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.

ໂດຍ: ແສງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version