Home ສຶກສາ ຄອລ ຕີລາຄືນວຽກງານ 6 ເດືອນຕົ້ນປີ ພ້ອມຜ່ານແຜນເຄື່ອນໄຫວທ້າຍປີ 2023

ຄອລ ຕີລາຄືນວຽກງານ 6 ເດືອນຕົ້ນປີ ພ້ອມຜ່ານແຜນເຄື່ອນໄຫວທ້າຍປີ 2023

0

ຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ຜ່ານແຜນການເຄືຶ່ອນໄຫວ 6 ເດືອນທ້າຍປີ 2023 ໂດຍສະເພາະນະຄອນຫຼວງວຽງຈັນ, ມະຫາວິທະຍາໄລແຫ່ງຊາດ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃນການຫ້າງຫາກະກຽມເປັນເຈົ້າການ ຈະຈັດແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025, ງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ປີ 2024 ແລະ ງານມະຫະກຳກິລານັກຮຽນທົ່ວປະເທດ ຄັ້ງທີ 7 ປີ 2024.

ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 26 ກໍລະກົດ 2023 ທີ່ສະໂມສອນ ຄອລ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານ ຄອລ, ມີທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຮອງປະທານ ຄອລ ພ້ອມດ້ວຍບັນດາຄະນະລັດຖະມົນຕີ ສສກ, ອະດີດການນຳ ຄອລ ພ້ອມດ້ວຍບັນດາຄະນະບໍລິຫານງານ ຄອລ, ຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ທັງເປັນຮອງປະທານ ແລະ ເລຂາທິການ ຄອລ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2023 ແລະ ຜ່ານແຜນການເຄືຶ່ອນໄຫວ 6 ເດືອນທ້າຍປີ 2023 ໃຫ້ຮູ້ວ່າ: ຄອລ ເປັນອົງການຈັດຕັ້ງສັງຄົມ ກ່ຽວກັບກິລາ-ກາຍະກຳ ຊຶ່ງເປັນຕົວແທນໃຫ້ແກ່ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກິລາໂອແລມປິກ ມີບົດບາດພັດທະນາກິລາ-ກາຍະກຳ ເພື່ອນຳເອົາຊື່ສຽງກຽດສັກສີ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດລາວໃນເວທີສາກົນ, ສອດຄ່ອງກັບທຳມະນູນຂອງ ຄະນະກຳມະການໂອແລມປິກສາກົນ (IOC), ສະພາໂອແລມປິກອາຊີ (OCA) ແລະ ທຳມະນູນໂອແລມປິກແຫ່ງຊາດລາວ (ຄອລ) ສະນັ້ນຈຶ່ງໄດ້ຈັດກອງປະຊຸມສະຫຼຸບສັງລວມຜົນສໍາເລັດການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ສະເໜີແຜນການເຄື່ອນໄຫວປະຈໍາ 6 ເດືອນທ້າຍປີ 2023 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຕາມແຜນການທີ່ໄດ້ກໍານົດໄວ້ໃນແຜນປະຈໍາປີຂອງ ຄອລ ແລະ ແຜນການ ທີ່ໄດ້ຖືກຮັບຮອງຈາກໂອແລມປິກສາກົນ, ກອງທຶນຊ່ວຍເຫຼືອຈາກໂອແລມປິກສາກົນ (OS), ສະພາໂອແລມປິກອາຊີ ຊຶ່ງໄດ້ມີແຜນຫຼາຍດ້ານທີ່ປະສົບຜົນສໍາເລັດ ແລະ ກໍ່ຍັງມີບາງໜ້າວຽກ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2023.

ສຳລັບຜົນສໍາເລັດການປະຕິບັດງານແຕ່ລະດ້ານ ແຕ່ເດືອນ 9/2022-6/2023 ສາມາດຈັດຕັ້ງປະຕິບັດສຳເລັດໃນບັນດາໜ້າວຽກຕ່າງໆ ເປັນຕົ້ນແມ່ນວຽກງານບໍລິຫານຫ້ອງການ, ການສົ່ງເສີມການພັດທະນາບຸກຄະລາກອນກິລາ, ທຶນໂອແລມປິກສາກົນ ແລະ ທຶນຮ່ວມມື ເພຶ່ອການຝຶກແອບ ເປັນຕົ້ນແມ່ນ ທຶນຝຶກແອບນັກກິລາກະກຽມເຂົ້າຮ່ວມງານມະຫະກໍາກິລາລະດັບຕ່າງໆ, ທຶນຊ່ວຍເຫຼືອການກະກຽມເຂົ້າຮ່ວມແຂ່ງຂັນກິລາລະດັບຕ່າງໆ ກໍຄື ການເຂົ້າຮ່ວມງານກິລາຊີເກມ ໄດ້ສໍາເລັດການສົ່ງຄະນະນັກກິລາລາວ ຈໍານວນ 511 ຄົນ, ຍິງ 95 ຄົນ ໃນ 30 ປະເພດກິລາ ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ແຕ່ວັນທີ 12-23 ພຶດສະພາ 2023 ຜົນງານຍາດໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ ຫຼຽນທອງ ຈັດຢູ່ໃນອັນດັບທີ 09 ໃນຈໍານວນ 11 ປະເທດ. ນອກຈາກນັ້ນ, ກໍຍັງໄດ້ມີການສົ່ງເສີມຄຸນຄ່າຂອງໂອແລມປິກ ແລະ ການຕະຫຼາດ-ສິດທິປະໂຫຍດ, ຜົນງານຂອງບັນດາອະນຸກໍາມະການຝ່າຍຕ່າງໆ.

ຢ່າງໃດກໍຕາມ, ເພື່ອສືບຕໍ່ການຈັດຕັ້ງປະຕິບັດກິດຈະກຳການເຄື່ອນໄຫວ ຂອງ ຄອລ ໃຫ້ໄປຕາມແຜນທີ່ກຳນົດໄວ້ ໂດຍຕິດພັນກັບລະບຽບ ແລະ ຂະບວນການເຄື່ອນໄຫວຂອງຄະນະກໍາມະການໂອແລມປິກສາກົນ, ຄອລ ໄດ້ມີແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ ສຳລັບວຽກງານບໍລິຫານ ຫ້ອງການ ຈະສືບຕໍ່ດໍາເນີນວຽກງານບໍລິຫານ ແລະ ຄຸ້ມຄອງ ຕາມແຜນທີ່ໄດ້ວາງໄວ້ປະຈໍາປີ; ສືບຕໍ່ປະສານສົມທົບນໍາໜ່ວຍງານພົວພັນຮ່ວມມືກິລາສາກົນ ເພື່ອຮ່າງສະເໜີຂໍທຶນຊ່ວຍເຫຼືອປັບປຸງຕໍ່ເຕີມ ຫ້ອງມູນເຊື້ອ ຄອລ ແລະ ຕິດຕັ້ງຮູບພາບໃສ່ຫ້ອງຮັບແຂກ ຄອລ; ສືບຕໍ່ປະສານງານເພື່ອກະກຽມການຝຶກອົບຮົມຜູ້ບໍລິຫານການກິລາລະດັບຊາດ ຢູ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ; ສືບຕໍ່ປັບປຸງທໍມະນູນ ແລະ ຂໍ້ຕົກລົງອະນຸກໍາມະການຝ່າຍຕ່າງໆ; ເຂົ້າຮ່ວມຝຶກອົບຮົມຜູ້ບໍລິຫານທີ່ກ້າວໜ້າ ທີ່ຈະຈັດຂຶ້ນທີ່ປະເທດ ຫວຽດນາມ; ເຂົ້າຮ່ວມຝຶກອົບຮົມການບໍລິຫານສາກົນ (ຂຶ້ນກັບການແຈ້ງການຂອງກອງທຶນ OS); ຄົ້ນຄວ້າຫົວຂໍ້ທຶນການແລກປ່ຽນກັບ ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ສສ ຫວຽດນາມ; ປະສານງານເພື່ອຂໍຈັດກອງປະຊຸມປະຕິບັດການລະດັບຂົງເຂດ OS/OCA, ຄະນະນໍາ ຄອລ ເຂົ້າຮ່ວມກອງປະຊຸມກິລາເອຊຽນເກມ ຄັ້ງທີ 19 ທີ່ ຫັງໂຈວ ສປ ຈີນ; ຈະປັບປຸງກົນໄກສ່ອງແສງລາຍງານລະຫວ່າງ ຄອລ ກັບບັນດາສະຫະພັນກິລາຕ່າງໆ ແລະ ຄະນະນໍາ ຄອລ ລົງຕິດຕາມຊຸກຍູ້ວຽກງານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກິລາ-ກາຍະກໍາ ຢູ່ທ້ອງຖິ່ນ.

ສ່ວນວຽກໂຄງການສົ່ງເສີມການພັດທະນາບຸກຄະລາກອນ ໃນການຝຶກອົບຮົມຕ່າໆ ເປັນຕົ້ນແມ່ນຄູຝຶກກິລາແລ່ນ-ລານ, ກິລາປິ່ງປ່ອງ, ກິລາຍິງທະນູ, ກິລາລອຍນ້ຳ, ກິລາບານບ້ວງ, ອົບຮົມຜູ້ບໍລິຫານກິລາ ແລະ ຄູຝຶກຊ່ວຍອົງກອນກິລາທາງສັງຄົມ, ພັດທະນາລະບົບໂຄງສ້າງຂອງສະຫະພັນກິລາແຫ່ງຊາດ ທີ່ເປັນປະເພດກິລາໂອແລມປິກສາກົນໃຫ້ການຊ່ວຍເຫຼືອ ແລະ ທຶນໃຫ້ຄູຝຶກກິລາໄປຍົກລະດັບການສຶກສາຕໍ່ຢູ່ຕ່າງປະເທດ ໂຄງການສືບຕໍ່ທຶນໂອແລມປິກສາກົນ, ໂອແລມປິກອາຊີ ເພື່ອພັດທະນານັກກິລາ ໂດຍສະເພາະທຶນພັດທະນານັກກິລາ ເພື່ອເຂົ້າຮ່ວມການແຂ່ງຂັນກິລາໂອແລມປິກ ຄັ້ງທີ 32 ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ໃນປີ 2024; ທຶນສະໜັບສະໜູນການກະກຽມກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ປີ 2023; ທຶນສະໜັບສະໜູນການກະກຽມກິລາເອຊຽນເກມ ຄັ້ງທີ 19 ນະຄອນຫັງໂຈວ ສປ ຈີນ ປີ 2023; ທຶນສະໜັບສະໜູນການກະກຽມກິລາເອຊຽນເກມໃນຮົ່ມ ແລະ ສິລະປະການຕໍ່ສູ້ ຄັ້ງທີ 6 ທີ່ປະເທດໄທ ປີ 2023 (ເລື່ອນໄປຈັດຕົ້ນປີ 2024); ທຶນສະໜັບສະໜູນການຮຽນອາຊີບຂອງອະດີດນັກກິລາທີມຊາດ; ທຶນສົ່ງເສີມອະດີດນັກກິລາທີມຊາດ-ໄປຮຽນຕໍ່ປະລິນຍາເອກ ທີ່ ສສ ຫວຽດນາມ; ທຶນພັດທະນາການສົ່ງເສີມຄະນະກຳມາທິການນັກກິລາ, ການເຂົ້າຮ່ວມຄ້າຍກິລາຂອງຊາວໜຸ່ມ, ເຂົ້້າຮ່ວມການຝຶກອົບຮົມຄູຝຶກ+ກຳມະການຕັດສິນ; ວາງແຜນຝຶກອົບຮົມອາຊີບ ຫຼັງຍຸດການເປັນນັກກິລາ; ວາງແຜນຝຶກອົບຮົມການພັດທະນາສັງຄົມຜ່ານອຸດົມການຂອງໂອແລມປິກ, ພັດທະນາບາງກິລາ+ສະໜອງອຸປະກອນທີ່ຈໍາເປັນໃນທົ່ວສັງຄົມ; ຍົກລະດັບໃຫ້ພະນັກງານວິຊາການຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ຈັດສັນນັກວິຊາການເຂົ້າຮ່ວມຍົກລະດັບ (ການບໍລິຫານ-ຄຸ້ມຄອງກິລາ).

ພ້ອມທັງຫ້າງຫາກະກຽມຈະເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫັງໂຈວ ສປ ຈີນ ໃນວັນທີ 23 ກັນຍາ ຫາວັນທີ 8 ຕຸລາ 2023, ງານກິລາເອຊຽນເກມໃນຮົ່ມ ແລະ ສິລະປະການຕໍ່ສູ້ ຄັ້ງທີ 6 ທີ່ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 17-26 ພະຈິກ 2023 (ເລື່ອນໄປຈັດຕົ້ນປີ 2024) ສ່ວນວຽກໂຄງການຂໍທຶນສົ່ງເສີມຄຸນຄ່າໂອແລມປິກ ຈະຈັດຄາຣາວານໄປດອນໂຂງ ແຂວງຈໍາປາສັກ ເພື່ອຈັດກິດຈະກໍາເນື່ອງໃນໂອກາດສະເຫຼີມສະຫຼອງວັນໂອແລມປິກລາວ; ທຶນຈັດການຝຶກອົບຮົມຄວາມສະເໝີພາບລະຫວ່າງຍິງ-ຊາຍ; ຈັດການຝຶກອົບຮົມວິທະຍາສາດ-ກາຍະພາບກິລາ, ທຶນຈັດການຝຶກອົບຮົມວຽກງານການສຶກສາກ່ຽວກັບກິລາໂອແລມປິກ (Olpmpic Education) ແລະ ບັນດາອະນຸກໍາມະການຝ່າຍຕ່າງໆ ສືບຕໍ່ຄົ້ນຄວ້າຮ່າງຂໍ້ຕົກລົງແຕ່ງຕັ້ງບາງອະນຸກໍາມະການທີ່ຈໍາເປັນ ໂດຍອີງໃສ່ທໍາມະນູນຂອງໂອແລມປິກສາກົນ ເຊັ່ນ: ອະນຸກໍາມະການການຕະຫຼາດ ແລະ ສິດທິປະໂຫຍດ ແລະ ອະນຸກໍາມະການ ຮ່ວມມືກັບຕ່າງປະເທດ.

ຫຼັງຈາກນັ້ນ 3 ພາກສ່ວນ ກໍຄື ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ກໍໄດ້ຜ່ານການຫ້າງຫາກະກຽມເປັນເຈົ້າການ ຈະຈັດແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ລາຍການການກະກຽມຈະຈັດງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ລະຫວ່າງວັນທີ 22-31 ມັງກອນ 2024 ທີ່ ມຊ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຜ່ານການກະກຽມຄວາມພ້ອມຈະຈັດ ງານມະຫະກຳກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນທ້າຍປີ 2024

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version