Home ຂ່າວກິລາ “ອິໂນອຸເອະ” ຊະນະນັອກ “ຟູນຕັນ” ຍົກ 8 ຄວ້າສາຍແອວແຊ໋ມມວຍໂລກ 2 ສະຖາບັນ

“ອິໂນອຸເອະ” ຊະນະນັອກ “ຟູນຕັນ” ຍົກ 8 ຄວ້າສາຍແອວແຊ໋ມມວຍໂລກ 2 ສະຖາບັນ

0

ການແຂ່ງຂັນຊົກມວຍສາກົນຊີງແຊ໋ມໂລກ ຮຸ່ນຊູເປີແບນຕຳເວດ ຊີງແຊ໋ມ 2 ສະຖາບັນ WBC ແລະ WBO ໄຟ໊ຍິ່ງໃຫຍ່ ລະຫວ່າງ ນາໂອຢະ ອິໂນອຸເອະ ຍອດນັກຊົກຂວັນໃຈອັນດັບ 1 ຊາວຍີ່ປຸ່ນ ອະດີດແຊ໋ມໂລກຮຸ່ນແບນຕຳເວດ 4 ສະຖາບັນ WBC, WBA, IBF ແລະ WBO ທີ່ເລື່ອນພິກັດມາທ້າດວນກັບ ສະຕີເຟນ ຟູນຕັນ ນັກຊົກຊາວສະຫະລັດອາເມຣິກາ ແຊ໋ມໂລກຮຸ່ນຊູເປີແບນຕຳເວດ WBC ແລະ WBO ແຊ໋ມໂລກ ຮຸ່ນຈູເນ່ຍເຟເທີເວດ ເມື່ອວັນທີ 25 ກໍລະກົດ ຜ່ານມາ ທີ່ ອາຣິອາເກະ ອາຣີນາ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ສະຕີເຟນ ຟູນຕັນ ແຊ໋ມໂລກສອງລາຍການ WBC-WBO ຮຸ່ນຊູເປີແບນຕຳເວດ ເຈົ້າຂອງສະຖິຕິ ຊົກ 21 ຊະນະຊ້ອນ ຊະນະນັອກເຖິງ 8 ຄັ້ງ ບໍ່ເຄີຍເສຍ ແລະ ບໍ່ເຄີຍສະເໝີ ເປັນມວຍຖະນັດຂວາ ຊັ້ນເຊີງມວຍເປັນແນວມວຍອາເມຣິກາແທ້ໆ. ຂະນະທີ່ ນາໂອຢະ ອິໂນອຸເອະ ໃນຖານະແຊ໋ມໂລກຮຸ່ນແບນຕຳເວດ 4 ສະຖາບັນ WBA, WBC, IBF ແລະ WBO ທີ່ສະຫຼະສາຍແອວຫຍັບມາຂຶ້ນຊົກໃນຮຸ່ນທີ່ສູງຂຶ້ນໃນ 122 ປອນ ສະຖິຕິການຊົກ 24 ຄັ້ງ ຊະນະລວດ ໃນນີ້ ຊະນະນັອກ 21 ເປັນມວຍຂວາເຊັ່ນກັນ.

ຈາກການຊົກກັນຂອງຄູ່ນີ້ປະກົດວ່າ ໃນຍົກທີ 1 ຫາຍົກ 7 ທັງສອງຕ່າງແລກໝັດໃສ່ກັນຢ່າງສຸດມ່ວນ ຈົນມາເຖິງຍົກທີ 8 ອິໂນອຸເອະ ຕ້ອງແກ້ເກມມາສູ້ ແລະ ຊ່ວງຕົ້ນຍົກ ອິໂນອຸເອະ ກໍເຮັດສຳເລັດ ປ່ອຍໝັດໃສ່ ຟູນຕັນ ແບບບໍ່ຢັ້ງ ສົ່ງຜົນໃຫ້ ຟູນຕັນ ລົ້ມລົງໄປນອນກອງກັບພື້ນ ກຳມະການຕ້ອງຢຸດຕິການຊົກ ແລະ ຍົກມືໃຫ້ ນາໂອຢະ ອິໂນອຸເອະ ຊະນະນັອກ ໃນຍົກທີ 8 ຄວ້າແຊ໋ມຊູເປີແບນຕຳເວດ ຂອງ WBC ແລະ WBO ຖືເປັນແຊ໋ມໂລກຄົນໃໝ່ ສ້າງສະຖິຕິ ຊົກ 25 ຄັ້ງ ຊະນະລວດ ແລະເປັນການຊະນະນັອກ 22. ຂະນະທີ່ ສະຕີເຟນ ຟູນຕັນ ຕ້ອງພົບກັບຄວາມປະລາໄຊເປັນຄັ້ງທຳອິດຂອງເຈົ້າຕົວອີກດ້ວຍ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version