Home ທຸລະກິດ ນວ ເປີດຈໍາໜ່າຍເຂົ້າສານໜຽວ ແຊກແຊງລາຄາ 12.000 ກີບຕໍ່ກິໂລ

ນວ ເປີດຈໍາໜ່າຍເຂົ້າສານໜຽວ ແຊກແຊງລາຄາ 12.000 ກີບຕໍ່ກິໂລ

0

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງ ຈັນ (ນວ) ຮ່ວມກັບ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປີດການຈຳໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະ ຫຼາດ ຢູ່ນະຄອນຫຼວງວຽງຈັນ ໂດຍເຂົ້າສານໜຽວປະເພດ 2 ລາຄາ 12.000 ກີບ/ກິໂລ ມີຈໍານວນ 285 ໂຕນ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ຂຶ້ນຜ່ານຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວ ກັບການກະກຽມການຈັດຕັ້ງຂາຍເຂົ້າສານແຊກແຊງລາຄາ ດັດສົມຕະຫຼາດ ແລະ ສະພາບລາຄາເຂົ້າກິນ ຢູ່ ນວ ວ່າ: ສາເຫດທີ່ມີການເອົາເຂົ້າຄັງແຮອອກມາແຊກແຊງລາຄາ ກໍເນື່ອງຈາກວ່າລາຄາເຂົ້າກິນໃນທ້ອງຕະຫຼາດມີການເໜັງຕີງ ປັບຂຶ້ນລາຄາເກີນ 20% ຕາມທີ່ລະບຽບວ່າດ້ວຍເຂົ້າຄັງແຮ ມາເຖິງ ປັດຈຸບັນ ເຂົ້າກິນທຸກປະເພດໄດ້ມີການປັບຂຶ້ນລາ ຄາ ຖ້າສົມທຽບໃສ່ 6 ເດືອນຕົ້ນປີ 2022 ເຫັນວ່າ ເຂົ້າກິນມີລາຄາເພີ່ມຂຶ້ນ 70-76% ເຊິ່ງການເໜັງຕີງຂອງລາຄາເຂົ້າກິນແມ່ນມີການປັບຂຶ້ນລາຄາ ຂຶ້ນເທື່ອລະນ້ອຍ ຫຼື ປັບຂຶ້ນທຸກໆເດືອນ ແຕ່ບໍ່ແມ່ນການປັບຂຶ້ນແບບກ້າວກະໂດດ ໂດຍສາເຫດທີ່ເຮັດໃຫ້ເຂົ້າກິນມີລາຄາເພີ່ມຂຶ້ນໃນປັດຈຸບັນ ແມ່ນມາຈາກຄ່າແຮງງານເພີ່ມຂຶ້ນປະມານ 42,85% ຄ່າ ຄອງຊີບເພີ່ມຂຶ້ນຕາມອັດຕາເງິນເຟີ້ ຄ່າຂົນສົ່ງເພີ່ມຂຶ້ນປະມານ 20% ເຊິ່ງການສະໜອງເຂົ້າກິນເຫັນວ່າ ຍັງບໍ່ພຽງພໍກັບຄວາມຕ້ອງການປະມານ 30% (ຄາດຄະເນຄວາມຕ້ອງການເຂົ້າເປືອກ ປີ 2023 ເທົ່າກັບ 305.232 ໂຕນ/ປີ) ໄລຍະນີ້ຊາວນາບໍ່ຈຳໜ່າຍເຂົ້າອອກ ເນື່ອງຈາກໄດ້ສຳຮອງໄວ້ເພື່ອບໍລິໂພກເພາະວ່າເປັນລະດູການຜະລິດ.

ສະພາບລາຄາເຂົ້າກິນ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ຢູ່ໃນ ນວ ເຫັນວ່າລາຄາເຂົ້າກິນໄດ້ມີການເໜັງຕີງປັບຂຶ້ນລາຄາຕໍ່ເນື່ອງມາ ຄື:ສະພາບລາຄາເຂົ້າກິນຢູ່ ນວ ໃນຕົ້ນປີ 2023 ເຫັນວ່າມີທ່າອ່ຽງເໜັງຕີງ ປັບຂຶ້ນລາຄາ ມາຮອດປັດຈຸບັນລາຄາເຂົ້າເປືອກໜຽວ ລາຄາສະເລ່ຍ 6.800 ກີບ/ກິໂລ ສົມທຽບໃສ່ປີ 2022 ລາຄາສະເລ່ຍ 4.000 ກີບ/ກິໂລ ເຫັນວ່າເພີ່ມຂຶ້ນ 2.800 ກີບ/ກິໂລ ຫຼື ທຽບເທົ່າ ກັບ 70% ເຂົ້າສານໜຽວປະເພດ 2 ລາຄາສະເລ່ຍ 12.750 ກີບ/ກິໂລ ສົມທຽບໃສ່ປີ 2022 ລາຄາສະເລ່ຍ 7.242 ກີບ/ກິໂລ ເຫັນວ່າເພີ່ມຂຶ້ນ 5.508 ກີບ/ກິໂລ ຫຼື ເທົ່າກັບ 76,05% ສະນັ້ນ ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ລາຄາເຂົ້າສານ ແລະ ດັດສົມຕະຫຼາດ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບ ທາງດ້ານລາຄາ ມີຄວາມໝັ້ນຄົງທາງດ້ານການສະໜອງ ຫຼີກລ່ຽງສະພາບເຂົ້າກິນຂາດຕະຫຼາດ ແລະ ການເກງກຳໄລທີ່ບໍ່ສົມເຫດສົມຜົນ ເຊິ່ງກໍໃຫ້ເກີດຄວາມວຸ້ນວາຍພາຍໃນ ນວ.

ສໍາລັບການຈຳໜ່າຍແຊກແຊງລາຄາ ແລະ ດັດສົມຕະຫຼາດ ຢູ່ໃນ ນວ ໃນ 1 ຈຸດ ຄື: ຈຸດຈໍາໜ່າຍຢູ່ດ້ານໜ້າອາຄານ ຂອງບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນວ ເຊິ່ງການເປີດຈໍາໜ່າຍເຂົ້າສານເທື່ອນີ້ແມ່ນເລີ່ມວັນທີ 26 ກໍ ລະກົດ ຫາ 26 ສິງຫາ 2023 ແຕ່ເວລາ 8:00 ໂມງ-17:00 ໂມງ ຂອງວັນຈັນ-ວັນສຸກ.

ພິທີເປີດການຈຳໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2023 ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນວ ໂດຍມີ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ບົວຄໍາ ສີສົງຄາມ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ຄໍາແພງ ແສງທະວີ ຜູ້ອໍາ ນວຍການບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version