Home ຂ່າວໜ້າໜຶ່ງ ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023

ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 24 ກໍລະກົດ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ຜູ້ຕາງໜ້າຈາກບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນການ ປະຈຳເດືອນ ສິງຫາ 2023.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື 08 ຫົວຂໍ້ສໍາຄັນ ຄື:

1. ບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນກໍລະກົດ ແລະ ທິດທາງແຜນການ ປະຈໍາເດືອນສິງຫາ 2023 ຂອງລັດຖະບານ ເປັນຕົ້ນ ວຽກງານຂົງເຂດເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຜົນກອງປະຊຸມປະຈຳປີ ຂອງຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ.

2. ການກະກຽມສະຫຼຸບລາຍງານກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການສະຫຼຸບ ແລະ ການປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

3. ການກະກຽມແນະນຳການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

4. ການຄົ້ນຄວ້ານະໂຍບາຍອຸດໜູນເງິນເດືອນຂັ້ນຕ່ຳ ແກ່ພະນັກງານ-ລັດຖະກອນ ແລະ ຄ່າແຮງງານຂັ້ນຕ່ຳ ແກ່ແຮງງານ-ກຳມະກອນ.

5. ຮ່າງຂໍ້ຕົກລົງ ວ່າດ້ວຍການສະສາງ ແລະ ຖອນຄືນລົດຂອງລັດ.

6. ຮ່າງດຳລັດ ວ່າດ້ວຍນະໂຍບາຍ ຕໍ່ຜູ້ມີຜົນງານ ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານຂອງລັດ.

7. ຮ່າງດຳລັດ ວ່າດ້ວຍຄ້າຍຄຸມຂັງ-ດັດສ້າງ.

8. ຮ່າງດຳລັດ ວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ແລະ ດຳລັດ ວ່າດ້ວຍກອງທຶນເລືອດ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້. ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນ ໃນລະຫວ່າງວັນທີ 24-25 ກໍລະກົດ 2023.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version