Home ຂ່າວໜ້າໜຶ່ງ ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາລາວ ຄົນໃໝ່

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາລາວ ຄົນໃໝ່

0

ໃນວັນທີ 24 ກໍລະກົດ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ສາຍພົວພັນ, ການຮ່ວມມື ແລະ ສະໜັບສະໜູນຊ່ວຍຂອງອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ກະຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ເປັນຕົ້ນ ໄດ້ສ້າງສະຖານີວິທະຍຸຊຸມຊົນ, ປັບປຸງສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ.

ໃນໂອກາດດຽວກັນ, ທ່ານ ນາງ ມາຕິເນີ ເທີເຣີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ມາຍັງທ່ານລັດ ຖະມົນຕີ ທີ່ໃຫ້ການຕ້ອນຮັບອົບອຸ່ນໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດ ດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ຂ່າວ: ກິດຕາ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version