Home ຂ່າວຕ່າງປະເທດ ສ ເກົາຫຼີ ສ້າງຕັ້ງເຂດພິເສດ 7 ແຫ່ງໃຫ້ແກ່ອຸດສາຫະກຳທີ່ກ້າວໜ້າ

ສ ເກົາຫຼີ ສ້າງຕັ້ງເຂດພິເສດ 7 ແຫ່ງໃຫ້ແກ່ອຸດສາຫະກຳທີ່ກ້າວໜ້າ

0

ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ລັດຖະບານ ສ ເກົາຫຼີ ໄດ້ປະກາດສ້າງເຂດພິເສດສະເພາະຂະແໜງການຜະລິດ 7 ແຫ່ງ ເພື່ອຮັບໃຊ້ການພັດທະນາຂອງບັນດາໂຮງງານຜະລິດທາດຊັກນຳໄຟຟ້າ (ເຊມິຄອນດັກເຕີ ທີ່ນຳໃຊ້ໃນການຜະລິດຊິບ), ຈໍສະແດງຜົນ ແລະ ແບັດເຕີຣີ ຢູ່ບັນດານະຄອນໃຫຍ່ໃນທົ່ວປະເທດ.

ຂ່າວລະບຸວ່າ: ການເຄື່ອນໄຫວນີ້ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກລົງທຶນເອກະຊົນມີບັນດານະໂຍບາຍບຸລິມະສິດ ເມື່ອເຂົ້າຮ່ວມບັນດາຂົງເຂດທີ່ກ້າວໜ້າ, ສ້າງກຳລັງແຮງຊຸກຍູ້ການເຕີບໂຕໃນອະນາຄົດ.

ນອກຈາກນັ້ນ, ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ ເກົາຫຼີ ຍັງໃຫ້ຮູ້ວ່າ: ສ ເກົາຫຼີ ໄດ້ຕັດສິນໃຈສ້າງຕັ້ງສູນເພີ່ມເຕີມ 5 ແຫ່ງ ເພື່ອແນໃສ່ປະກອບວັດຖຸ, ອາໄຫຼ່ ແລະ ອຸປະກອນໃຫ້ແກ່ບັນດາອຸດສາຫະກຳຕົ້ນຕໍ.

ຕາມແຜນການແລ້ວ, ສ ເກົາຫຼີ ຈະກໍ່ສ້າງສອງແຫ່ງໃຫ້ສະເພາະແກ່ຂະແໜງການຜະລິດຊິບ, ໃນນັ້ນມີແຫ່ງໜຶ່ງຕັ້ງຢູ່ລະຫວ່າງນະຄອນຢອງອິນ ແລະ ພິຢອງແທກ, ອີກໜຶ່ງແຫ່ງຢູ່ນະຄອນກູມິ; ສ້າງ 4 ແຫ່ງໃຫ້ກັບໂຮງງານຜະລິດແບັດເຕີລີ ໃນເມືອງຊອງຈູ, ໂພຮາງ, ແຊມັງເງິມ ແລະ ອູລຊານ; ເຂດພິເສດສະເພາະຂະແໜງການຜະລິດທີ່ຍັງເຫຼືອແມ່ນສໍາລັບຂະແໜງການຈໍສະແດງຜົນ ແມ່ນຕັ້ງຢູ່ໃນເມືອງໂຊນານ ແລະ ອາຊານ. ສະຖານທີ່ຂ້າງເທິງນີ້ແມ່ນບ່ອນທີ່ບໍລິສັດເອກະຊົນໄດ້ໃຫ້ສັນຍາທີ່ຈະລົງທຶນທັງໝົດ 614,000 ຕື້ວອນ (485,1 ຕື້ໂດລາ) ຈົນຮອດປີ 2026.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version