Home ທຸລະກິດ ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສສາກົນ ເປັນການເລີ່ມສ້າງຮູບແບບໃໝ່ຂອງການລົງທຶນຢູ່ລາວ

ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສສາກົນ ເປັນການເລີ່ມສ້າງຮູບແບບໃໝ່ຂອງການລົງທຶນຢູ່ລາວ

0

ການລົງນາມເຊັນບົດບັນທຶກຮ່ວມມືລົງທຶນໃນ 10 ໂຄງການ ຢູ່ໃນງານປະຊາສໍາພັນການລົງທຶນ,ເຊິ່ງມີມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ ຫລື ປະມານ 15.100 ຕື້ກີບ, ທີ່ຕິດພັນກັບໂຄງການລົງເລິກປຸງແຕ່ງຜະລິດຕະພັນເຄມີ ຄລໍ-ອັນຄາໄລ (Chlor-alkali), ໂບຣມິນ (Bromine), ໝໍ້ເກັບພະລັງງານແບັດເຕີລີກະແສທາດແຫລວສັງກະສິ-ໂບຣມິນ ແລະ ໂຄງການຕ່ອງໂສ້ອຸດສາຫະກຳອື່ນໆ, ຕະຫລອດໄລຍະດຳເນີນການ ມີໂຄງການອຸດສາຫະກໍາເກີດໃໝ່ດ້ານຊີວະວິທະຍາ, ການຜະລິດແບບອັດສະລິຍະ ແລະ ອື່ນໆ. ພາຍຫລັງໂຄງການກ້າວສູ່ໄລຍະການຜະລິດແລ້ວ ຈະມີມູນຄ່າການຜະລິດທັງໝົດຫລາຍກວ່າ 2 ຕື້ໂດລາ ຫລື ປະມານ 36.200 ຕື້ກີບ”. ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ອໍານາດການປົກຄອງແຂວງຄຳມ່ວນ ຢູ່ທີ່ນະຄອນກວາງໂຈວ ສປ ຈີນ ໄດ້ຈັດ “ງານປະຊາສໍາພັນການລົງທຶນ ໃນນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ກໍຄື ພິທີເຊັນບົດບັນທຶກການຮ່ວມມືລົງທຶນ”.

ງານປະຊາສຳພັນການລົງທຶນຄັ້ງນີ້, ແມ່ນແຕກຕ່າງຈາກງານປະຊາສໍາພັນການລົງ¬ທຶນ ດ້ານກໍ່¬ສ້າງພື້ນຖານໂຄງລ່າງທີ່ລັດ¬ຖະ¬ບານລາວຈັດຂຶ້ນໃນໄລຍະຜ່ານມາ, ແຕ່ເປັນການບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາຂອງລາວຢູ່ຕ່າງປະເທດ, ເຊິ່ງເປັນການດຶງດູດການລົງທຶນທີ່ມີຈຸດສຸມຊັດເຈນ ແລະ ເປັນໝາກຜົນຍິ່ງໃຫຍ່ຂອງການດຶງດູດການລົງທຶນ ໂດຍການເອົາທຸລະກິດດຶງດຸດທຸລະກິດ, ເປັນການລົງເລິກຜັນຂະຫຍາຍມາດຕະການແຮງກ້າດ້ານນະໂຍບາຍຂອງພັກ-ລັດຖຖະບານລາວ ກ່ຽວກັບສຸມທຸກກໍາລັງແຮງເພື່ອຄວາມໝັ້ນຄົງຂອງເສດຖະກິດ, ດຶງດູດການລົງທຶນ, ເພີ່ມທະວີເງິນຕາຕ່າງປະເທດ ແລະ ທົດແທນການນໍາເຂົ້າ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງ ເພື່ອຄວາມໝັ້ນຄົງຂອງເສດຖະກິດ. ຜົນສໍາເລັດຂອງການດຶງດຸດການລົງທຶນສໍາລັບນິຄົມອຸດສາຫະກຳນີ້ແມ່ນມີຄວາມໝາຍສໍາຄັນຍິ່ງດ້ານການປະດິດສ້າງໃໝ່ ແລະ ການເປັນຕົວແບບ, ກາຍເປັນແບບຢ່າງໃໝ່ໃນການດຶງດູດການລົງທຶນຂອງ ສປປ ລາວ.

ການປະຊາສໍາພັນດຶງດູດການລົງທຶນທີ່ຊັນເຈນໃນຕ່ອງໂສ້ອຸດສາຫະກໍາ, ຜູ້ບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາການສະແດງກໍາລັງທີ່ມີຈຸດສຸມຊັດເຈນ, ສປປ ລາວ ໄດ້ສຸມກຳລັງແຮງເພື່ອດຶງດູດການລົງທຶນ. ໃນເດືອນ 3 ປີນີ້, ພາຍຫລັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ວຽກງານການດຶງດູດການລົງທຶນໃນນິຄົມອຸດສາຫະກໍາອາຊີ-ໂປຕາສ ສາກົນ ກໍໄດ້ມີຄວາມຄືບໜ້າຢ່າງວ່ອງໄວ ໂດຍອີງໃສ່ແຫລ່ງຊັບພະຍາກອນທີ່ອຸດົມສົມບູນຂອງ ສປປ ລາວ, ການດຶງດູດການລົງທຶນທີ່ຊັດເຈນໂດຍປິ່ນອ້ອມການພັດທະນາອຸດສາຫະກໍາ, ເລີ່ມແຕ່ການເຈລະຈາ, ການລົງນາມ, ການຊຸກຍູ້ ແລະ ການລົງມືກໍ່ສ້າງ, ໄດ້ກາຍເປັນກຳລັງລວມທີ່ມີຄຸນນະພາບສູງທີ່ປະກອບດ້ວຍ “ການຊັກຊວນ, ການດຶງດູດ, ການສົ່ງເສີມ ແລະ ການລົງມືສ້າງ”. ເພື່ອເຮັດໃຫ້ນັກລົງທຶນເຂົ້າໃຈປະເທດລາວດີຂຶ້ນ,ເພີ່ມທະວີຄວາມໝັ້ນໃຈໃຫ້ແກ່ບັນດາບໍລິສັດຕ່າງປະເທດ,ເລັ່ງຊຸກຍູ້ໂຄງການໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ພົບປະແລກປ່ຽນກັບ ປະທານກົວປາຍສຸນ ແລະ ຄະນະບໍລິຫານລະດັບສູງຂອງ ບໍລິສັດ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍບັນດານັກລົງທຶນຈີນ ແລະ ສະຖາບັນການເງິນສາກົນຈໍານວນໜຶ່ງໃນກອງປະຊຸມພົບປະສົນທະນາພິເສດສອງຄັ້ງ ເພື່ອຊຸກຍູ້ຢ່າງເຕັມສ່ວນການລົງທຶນ ແລະ ການພັດທະນາເສດຖະກິດຂອງລາວ ໂດຍສະເພາະແມ່ນການພັດທະນາຫັນເປັນອຸດສາຫະກໍາ.

ການປະຊາສໍາພັນການລົງທຶນທີ່ຊັດເຈນດ້ານ ໂດຍຖືເອົາທຸລະກິດດຶງດູດທຸລະກິດ, ການແບ່ງປັນຂໍ້ມູນຂ່າວ ສານສໍາຄັນ, ເອົານິຄົມອຸດສາຫະກໍາທີ່ເປັນວິສາຫະກິດ “ຕ່ອງໂສ້ຫລັກ” ມາຂັບເຄື່ອນຂະແໜງການຜະລິດອຸດສາຫະກໍາ. ການປະດິດສ້າງໃໝ່ຂອງ ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ແມ່ນການນໍາໃຊ້ຮູບແບບການຊັກຊວນການລົງທຶນໃນຕ່ອງໂສ້ອຸດສາຫະກໍາ, ເປັນການຊັກຊວນການລົງທຶນທີ່ຊັດເຈນ ໂດຍປິ່ນອ້ອມບັນດາວິສາຫະກິດຊັ້ນນໍາດ້ານຄຸນນະພາບ ມາພັດທະນາໃນຕ່ອງໂສ້ອຸດສາຫະກຳ, ຊອກຄົ້ນຫາຂະແໜງການຜະລິດຕົ້ນນໍ້າ ແລະປາຍນໍ້າຂອງບັນດາວິສາຫະກິດທີ່ສຸກງອມ ແລະ ຊັບພະຍາກອນຕ່າງໆຂອງບັນດາວິສາຫະກິດທີ່ກ່ຽວຂ້ອງ, ນໍາໃຊ້ບັນດາຊ່ອງທາງ, ຊັບພະຍາກອນ ແລະ ຄຸນຄ່າຍີ່ຫໍ້ ຂອງບັນດາວິສາຫະກິດດັ່ງກ່າວ ເພື່ອຈັດງານປະຊາສໍາພັນການລົງທຶນ ແລະ ໄດ້ຮັບໝາກຜົນຢ່າງຫລວງຫລາຍໃນການດຶງດູດການລົງທຶນທີ່ຊັດເຈນ.

ເພື່ອຮອງຮັບການເຄື່ອນຍ້າຍຂອງສາຍການຜະລິດອຸດສາຫະກຳຈາກທົ່ວໂລກ, ຮູບແບບນິຄົມອຸດສາຫະກຳ ໄດ້ເລັ່ງຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ ພາຍໃຕ້ກະແສຄື້ນການເຄື່ອນຍ້າຍ ສາຍການຜະລິດອຸດສາຫະກໍາຈາກທົ່ວໂລກ, “ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສ ສາກົນ” ໄດ້ກາຍເປັນ “ໄມ້ງັດ” ຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ. ໃນຊຸມປີຫລັງໆນີ້, ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານໃນໂລກ ໄດ້ປະກົດກະແສການພັດທະນາແບບໃໝ່, ເລີ່ມປະກົດມີກະແສການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຂອງໂລກຄັ້ງທີ 5, ລະບົບຕ່ອງໂສ້ອຸດສາຫະກໍາ ເລີ່ມຫັນໄປສູ່ພາກພື້ນ, ສະພາບການຫັນໄປສູ່ບັນດາປະເທດອາຊີອາຄະເນກໍພົ້ນເດັ່ນ. ສປປ ລາວ ເປັນປະເທດທີ່ມີສະພາບແວດລ້ອມນະໂຍບາຍທີ່ໝັ້ນຄົງ ແລະ ເປີດປະຕູ, ມີຊັບພະຍາກອນ ແລະ ພະລັງງານທີ່ອຸດົມສົມບູນ, ມີທີ່ຕັ້ງຢູ່ເຂດໃຈກາງຂອງອາຊີອາຄະເນ ແລະ ມີພື້ນຖານໂຄງລ່າງທີ່ນັບມື້ໄດ້ຮັບການປັບປຸງໃຫ້ສົມບູນ. ສະນັ້ນ, ຈຶ່ງ ພຽບພ້ອມໄປດ້ວຍທ່າແຮງພິເສດ ສໍາລັບຮອງຮັບການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຈາກທົ່ວໂລກ. ພາຍໃຕ້ສະພາບດັ່ງກ່າວ“ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ”ຈຶ່ງໄດ້ກໍາເນີດຂຶ້ນມາ, ໂດຍເອົານິຄົມອຸດສາຫະກໍາດັ່ງກ່າວເປັນພາຫະ ເພື່ອເລັ່ງລັດໃຫ້ ສປປ ລາວ ເຊື່ອມໂຍງເຂົ້າກັບການພັດທະນາຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຂອງໂລກທ່າມກາງໂຄງປະກອບໃໝ່ ທີ່ປ່ຽນໂສມໜ້າເສດຖະກິດພາກພື້ນ, ຕາມການປະເມີນເບື້ອງຕົ້ນ, ມູນຄ່າການລົງທຶນທີ່ໄດ້ລົງນາມໃນງານປະຊາສໍາພັນການລົງທຶນຄັ້ງນີ້ ຈະບັນລຸເຖິງ 1/10 ຂອງຍອດມູນຄ່າການລົງທຶນທັງໝົດໃນເຄິ່ງຕົ້ນປີນີິ້ຂອງ ສປປ ລາວ, ເຊິ່ງເປັນຕົວຢ່າງອີກອັນໜຶ່ງຂອງຄວາມສໍາເລັດດ້ານການດຶງດູດການລົງທຶນຈາກຕ່າງປະເທດ ແລະ ການຮ່ວມມືກັບຕ່າງປະເທດ.

ໂດຍນໍາໃຊ້ກໍາລັງແຮງພື້ນຖານອຸດສາຫະກໍາຂອງສປຈີນ, “ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ”ໄດ້ເລັ່ງຊ່ວຍເຫລືອການລົງມືກໍ່ສ້າງ ແລະ ຍົກລະ¬ດັບການຜະ¬ລິດອຸດສາຫະກໍາ. ສປ ຈີນ ເປັນປະ¬ເທດໃຫຍ່ກວ່າໝູ່ທີ່ມີການລົງ¬ທຶນຕ່າງ¬ປະ¬ເທດຢູ່ ສປປ ລາວ, ມີລະ¬ບົບອຸດສາຫະກໍາທີ່ສົມບູນ ແລະ ຕ່ອງໂສ້ອຸດສາຫະກໍາທີ່ຄົບຖ້ວນ, ສອງຝ່າຍມີທ່າແຮງບົ່ມຊ້ອນໃນການພັດທະນາອຸດສາຫະກໍາບົນພື້ນຖານການຮ່ວມສ້າງສາ, ຮ່ວມແບ່ງປັນ ແລະຮ່ວມຜົນປະໂຫຍດ, ພ້ອມທັງຂັບເຄື່ອນການກໍ່¬ສ້າງຫັນເປັນຕົວເມືອງ ແລະ ການພັດ¬ທະ¬ນາຫັນກະສິກໍາໄປສູ່ທັນສະ ໄໝ. ເວ¬ທີນິ¬ຄົມອຸດສາຫະກໍາທີ່ຕາງ¬ໜ້າໂດຍ “ນິ¬ຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສ ສາກົນ” ຈະເລີ່ມຕົ້ນຮູບແບບການພັດທະນາອຸດສາຫະກໍາ “ທັງແນວຕັ້ງ ແລະ ແນວນອນ”, ກາຍເປັນພື້ນທີ່ຮາບສູງແຫ່ງການພັດທະນາທີ່ທັນສະໄໝທີ່ປະກອບໄປດ້ວຍການລວມຕົວຂອງເງິນທຶນ, ເຕັກໂນໂລຊີ, ນະ¬ໂຍ¬ບາຍ, ຊັບ¬ພະ¬ຍາ¬ກອນ, ຕະ¬ຫລາດ, ຕົ້ນທຶນ ແລະ ຂໍ້ໄດ້ປຽບອື່ນໆ, “ທັງສາ¬ມາດທົດແທນການນໍາເຂົ້າ ແລະ ສາ¬ມາດສົ່ງອອກ ເພື່ອສ້າງລາຍຮັບເງິນຕາ; ທັງສາມາດເພີ່ມເງິນຄັງສໍາຮອງເງິນຕາຕ່າງປະເທດ ແລະ ສາມາດເພີ່ມລາຍຮັບຂອງປະຊາຊົນ; ທັງສາມາດແກ້ໄຂບັນຫາໃນປັດຈຸບັນ ແລະ ສາມາດວາງພື້ນຖານສໍາລັບການພັດທະນາໃນອະ¬ນາ¬ຄົດຂອງ ສປປ ລາວ”.

ການພັດທະນາໂດຍຫັນເປັນກຸ່ມອຸດສາຫະກຳ, ເສດຖະກິດນິຄົມອຸດສາຫະກໍາກາຍເປັນກົນໄກໃໝ່ ຂອງການພັດທະນາເສດຖະກິດຂອງລາວ ກຸ່ມການຜະລິດອຸດສາຫະກຳທັນສະໄໝ ກໍາລັງຖືກປະກອບສ້າງຂື້ນຢ່າງວ່ອງໄວ, ເປັນແຮງຊ່ວຍປະເທດລາວປັບປຸງລະບົບອຸດສາຫະກຳ, ນິຄົມອຸດສາຫະກຳອັດສະລິຍະອາຊີ-ໂປຕາສ ສາກົນ ໄດ້ຖືເອົາການໝູນວຽນນໍາໃຊ້ຊັບພະຍາກອນ ແລະ ການຈັດສັນຢ່າງເໝາະສົມມາເປັນແນວທາງ ເພື່ອເປີດກວ້າງການເຕົ້າໂຮມເອົາບໍລິສັດຊັ້ນນໍາໃນໂລກເຂົ້າມາຕັ້ງຖິ່ນຖານ, ປັດຈຸບັນ ກໍາລັງເລັ່ງສັງລວມການເຊື່ອມໂຍງກັບບັນດາວິສາຫະກິດຊັ້ນນຳທີ່ມີຄຸນນະພາບສູງໃນຂົງເຂດຕ່າງໆມາລົງທຶນຢູ່ລາວ, ຈາກນີ້ປະກອບສ້າງເປັນກຸ່ມອຸດສາຫະກໍາ ເຊິ່ງຈະສົ່ງຜົນການຮ່ວມປະ ສານຂອງອຸດສາຫະກໍາທີ່ເຂັ້ມແຂງ, ເປັນແຮງຊຸກຍູ້ຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ.

ເສດຖະກິດນິຄົມອຸດສາຫະກໍາທີ່ມີຕົວແທນໂດຍ ນິຄົມອຸດສາຫະກຳອັດສະລິຍະອາຊີ-ໂປຕາສ ສາກົນ ຈະເປັນເວທີຮອງຮັບທີ່ສຳຄັນ ໃນການພັດທະນາເສດຖະກິດຂອງລາວ. ນິຄົມອຸດສາຫະກໍາໄດ້ຖືເອົາບັນດາວິສາຫະກິດຊັ້ນນຳທີ່ມີສະມັດຕະພາບການຜະລິດສູງ, ມູນຄ່າຜົນຜະລິດສູງ ແລະ ມອບອາກອນສູງມາເປັນຫົວຈັກການພັດທະນາ; ສົ່ງເສີມຢ່າງເຕັມສ່ວນຜົນສະທ້ອນຈາກການລວມຕົວບັນ¬ດາປັດໄຈສໍາຄັນຂອງການຜະລິດ, ຂັບເຄື່ອນການເຕີບຕົວຢ່າງວ່ອງໄວຂອງເສດຖະກິດພາກພື້ນ, ຊຸກຍູ້ຂະບວນການຫັນເປັນຕົວເມືອງ, ເພື່ອບັນລຸການເຕົ້າໂຮມວິສາຫະກິດ, ເຕົ້າໂຮມຜູ້ທີ່ມີຄວາມຮູ້ຄວາມສາມາດ, ຍົກລະດັບການຜະລິດອຸດສາຫະກໍາ, ການພັດທະນາທຸລະກິດ ແລະ ຜົນສະທ້ອນຫລາກຫລາຍອື່ນໆ ເພື່ອສະໜອງຫົວຈັກໃໝ່ສໍາລັບການພັດທະນາເສດຖະກິດຂອງ ສປປ ລາວ.

ສະຫລຸບລວມແລ້ວ: “ການພັດທະນາ” ເປັນເຄື່ອງມືທີ່ມີປະສິດທິຜົນໃນການແກ້ໄຂບັນຫາເສດຖະກິດຂອງລາວ, ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດຖະບານ ໃນການປັບປຸງສະພາບແວດລ້ອມຂອງການລົງທຶນ ແລະ ເພີ່ມທະວີນະໂຍບາຍການດຶງດູດການລົງທຶນຈາກຕ່າງປະເທດ, ທ່າມກາງໂຄງສ້າງໃໝ່ຂອງການເຊື່ອມໂຍງເຊື່ອມຈອດໃນຂອບເຂດທົ່ວໂລກ, ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສ ສາກົນ ໂດຍຖືການພັດທະນາແບບປະສົມປະສານໃນການຜະລິດອຸດສາຫະກໍາ ເຊິ່ງເປັນຮູບແບບປະດິດສ້າງໃໝ່ມາເປັນແນວທາງ, ໄດ້ເປີດກວ້າງທະລຸທຸກຕ່ອງໂສ້ການຜະລິດອຸດສາຫະກໍາ, ບັນລຸກໍາລັງສາມັກຄີທີ່ມີແນວທາງດຽວກັນ, ລົງເລິກການເຊື່ອມໂຍງລະຫວ່າງການຜະລິດອຸດສາຫະກຳ, ຕອບສະໜອງຕົວແບບໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ ປຽບເໝືອນເມື່ອມີຄື້ນລົມພັດໂບຍມາແຮງ ເຮືອໃບກໍຈະອອກເດີນທາງ, ສີສັນຂະແໜງການຜະລິດອຸດສາຫະກໍາທີ່ມີການປ່ຽນແປງ ແລະ ຜົນສະທ້ອນຂອງກຸ່ມ ທີ່ເກີດຈາກການປະຊາສໍາພັນສົ່ງເສີມການລົງທຶນ ກໍາລັງຍືດຊື່ຕົງ “ກະດູກສັນຫລັງ”ຂອງການພັດທະນາເສດຖະກິດ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version