Home ຂ່າວການເມືອງ ຄະນະຜູ້ແທນ ສຳນັກຂ່າວສານປະເທດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ແທັງຮວາ

ຄະນະຜູ້ແທນ ສຳນັກຂ່າວສານປະເທດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ແທັງຮວາ

0

ຄະນະຜູ້ແທນ ສໍານັກຂ່າວສານປະເທດລາວ ນໍາໂດຍ ສະຫາຍ ຄໍາເຜີຍ ພິລາພາ ຜູ້ອຳ ນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງແທັງຮວາ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ເດົ່າ ຖັນ ຕຸ່ງ ກໍາມະການຄະນະພັກແຂວງ, ຮອງປະທານກຳມະການປະຊາຊົນແຂວງແທັງຮວາ, ມີຄະນະຖະແຫລງຂ່າວ ແລະ ສື່ສານ ແລະ ໜັງສືພິມ ແທັງຮວາ ເຂົ້າຮ່ວມໃນພິທີຕ້ອນຮັບ.

ໂອກາດນີ້, ສະຫາຍ ເດົ່າ ຖັນ ຕຸ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບ, ຈຸດພິເສດ, ທ່າແຮງ, ມູນເຊື້ອທາງດ້ານປະຫວັດສາດອັນຍາວນານ, ວັດທະນະ ທຳ ແລະ ປະຊາຊົນແຂວງແທັງຮວາ; ຍົກໃຫ້ເຫັນໝາກຜົນອັນພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານການກໍ່ສ້າງພັກ ແລະ ລະບົບການເມືອງໃນປີ 2022 ແລະ ໄລຍະ 6 ເດືອນຕົ້ນປີ 2023 ຂອງແຂວງ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນອີກວ່າ ໃນໄລຍະ 55 ປີ ແຫ່ງການຮ່ວມມືມິດຕະ ພາບ ລະຫວ່າງ 2 ແຂວງ ແທັງຮວາ ສສ ຫວຽດນາມ ແລະ ແຂວງຫົວພັນ ສປປ ລາວ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີກິເສດ ແລະ ການຮ່ວມມືຮອບດ້ານ ໄດ້ແໜ້ນແຟ້ນຂຶ້ນຕື່ມ ໂດຍໄດ້ມີການຈັດຕັ້ງການພົບປະກັນຢ່າງຕໍ່ເນື່ອງ, ເປີດຊຸດຝຶກອົບຮົມ, ການແລກປ່ຽນບົດຮຽນ, ການຜັນຂະຫຍາຍ ບັນດາເນື້ອໃນຂໍ້ຕົກລົງ ແລະ ປະສານສົມທົບເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ.

ໃນໂອກາດດຽວກັນ, ສະຫາຍ ຄໍາເຜີຍ ພິລາພາ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ເດົ່າ ຖັນ ຕຸ່ງ ແລະ ໄດ້ແຈ້ງໃຫ້ຊາບເຖິງຂຸດປະສົງໃນການມາເຄື່ອນໄຫວຢ້ຽມົາມ ແລະ ເຮັດວຽກຢູ່ແຂວງແທັງຮວາໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບົນຈິດໃຈສາຍພົວພັນການຮ່ວມມືລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດ ນາມ ຈະໄດ້ຮັບການເອົາໃຈໃສ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການນຳລະດັບສູງ, ນັກຂ່າວປະເທດລາວ ໄດ້ມາຢ້ຽມຢາມ ແທັງຮວາ ເພື່ອໂຄສະນາໃຫ້ແກ່ແຂວງແທັງຮວາ ແລະ ບັນດາໝາກຜົນອັນພົ້ນເດັ່ນກ່ຽວກັບເສດຖະກິດ, ວັນທະນະທຳ-ສັງຄົມ ຂອງແຂວງ ເພື່ອໃຫ້ປະຊາຊົນລາວອ້າຍນ້ອງໄດ້ຮັບຮູ້.

ໃນໂອກາດນີ້, ສະຫາຍ ຄໍາເຜີຍ ພິລາພາ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງໜັງສືພິມ, ຢ້ຽມຢາມເຮັດວຽກກັບໜັງສືພິມ ແທັງຮວາ ເພື່ອແລກປ່ຽນບົດຮຽນໃນຂົງເຂດຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກັບ ພະແນກຖະແຫລງຂ່າວ ແລະ ສື່ສານແຂວງແທັງຮວາ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂດ້ ຫຶວກວຽດ ຫົວໜ້າພະແນກຖະແຫລງຂ່າວ ແລະ ສື່ສານແຂວງແທັງຮວາ, ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວວຽກງານຊອງພະແນກ ໂດຍສະເພາະແມ່ນບົດບາດໃນການຄຸ້ມຄອງກ່ຽວກັບຖະແຫລງຂ່າວ ແລະ ສື່ສານ, ການ ເອົາໃຈໃສ່ໃນການໂຄສະນາ, ເພີ່ມທະວີການພົວພັນຮ່ວມມື, ປະສານສົມທົບກັບອົງການວາລະສານສູນກາງ ໂດຍຜ່ານຫລາກຫລາຍຮູບແບບ ກ່ຽວກັບວັດທະນະທຳທີ່ພິມລົງຜະລິດຕະພັນໜັງສືພິມ ຢ່າງເປັນປະຈຳເພື່ອສະທ້ອນໃຫ້ເຫັັນສັງຄົມອັນດີງາມ ແລະ ໝູ່ເພື່ອນພາຍໃນ ແລະ ຕ່າງປະເທດ ກ່ຽວກັບຄວາມສາມາດ ແລະ ການພັດທະນາຢ່າງຫລວງຫລາຍ.

ນອກຈາກນັ້ນ, 2 ຝ່າຍຍັງໄດ້ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງໜັງສືພິມ ເພື່ອໃຫ້ການເຄື່ອນໄຫວວຽກງານດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ, ຮັບປະກັນຂໍ້ມູນຂ່າວ ສານຜ່ານ ອິນເຕີເນັດ ໃຫ້ມີຄວາມປອດໄພ.

ຂ່າວ: ສົມປະສົງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version