Home ຂ່າວກິລາ ສະຫະພັນແມ່ຍິງກົມກອງອ້ອມຂ້າງກະຊວງ ປກສ ແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ສະຫະພັນແມ່ຍິງກົມກອງອ້ອມຂ້າງກະຊວງ ປກສ ແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

0

ສະຫະພັນແມ່ຍິງກົມກອງອ້ອມຂ້າງກະ ຊວງ ປກສ ໄດ້ຈັດການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ໃນວັນທີ 14 ກໍລະກົດ 2023 ທີ່ກົມຕຳຫຼວດຄຸມຂັງ -ດັດສ້າງ, ໂດຍ ມີ ພົນຈັດຕະວາ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະ ຊວງ ປກສ, ພັນເອກ ນາງ ຄຳຢາດ ວິໄລວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະ ທານສະຫະພັນແມ່ຍິງ ກະ ຊວງ ປກສ, ບັນດາຄະນະພັກ-ຄະນະບັນຊາກົມກອງອ້ອມ ຂ້າງກະຊວງ ແລະ ກົມໃຫຍ່ການເມືອງ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ພັນເອກ ນາງ ຄຳຢາດ ວິໄລວັນ ກ່າວວ່າ: ການແຂ່ງຂັນກິລາສະຫະພັນແມ່ຍິງກະຊວງ ປກສ ໃນຄັ້ງນີ້ ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ແລະ ວັນສໍາຄັນຕ່າງໆທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີເນື້ອໃນ, ບັນຍາກາດຟົດຟື້ນມ່ວນຊື່ນ; ພ້ອມນີ້, ກໍເປັນການຮັດແໜ້ນຄວາມສາມັກຄີ, ເສີມສ້າງສຸຂະ ພາບຂອງນາຍ ແລະ ພົນຕຳຫຼວດ ເພື່ອກຽມພ້ອມປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ; ເຊິ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ ປະກອບມີ 2 ປະ ເພດກິລາ ຄື: ກິລາເປຕັງ ແບ່ງອອກເປັນ 3 ລາຍການແຂ່ງຂັນ ຄື: ທີມປະສົມ, ທີມຊຸດຍິງ ແລະ ທີມສາຍພິເສດ ລວມທັງໝົດ 44 ທີມ; ກິລາບານສົ່ງຍິງ ມີ 6 ທີມ ແລະ ທີມທີ່ໄດ້ຊະນະເລີດຈະໄດ້ຮັບ ລາງວັນດັ່ງນີ້:

– ລາງວັນກິລາເປຕັງ:

ລາງວັນທີ 1 ໄດ້ຮັບຂັນຊະນະເລີດ 1 ໜ່ວຍ ເງິນ 500.000 ກີບ,

ລາງວັນທີ 2 ໄດ້ຮັບຂັນຮອງ ຊະນະເລີດ 1 ໜ່ວຍ ເງິນ 300. 000 ກີບ,

ລາງວັນທີ 3 ໄດ້ຮັບ ເງິນ 200.000 ກີບ.

– ກິລາບານ ສົ່ງຍິງ:

ລາງວັນທີ 1 ໄດ້ຮັບຂັນຊະນະເລີດ 1 ໜ່ວຍ ເງິນ 700.000 ກີບ,

ລາງວັນທີ 2 ໄດ້ຮັບຂັນຮອງຊະນະເລີດ 1 ໜ່ວຍ ພ້ອມເງິນ 500.000 ກີບ,

ລາງວັນທີ 3 ໄດ້ຮັບເງິນ 300. 000 ກີບ.

ຜ່ານການແຂ່ງຂັນຜົນປະກົດວ່າ:

– ກິລາເປຕັງທີມຊຸດ:

ອັນດັບ ທີ 1 ແມ່ນທີມ ກອງບັນຊາການປ້ອງກັນທີ່ຕັ້ງ,

ອັນດັບທີ 2 ແມ່ນ ກົມໃຫຍ່ສັນຕິບານ,

ອັນດັບທີ 3 ແມ່ນ ກົມສື່ສານ;

– ປະເພດທີມ ຊຸດປະສົມຊາຍ-ຍິງ:

ອັນດັບທີ 1 ແມ່ນ ກົມກໍ່ສ້າງກໍາລັງ,

ອັນດັບທີ 2 ແມ່ນ ວິທະຍາຄານຕໍາຫຼວດປະຊາຊົນ,

ອັນດັບທີ 3 ແມ່ນວິ ທະຍາຄານສັນຕິບານປະຊາຊົນ;

– ປະເພດທີມສາຍພິເສດການນໍາ ແລະ ບໍລິສັດ

ອັນດັບທີ 1 ແມ່ນ ທີມ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ,

ອັນດັບທີ 2 ແມ່ນ ທີມ ຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ອະດີດຮອງຫົວໜ້າກົມໃຫຍ່ການ ເມືອງ ປກສ,

ອັນດັບທີ 3 ແມ່ນ ທີມວິສາຫະກິດຄໍາເຫຼັກຖ່າຍຮູບຕິດບັດນັກຮຽນ.

– ປະເພດກິລາບານສົ່ງຍິງ

ອັນດັບທີ 1 ແມ່ນ ກົມຕໍາຫຼວດຄຸມຂັງ-ດັດສ້າງ,

ອັນດັບ 2 ແມ່ນກົມ ໃຫຍ່ພະລາທິການ,

ອັນດັບທີ 3 ແມ່ນວິທະຍາຄານສັນຕິບານປະຊາຊົນ.

ຂ່າວ: ຄຳໂຖ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version