Home ບຸນປະເພນີ ສືບສານປະເພນີບຸນອອກພັນສາປະວໍລະນາ

ສືບສານປະເພນີບຸນອອກພັນສາປະວໍລະນາ

0

ບຸນອອກພັນສາປະວໍລະນາ ຖືເປັນປາງບຸນໃຫຍ່ທີ່ມີຄວາມໝາຍສຳຄັນ ເປັນປະເພນີອັນດີງາມສືບທອດກັນມາແດ່ດົນນານຂອງປະຊາຊົນລາວຊາວພຸດ ຊຶ່ງເປັນໜຶ່ງໃນຮີດ 12 ຄອງ 14 ຂອງລາວທີ່ເຄີຍປະຕິບັດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ.

ພະອາຈານ ບຸນເພັງ ແກ້ວມະນີວົງ ຮອງເຈົ້າອະທິການວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ຕຸລາຜ່ານມາວ່າ: ເນື່ອງໃນໂອກາດວັນບຸນອອກພັນສາປະວໍລະນາໃນມື້ຂຶ້ນ 15 ຄໍ່າເດືອນ 11 ລາວ, ປີນີ້ແມ່ນກົງກັບວັນອັງຄານວັນທີ 7 ຕຸລາ 2025 ຊຶ່ງມີປະຫວັດຄວາມເປັນມາຄື: ຄຳວ່າ: ພັນສາໄດ້ແກ່ປີ ຫຼື ລະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ໄດ້ອະນຸຍາດໃຫ້ພະສົງສາມະເນນຈຳພັນສາເປັນເວລາ 3 ເດືອນຄື: ເລີ່ມແຕ່ມື້ແຮມ 1 ຄໍ່າເດືອນ 8 ລາວເຖິງມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຄຳວ່າ: ອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈຶ່ງເອີ້ນວ່າ: ບຸນອອກພັນສາ ເປັນປາງບຸນໜຶ່ງໃນຮີດ 12 ຄອງ 14 ຂອງລາວ ເພື່ອເປີດໂອກາດໃຫ້ແກ່ພະສົງສາມະເນນໄດ້ກະທຳກິດຂອງພະສາສະໜາເຊັ່ນ: ໄປເທດສະໜາສັ່ງສອນທາງທຳໃຫ້ປະຊາຊົນ, ໄປບວດລູກຫຼານເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງອຸປະຊາອາຈານເປັນຕົ້ນ ແຕ່ກ່ອນຈະອອກພັນສາພະສົງຕ້ອງປະວໍລະນາຕົວກ່ອນ. ຄຳວ່າ: ປະວໍລະນາ ແປວ່າ: ການເປີດໂອກາດໃຫ້ພະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ, ວິໄນຂອງພະສົງຜູ້ມີເຈດຕະນາດີ ກໍຈະສາມາດຕັກເຕືອນຊຶ່ງກັນ ແລະ ກັນໄດ້, ຂອບເຂດການປະວໍລະນາກຳນົດແຕ່ມື້ແຮມ 1 ຄໍ່າເດືອນ 8 ຮອດມື້ຂຶ້ນ 15 ຄໍ່າເດືອນ 11 ລາວ. ສຳລັບການເຮັດບຸນ ແມ່ນເລີ່ມແຕ່ພະສົງສາມະເນນຈະຕື່ນແຕ່ເຊົ້າ, ຕີກອງເດິກ, ຕີຄ້ອງ, ຕີລະຄັງ ໄຫວ້ພະ ສູດມົນພ້ອມກັນ ແລ້ວກ່າວຄຳປະວໍລະນາອອກພັນສາໃນມື້ຂຶ້ນ 15 ຄໍ່າເດືອນ 11, ສ່ວນຝ່າຍຄະລືຫັດ (ຊາວບ້ານ) ສັດທາຊາວບ້ານ ກໍກຽມຕົວມາເຮັດບຸນກຸສົນ ກຽມວັດຖຸທານຕ່າງໆ ມາຖວາຍທານ ຮັກສາສິນ ຟັງທຳມະເທດສະໜາຮ່ວມກັນທີ່ວັດ, ໄຕ້ປະທີບໄຫຼເຮືອໄຟທາງນໍ້າ, ທາງບົກ, ຈູດບັ້ງໄຟດອກເພື່ອບູຊາ.

ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳກໍຈະນຳປະທີບນໍ້າມັນ, ດອກໄມ້ ທູບທຽນ ມາຈູດໄຕ້ບູຊາພະຣັດຕະນະໄຕ ບາງບ່ອນຢູ່ໃກ້ແມ່ນ້ຳ ກໍເຮັດເຮືອໄຟແລ້ວນຳໄປໄຫຼນ້ຳ ຖືວ່າການບູຊາປະທີບນ້ຳມັນນັ້ນ ມີອານິສົງຫຼາຍເຊັ່ນ: ພະອານຸຣຸດທະເຖຣະ ເປັນພະສາວົກ ທີ່ໄດ້ຍົກຍ້ອງວ່າເປັນພະອໍຣະຫັນຜູ້ມີຕາທິບ ເບິ່ງກວ້າງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນຈຶ່ງນິຍົມກັນມາຮອດປັດຈຸບັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version