Home ຂ່າວຕ່າງປະເທດ ທູດພິເສດສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະເດີນທາງມາຢ້ຽມຢາມລາວ

ທູດພິເສດສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະເດີນທາງມາຢ້ຽມຢາມລາວ

0

ຕາມຂ່າວຈາກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໃຫ້ຮູ້ວ່າ: ທ່ານ ແອນໂທນີ ອາບາເນຊີ ນາຍົກລັດຖະ ມົນຕີອົດສະຕຣາລີ ປະກາດແຕ່ງຕັ້ງ ທ່ານ ນິໂຄລັສ ມໍ ເປັນ ທູດພິເສດອົດສະຕຣາລີ ສຳ ລັບພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ໃນເດືອນ ພະຈິກ 2022 ເພື່ອຊີ້ນຳການພັດ ທະນາຍຸດທະສາດ ດ້ານເສດຖະກິດໃນພາກພື້ນອາຊີຕາເວັນ ອອກສ່ຽງ ໃຕ້ ຮອດປີ 2040 ຂອງລັດຖະບານອົດສະຕຣາລີ.

ວັນທີ 11-13 ກໍລະກົດ 2023 ທ່ານ ນິໂຄລັສ ມໍ ທູດພິ ເສດອົດສະຕຣາລີ ສຳລັບພາກພື້ນອາຊີຕາເວັນ ອອກສ່ຽງໃຕ້ ຈະເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງການປຶກສາຫາລືໃນລະດັບພາກພື້ນ ເພື່ອຊ່ວຍໃນການພັດທະນາຍຸດທະສາດດ້ານເສດຖະກິດສໍາລັບພາກພື້ນອາ ຊີຕາເວັນອອກສ່ຽງໃຕ້ ຍຸດທະ ສາດດັ່ງກ່າວ ຈະເປັນແນວ ທາງໃຫ້ອົດສະຕຣາລີ ເພື່ອສ້າງຄວາມເຂັ້ມແຂງໃນການມີສ່ວນຮ່ວມດ້ານເສດຖະກິດກັບພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ໂດຍການກໍານົດຂອບເຂດ ແລະ ບັນດາໂອກາດ ທີ່ພວມເກີດຂຶ້ນໃນພາກພື້ນ ເພື່ອເສີມຂະຫຍາຍດ້ານການຄ້າ ແລະ ການລົງທຶນແບບສອງຝ່າຍ.

ໃນລະຫວ່າງການຢ້ຽມຢາມ ສປປ ລາວ ທ່ານ ນິໂຄລັສ ມໍ ຈະພົບປະກັບບັນດາຜູ້ນຳດ້ານທຸລະກິດຈາກຫຼາຍຂະແໜງ ການ ລວມທັງຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ບັນ ດາຄູ່ຮ່ວມງານຈາກພາກລັດທີ່ຮັບຜິດ ຊອບວຽກງານສົ່ງ ເສີມການຄ້າ ແລະ ການລົງທຶນ ພ້ອມທັງຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮ່ວມມືທີ່ມີມາຍາວນານໃນຂະແໜງ ການພັດທະນາຂອງອົດສະຕຣາລີ ທີ່ໄດ້ຊ່ວຍສ້າງຄວາມ ເຂັ້ມແຂງໃຫ້ສະພາບແວດລ້ອມທາງທຸລະກິດ ໃນ ສປປ ລາວ.

ທ່ານນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດອົດສະຕຣາລີ ກ່າວວ່າ: ການແຕ່ງຕັ້ງທູດພິເສດສຳລັບພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ແມ່ນສັນຍານທີ່ຊັດເຈນໃນການກຳນົດບຸລິມະສິດຂອງອົດສະຕຣາລີ ຕໍ່ການຂະຫຍາຍສາຍພົວພັນດ້ານເສດຖະກິດ ກັບ ພາກພື້ນແຫ່ງນີ້.

ຍຸດທະສາດດ້ານເສດຖະກິດ ຈະປະກາດນຳໃຊ້ໃນໄລຍະ 6 ເດືອນທ້າຍປີ 2023 ໂດຍຂໍ້ມູນເພີ່ມຕື່ມ ສາມາດຕິດ ຕາມໄດ້ທີ່ www.dfat.gov.au/southeastasiaeco nomicstrategy.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version