Home ຂ່າວຕ່າງປະເທດ ປະທານປະເທດຫວຽດນາມ ຢ້ຽມຢາມກົມປ້ອງກັນຄວາມສະຫງົບການເມືອງພາຍໃນ

ປະທານປະເທດຫວຽດນາມ ຢ້ຽມຢາມກົມປ້ອງກັນຄວາມສະຫງົບການເມືອງພາຍໃນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ກໍລະກົດ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຫວໍ ວັນ ເຖືອງ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ກະຊວງຕຳຫຼວດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີ ແຫ່ງວັນມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ.

ກ່າວຄຳເຫັນໃນການພົບປະ, ທ່ານ ຫວໍ ວັນ ເຖືອງ ສະເໜີໃຫ້ ກະຊວງຕຳຫຼວດ ແລະ ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ປະຕິບັດໜ້າທີ່ເປັນເສນາທິການຍຸດທະສາດໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ, ປົກປັກຮັກສາການນຳພາ, ກຳອຳນາດຂອງພັກ; ປ້ອງກັນລະບອບ, ປ້ອງກັນປະຊາຊົນ. ພ້ອມກັນນັ້ນ, ກໍເປັນເຈົ້າການສະກັດກັ້ນ, ເປັນເສນາທິການ, ດຳເນີນການຕໍ່ສູ້ຢ່າງມີປະສິດທິຜົນຕໍ່ກົນອຸບາຍ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໃນບັນຫາທີ່ກ່ຽວຂ້ອງເຖິງຄວາມສະຫງົບການເມືອງ, ຄວາມສະຫງົບແຫ່ງຊາດ. ທ່ານຍັງເນັ້ນໜັກວ່າ: ສືບຕໍ່ຮັກສາ, ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງ ໃນການປະຕິບັດມະຕິຂອງກົມການເມືອງ (ສະໄໝທີ XII) ວ່າດ້ວຍການປົກປັກຮັກສາພື້ນຖານແນວຄິດ ຂອງພັກ, ຕໍ່ສູ້ຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່. ປະຕິບັດບົດສະຫຼຸບ ຂອງຄະນະເລຂາສູນກາງພັກ (ສະໄໝທີ XII) ກ່ຽວກັບການຕ້ານຂ່າວປອມ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ບໍ່ດີ ໂດຍສະເພາະທາງເຄືອຂ່າຍອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ເປັນເຈົ້າການກຳນົດທິດສັງຄົມ, ເອົາໃຈໃສ່ໂຄສະນາເຜີຍແຜ່, ຍົກສູງພາບພົດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version