Home ຂ່າວພາຍໃນ ເມືອງຫີນເຫີບ ວາງແຜນການປູກເຂົ້ານາປີໃຫ້ໄດ້ 3.005 ເຮັກຕາ

ເມືອງຫີນເຫີບ ວາງແຜນການປູກເຂົ້ານາປີໃຫ້ໄດ້ 3.005 ເຮັກຕາ

0

ຕາມການລາຍງານຂອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫີນເຫີບ ແຂວງວຽງຈັນ ໄດ້ແຈ້ງຕໍ່ຜູ້ສື່ຂ່າວ ໃນວັນທີ 11 ກໍລະກົດນີ້ ວ່າ: ເມືອງຫີນເຫີບ ໄດ້ວາງໂຕເລກປູກເຂົ້ານາປີໃຫ້ໄດ້ 3.005 ເຮັກຕາ ໃນນັ້ນເຂົ້ານາປີ 2.875 ເຮັກຕາ, ເຂົ້ານາແຊງ 50 ເຮັກຕາ ແລະ ເຂົ້າໄຮ່ 80 ເຮັກຕາ, ນາຫວ່ານ ແລະ ນາຢອດ 60 ເຮັກຕາ ໂດຍນໍາໃຊ້ແນວພັນເຂົ້າປັບປຸງ 80% ມີແນວພັນເຂົ້າທ່າດອກຄໍາ 1, ທ່າດອກຄໍາ 8, ທ່າດອກຄໍາ 11, ທ່າດອກຄໍາ 37, ແນວພັນເຂົ້າ 634 ແລະ ແນວພັນເຂົ້າ 450 ປີ ປັດຈຸບັນຊາວກະສິກອນໄດ້ໄຖຮຸດນາສໍາເລັດ 100% ຕົກກ້າສໍາເລັດ 100%, ເຮັດນາຫວ່ານ ແລະ ນາຢອດ 100% ຂອງແຜນການ.

ຊາວກະສິກອນໄດ້ເລີ່ມລົງມືປັກດໍາເຂົ້ານາປີມາແຕ່ຕົ້ນເດືອນກໍລະກົດ 2023 ປັກດໍາໄດ້ແລ້ວ 70% ຄາດໝາຍການປັກດໍາເຂົ້ານາປີໃຫ້ສໍາເລັດ 100% ໃນກາງເດືອນສິງຫາ 2023 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລົງຊຸກຍູ້ຢ່າງໃກ້ຊິດ ແລະ ໄດ້ກຽມພ້ອມອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ເປັນຕົ້ນໄດ້ແຕ່ງຕັ້ງທີມງານວິຊາການລົງຕິດຕາມການຜະລິດໃນແຕ່ລະກຸ່ມບ້ານ ແລະ ໃຫ້ຄໍາປຶກສາທາງດ້ານວິຊາການ ກໍຄືສະໜອງນ້ຳໃຫ້ມີຄວາມຮັບປະກັນ ແລະ ກຽມຄວາມພ້ອມດ້ານອື່ນໆ ເປັນຕົ້ນຕິດຕາມການລະບາດຂອງສັດຕູພືດ ຄຽງຄູ່ກັນນີ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນປູກພືດສໍາຮອງອີກ ເປັນຕົ້ນ ການປູກມັນຕົ້ນ, ສາລີ, ມັນເພົາ ແລະ ປູກໄມ້ໃຫ້ໝາກ (ໝາກເງາະ) ຕາມທ່າແຮງຂອງແຕ່ລະເຂດເພື່ອເປັນການສ້າງລາຍຮັບເຂົ້າຄອບຄົວ.

(ຂ່າວ-ພາບ: ເມືອງຫີນເຫີບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version