Home ຂ່າວຕ່າງປະເທດ ປີ 2023 ເສດຖະກິດ ມົງໂກລີ ມີທ່າອ່ຽງຂະຫຍາຍຕົວ (ເນື່ອງໃນໂອກາດວັນຊາດມົງໂກລີ ວັນທີ 11 ກໍລະກົດ 1921 – 11...

ປີ 2023 ເສດຖະກິດ ມົງໂກລີ ມີທ່າອ່ຽງຂະຫຍາຍຕົວ (ເນື່ອງໃນໂອກາດວັນຊາດມົງໂກລີ ວັນທີ 11 ກໍລະກົດ 1921 – 11 ກໍລະກົດ 2023)

0

ທະນາຄານໂລກ (WB) ໄດ້ເປີດເຜີຍບົດລາຍງານເສດຖະກິດ ປະຈຳປີ 2023 ຂອງ ມົງໂກລີ ວ່າ: ເສດຖະກິດມົງໂກລີ ມີທ່າອ່ຽງຂະຫຍາຍຕົວ 5,2% ໃນປີ 2023 ໂດຍໄດ້ຮັບແຮງໜູນຈາກການຟື້ນຕົວຢ່າງວ່ອງໄວຂອງການຜະລິດເໝືອງແຮ່ ອັນເປັນຜົນມາຈາກການຍົກເລີກຂໍ້ຈຳກັດການເດີນທາງລະຫວ່າງປະເທດ ແລະ ການເລີ່ມຕົ້ນຂອງຂັ້ນຕອນການເຮັດເໝືອງ, ການຟື້ນຕົວຂອງພາກການບໍລິການຢ່າງຕໍ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມຕ້ອງການການສົ່ງອອກທີ່ສູງຂຶ້ນ, ການບໍລິໂພກພາກຄົວເຮືອນທີ່ຍືນຍົງ ແລະ ການລົງທຶນໃນພາກລັດຂະໜາດໃຫຍ່ເປັນຕົວຊ່ວຍສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຂອງປະເທດ.

ບົດລາຍງານລະບຸວ່າ: ຄວາມຕ້ອງການພາຍໃນປະເທດທີ່ຟື້ນຕົວຢ່າງວ່ອງໄວ ແຕ່ອັດຕາເງິນເຟີ້ຍັງຄົງມີທ່າອ່ຽງສູງຂຶ້ນຕະຫຼອດປີ 2023 ຊຶ່ງສະເລ່ຍຢູ່ທີ່ 9,5% ເຖິງແມ່ນວ່າແຮງກົດດັນຈາກພາຍນອກ ແລະ ການສະໜອງຈະຜ່ອນຄາຍລົງ ລວມທັງລາຍຈ່າຍພາກລັດທີ່ແຂງແຮງ. ນອກຈາກນີ້, ທ່າອ່ຽງທາງດ້ານເສດຖະກິດຂອງມົງໂກລີ ໃນໄລຍະກາງຍັງຄົງມີການຂະຫຍາຍຕົວ ໂດຍຄາດວ່າຜົນຜະລິດຈາກການຂຸດເຈາະເໝືອງແຮ່ຈະມີການປັບປຸງໃນຫຼາຍດ້ານ ແຕ່ຄວາມຕ້ອງການໃນການແຜ່ກະຈາຍຄວາມສ່ຽງທາງດ້ານເສດຖະກິດຍັງຄົງມີຢູ່ ແລະ ເສດຖະກິດໃນມົງໂກລີ ຈະຍັງຄົງໄດ້ຮັບຜົນປະໂຫຍດຈາກການລົງທຶນການເຮັດເໝືອງ ໃນການພັດທະນາໂຄງການເໝືອງດ້ວຍຜົນຜະລິດທີ່ຄາດວ່າຈະເພີ່ມຂຶ້ນຫຼາຍກວ່າ 2 ເທົ່າໃນລະຫວ່າງປີ 2023-2025 ໂຄງການເໝືອງຈະເພີ່ມລາຍໄດ້ຂອງລັດຖະບານ ຫຼຸດແຮງກົດດັນດ້ານດຸນການຊຳລະເງິນ ແລະ ເພີ່ມເງິນຄັງສຳຮອງຕ່າງປະເທດ. ເຖິງຢ່າງໃດກໍຕາມ, ການມຸ່ງເນັ້ນໄປທີ່ກິດຈະກຳການຂຸດເຈາະເໝືອງໄດ້ນຳໄປສູ່ການສູນເສຍຄວາມສາມາດໃນການແຂ່ງຂັນໃນພາກສ່ວນທີ່ບໍ່ແມ່ນຊັບພະຍາກອນທີ່ສາມາດຊື້-ຂາຍໄດ້ ຊຶ່ງໂດຍທົ່ວໄປແລ້ວເປັນແຫຼ່ງຂອງການເຕີບໂຕຂອງຜົນຜະລິດ ແລະ ເພີ່ມຄວາມສ່ຽງຕໍ່ລາຄາສິນຄ້າສຳຄັນທີ່ຫຼຸດລົງ. ນອກຈາກນີ້, ຍັງມີຄວາມສ່ຽງຕໍ່ເສດຖະກິດຂອງປະເທດໃນດ້ານລົບ ໄດ້ແກ່ການຖົດຖອຍຂອງດຸນພາຍນອກ, ການເງິນ ແລະ ແຮງກົດດັນດ້ານເງິນເຟີ້ເພີ່ມເຕີມ ອັນເປັນຜົນຈາກສະຖານະການໂລກໃນປັດຈຸບັນ, ການຄຸມເຂັ້ມນະໂຍບາຍດ້ານການເງິນໃນປະເທດທີ່ພັດທະນາແລ້ວ, ຄວາມສ່ຽງທີ່ກ່ຽວຂ້ອງກັບພາລະຜູກພັນຂອງລັດຖະບານຈຳນວນຫຼາຍ ແລະ ຄວາມຍາກລຳບາກຂອງພາກການທະນາຄານ ໃນປະເທດເສດຖະກິດທີ່ພັດທະນາແລ້ວອາດຈະເຮັດໃຫ້ນັກລົງທຶນບໍ່ກ້າສ່ຽງຫຼາຍຂຶ້ນ ແລະ ນຳໄປສູ່ພາວະການເງິນໂລກທີ່ເຂັ້ມງວດ ຊຶ່ງຈະເປັນອຸປະສັກຕໍ່ຄວາມສາມາດໃນການດຶງດູດເງິນທຶນຂອງມົງໂກລີ.

ໃນຂະນະທີ່ການເພີ່ມຕົ້ນທຶນທາງການເງິນ ເປັນການເນັ້ນຢ້ຳເຖິງຄວາມສຳຄັນຂອງລະບຽບວິໄນທາງດ້ານການເງິນ ແລະ ການປະຕິຮູບເພື່ອເພີ່ມລະດັບການກຳກັບເບິ່ງແຍງ ເພື່ອສ້າງຄວາມຍືນຍົງຂອງອັດຕາແລກປ່ຽນ ການຈັດລຳດັບຄວາມສຳຄັນຂອງໂຄງການ ແລະ ການເພີ່ມລາຍໄດ້ຈາກການສົ່ງອອກ ແລະ ການໄຫຼເຂົ້າຂອງເງິນທຶນເປັນກະແຈສຳຄັນໃນການສ້າງທຶນສຳຮອງເງິນຕາຕ່າງປະເທດຂອງມົງໂກລີຂຶ້ນໃໝ່ ແລະ ຫຼຸດແຮງກົດດັນດ້ານດຸນການຊຳລະເງິນໃນໄລຍະກາງ ປະສິດທິຜົນຂອງນະໂຍບາຍການປະຕິຮູບຂອງລັດຖະບານກ່ຽວກັບການແຜ່ກະຈາຍຄວາມຫຼາກຫຼາຍ ຈະມີຄວາມສຳຄັນໃນການສ້າງຄວາມຍືນຍົງໃນການເຕີບໂຕ ແລະ ຄວາມຍືນຍົງຕໍ່ການປ່ຽນແປງພາຍໃນປະເທດ, ພາຍນອກ ແລະ ການປ່ຽນແປງສະພາບພູມອາກາດ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version