Home ຂ່າວກິລາ ໂອຊິມເຮນ ມີສິດຢູ່ຕໍ່ກັບ ນາໂປລີ ຫຼັງບໍ່ມີໃຜສູ້ລາຄາສຸດແສນແພງ

ໂອຊິມເຮນ ມີສິດຢູ່ຕໍ່ກັບ ນາໂປລີ ຫຼັງບໍ່ມີໃຜສູ້ລາຄາສຸດແສນແພງ

0

ວິກເຕີ ໂອຊິມເເຮນ ດາວຍິງສູງສຸດ ກັນໂຊ່ ເອເຣຍ ອາ ລະດູການລ່າສຸດ ມີໂອກາດຕ້ອງຢູ່ກັບ ນາໂປລີ ຕໍ່ໄປຢ່າງໜ້ອຍອີກ 1 ປີ ເມື່ອເຖິງຈະມີບັນດາທີມຍິ່ງໃຫຍ່ໃຫ້ຄວາມສົນໃຈດຶງໂຕມາເສີມທັບ ແຕ່ຕ່າງກໍຕິດບັນຢູ່ທີ່ລາຄາຄ່າຕົວ ເຊິ່ງ ນາໂປລີ ຕັ້ງໄວ້ໂຫດຫຼາຍເຖິງ 180 ລ້ານເອີໂຣ.

ລະດູການຫຼ້າສຸດນີ້ ໂອຊິມເຮນ ເປັນໜຶ່ງໃນກໍາລັງສໍາຄັນທີ່ພາໃຫ້ທີມຂອງ ລູຊາໂນ່່ ສະປັນເລັດຕິ ໄປເຖິງຝັ່ງຝັນ ຄອບຄອງຂັນສະຄູເດັດໂຕ ໂດຍທີ່ດາວຍິງຊາວໄນຈີເຣຍ ຍິງໄປເຖິງ 26 ປະຕູໃນລີກ ແລະ ຍິງໄດ້ລວມ 31 ລູກໃນທຸກລາຍການ.

ຟອມຂອງ ໂອຊິມເຮນ ເຂົ້າຕາຂອງບັນດາທີມຍິ່ງໃຫຍ່ຫຼາຍທີມ ເຊັ່ນໃນ ພຣີເມຍລີກ ທີ່ມີເຖິງ 4-5 ສະໂມສອນໃຫ້ຄວາມສົນໃຈ ເຊັ່ນດຽວກັນກັບ ຣິວ ມາດຣິດ, ບາເຢິນ ມິວນິກ ແລະ ປາຣີ ແຊັງ-ແຊກແມງ.

Corriere dello Sport ລາຍງານວ່າຫຼ້າສຸດ ນິວຄາສເຊິນ ຢູໄນເຕັດ ໄດ້ຕິດຕໍ່ສອບຖາມກັບທາງ ນາໂປລີ ເຖິງຄວາມເປັນໄປໄດ້ທີ່ຈະປ່ອຍ ໂອຊິມເຮນ ອອກມາແລ້ວ.

ຢ່າງໃດກໍຕາມ, ເຖິງແມ່ນວ່າຄໍາຕອບທີ່ໄດ້ຈະເປັນການພ້ອມຂາຍ ແຕ່ກໍພາຍໃຕ້ລາຄາທີ່ສຸດໂຫດຢ່າງ 180 ລ້ານເອີໂຣ ເຊິ່ງເຮັດໃຫ້ ນິວຄາສເຊິນ ຕ້ອງຖອນຕົວອອກຈາກຂໍ້ຕົກລົງນີ້ໂດຍປະລິຍາຍ

ດ້ວຍລະດັບລາຄານີ້ ທຸກທີມທີ່ສົນໃຈ ໂອຊິມເຮນ ຕ່າງກໍບໍ່ພ້ອມທີ່ຈະຈ່າຍເຊັ່ນກັນ ເຮັດໃຫ້ມີໂອກາດສູງທີ່ນັກເຕະຈະຕ້ອງຢູ່ຫຼິ້ນກັບ ນາໂປລີ ຕໍ່ໄປຢ່າງຫນ້ອຍອີກປີໜຶ່ງ.

ຢ່າງໃດກໍຕາມ, ດ້ວຍການທີ່ ນາໂປລີ ຊື້ມາແພງຕັ້ງແຕ່ທໍາອິດທີ່ 70 + 10 ລ້ານເອີໂຣຈາກ ລິວ ເມື່ອປີ 2020 ແລະ ນັກເຕະຫຼິ້ນໄດ້ຢ່າງໜ້າປະທັບໃຈ ເຮັດໃຫ້ພວກເຂົາຕ້ອງການບວກລາຄາໄປອີກເທົ່າຕົວ ສໍາລັບການຂາຍອອກໄປໃນຕອນນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version