Home ຂ່າວພາຍໃນ ຫ້ອງການກະຊວງການເງິນ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023-2025

ຫ້ອງການກະຊວງການເງິນ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023-2025

0

ຫ້ອງການກະຊວງການເງິນ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດ ທະນາ ຂອງບັນດາພະແນກອ້ອມຂ້າງຫ້ອງການ ປະຈໍາປີ 2023-2025 ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ປະຈໍາປີ 2021 ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ສົມບູນ ອິນທະປັດຖາ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການກະຊວງການເງິນ, ມີຮອງຫົວໜ້າຫ້ອງການ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກ ແລະ ພະນັກງານວິຊາການອ້ອມຂ້າງຫ້ອງການກະຊວງການເງິນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງຫ້ອງການກະຊວງເງິນ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງບັນດາພະແນກອ້ອມຂ້າງຫ້ອງການກະຊວງ ສະບັບເລກທີ 1810/ຫກ, ລົງວັນທີ 05 ກໍລະກົດ 2023; ຜ່ານແຜນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງຫ້ອງການກະຊວງການເງິນ ປະຈໍາປີ 2023-2025 ເຊິ່ງແຜນການດັ່ງກ່າວ ເພື່ອປຸກລະດົມເຕົ້າໂຮມກໍາລັງແຮງ ພະແນກອ້ອມຂ້າງຫ້ອງການກະຊວງການເງິນ ເຊີດຊູມູນເຊື້ອຮັກຊາດ, ຄວາມວິລະອາດຫານ, ນໍ້າໃຈດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ, ມີຫົວຄິປະດິດສ້າງເສີມຂະ ຫຍາຍມູນເຊື້ອອັນດີງາມໃນການແຂ່ງຂັນກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ; ພ້ອມກັນຈັດຕັ້ປະຕິບັດບັນດາຄາດໝາຍສູ້ຊົນ ທີ່ກະຊວງການເງິນວາງອອກ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອເປັນການສົ່ງເສີມ, ຊຸກຍູ້ວຽກດີ ຄົນເດັ່ນ ໂດຍຜ່ານຂະບວນການແຂ່ງຂັນ-ຍ້ອງຍໍ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

ໂອກາດນີ້, ຕາງໜ້າບັນດາພະແນກອ້ອມຂ້າງຫ້ອງການ ໄດ້ຂຶ້ນຜ່ານແນື້ອໃນແຜນການແຂ່ງຂັນ-ຍ້ອງຍໍ ເພື່ອຈັບມືກັນຈັດຕັ້ງປະຕິບັດ. ໃນນີ້, ລວມມີພະແນກບໍລິຫານ ແລະ ພິທີການ, ພະແນກສັງລວມ ແລະ ເລຂານຸການ, ພະແນກແຜນການ ແລະ ການເງິນ, ພະແນກໂຄສະນາຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ. ຂະນະດຽວກັນ, ໄດ້ມອບໃບຍ້ອງຍໍ ໃຫ້ພະນັກງານທີ່ມີຜົນງານດີເດັ່ນ ປະຈໍາປີ 2021 ເຊິ່ງໄດ້ຈັດເປັນ III ປະເພດຄື: ດີເດັ່ນປະເພດ I ມີ 23 ທ່ານ, ຍິງ 13 ທ່ານ; ປະເພດ II ມີ 25 ທ່ານ, ຍິງ 8 ທ່ານ ແລະ ປະເພດ III ມີ 3 ທ່ານ, ຍິງ 1 ທ່ານ.

ໂອກາດນີ້, ທ່ານ ສົມບູນ ອິນທະປັດຖາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ, ເຖິງວ່າປະ ເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄ່າຄອງຊີບແພງ ເກີດຜົນກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ແຕ່ຫ້ອງການກະຊວງການເງິນ ໄດ້ພະຍາຍາມແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕາມທ່າແຮງ ແລະເງື່ອນໄຂໃນຂັ້ນຂອງຕົນ; ສະແດງໃຫ້ເຫັນເຖິງວຽກງານການເມືອງແນວຄິດຂອງພະນັກງານ-ສະມາ ຊິກພັກ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ຄຸນນະພາບຂອງພະນັກງານ-ລັດຖະກອນ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ແຕ່ຄຽງຄູ່ກັນນັ້ນ, ຍັງມີຂໍ້ຄົງຄ້າງຫລາຍດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂ. ສະນັ້ນ, ພະນັກງານ-ສະມາຊິກພັກ ອ້ອມຂ້າງຫ້ອງການກະຊວງ ຕ້ອງສືບຕໍ່ປຸກລະດົມ ພ້ອມກັນອອກແຮງງານຢ່າງຕັ້ງໜ້າ ໃນການສ້າງຂະບວນການແຂ່ງຂັນ-ຍ້ອງຍໍໃຫ້ຟົດຟື້ນແຂງແຮງ ພາຍໃຕ້ຄໍາຂວັນ: “ເປັນເສນາທິການທີ່ດີ, ບໍລິຫານວ່ອງໄວເຂັ້ມງວດວິໄນ ໃສ່ໃຈການປະຢັດ ຫັນເປັນທັນສະໄໝ ແລະ ຍົກສູງບົດບາດຍິງ-ຊາຍ”, ສ້າງຂະ ບວນການຢ່າງເປັນປົກກະຕິ-ຕໍ່ເນື່ອງ ແລະ ຫລາຍຮູບແບບ ຫລາຍລະດັບ ເພື່ອຍົກສູງຄວາມສາ ມາດ ແລະ ຄຸນນະພາບການນໍາພາຂອງພັກ ໃນໄລຍະໃໝ່.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version