Home ຂ່າວພາຍໃນ ຫົວໜ້າ​ພະແນກ ອຄ ​ແຂວງ​ຈໍາປາສັກ​ ລົງຕິດຕາມ ກວດກາ​ ​ການ​ຊື້-ຂາຍ​ ຢູ່ຕະຫລາດໃໝ່ປາກເຊ

ຫົວໜ້າ​ພະແນກ ອຄ ​ແຂວງ​ຈໍາປາສັກ​ ລົງຕິດຕາມ ກວດກາ​ ​ການ​ຊື້-ຂາຍ​ ຢູ່ຕະຫລາດໃໝ່ປາກເຊ

0

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ​ ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​ຈໍາປາສັກ​ ສົມທົບກັບບໍລິສັດ​ ບໍລິການ​ ການຄ້າ​ປາກເຊ​ ແລະ​ ໜ່ວຍງານຈັດສັນຕະຫລາດ​ໃໝ່​ປາກເຊ ລົງເຄື່ອນໄຫວຕິດຕາມກວດກາ​ ແລະ​ ຊຸກຍູ້​ການ​ບໍ​ລິ​ການ​ຊື້-​ຂາຍ​ ຕາມຈຸດຊື້-ຂາຍຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ໃນວັນທີ 6 ມິຖຸນາ​ 2023 ເພື່ອເຮັດໃຫ້ການຄຸ້ມຄອງ​ການຊື້​-​ຂາຍ​ ໃຫ້ຖືກຕ້ອງຕາມລະບຽບການ ແນ່ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້​ສັງ ຄົມມີຄວາມຍຸຕິທຳ.​

ທ່ານ​ ສົມພອນ​ ລາດສິນສະຫງວນ ຮອງອໍານວຍການບໍລິສັດ​ ບໍລິການ​ ການຄ້າ​ ປາກເຊ​ ໄດ້ລາຍງານສະ ພາບການຄຸ້ມຄອງ,​ ການເຄື່ອນໄຫວຂອງຄະນະນໍາຕະຫລາດ ຕໍ່ກັບ​ການຊື້,​ ການຂາຍ ແລະ​ ການບໍລິການໃນຕະຫລາດໃໝ່ປາກເຊ​, ເຊິ່ງການຊື້​-ການຂາຍໃນລະດູຝົນ ເຫັນວ່າຫລຸດລົງ​ ໂດຍສະເພາະແມ່ນການຂາຍສະບຽງອາຫານ,​ ຜູ້ຄ້າ-ຂາຍ​ຈໍານວນ​ໜຶ່ງ​ ອອກໄປຂາຍຢູ່ຕາມແຄມທາງ ແລະ​ ພື້ນທີ່ຂອງຕົນເອງ.​ ພ້ອມນີ້​ ຍັງຍົກໃຫ້ເຫັນການຄຸ້ມຄອງການນໍາໃຊ້ຊິງຊັ່ງ​ ຂອງພໍ່ຄ້າ​-ແມ່ຄ້າຈໍານວນໜຶ່ງ ເປັນຕົ້ນ ການຂາຍປາ ທີ່ນໍາໃຊ້ຊິງຊັ່ງບໍ່ໄດ້ຕາມມາດຕະຖານເຕັກນິກ ການ​ນຳ​ໃຊ້ ໃນ​ການ​ບໍ​ລິ​ການ​ຊື້-ຂາຍ​ ພາຍໃນຕະຫລາດໃໝ່ປາກເຊ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງຕະຫລາດ ໄດ້ແນະນໍາຕັກເຕືອນ​ ແລະ​ ສຶກສາອົບຮົມ​ ຕໍ່ຜູ້ລະເມີດ ຖ້າເຮັດອີກ ກໍຈະໄດ້ດໍາເນີນ​ ຕາມລະບຽບການ.​

ໂອກາດນີ້, ທ່ານ​ ບຸນຍະເດດ​ ທອງ​ສະຫວັນ​ ໄດ້ແນະນໍາໃຫ້ການນໍາບໍລິສັດດັ່ງກ່າວ ເອົາໃຈໃສ່ເຂົ້າຮ່ວມລະບອບສ່ອງແສງລາຍງານ​ ການເຄື່ອນໄຫວຄຸ້ມຄອງຕະຫລາດ​ ຕໍ່ການນໍາ​ພະແນກອຸດສາຫະກໍາ​-ການຄ້າແຂວງ​ ແລະ​ ຂະແໜງການ​ກ່ຽວຂ້ອງ​ ຢ່າງເປັນປົກ ກະຕິ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ; ເອົາໃຈໃສ່​ປະຕິບັດມາດຕະການໃນການຄຸ້ມຄອງການຊື້-ການຂາຍສິນຄ້າອຸປະໂພກ​-ບໍລິໂພກ​ ຢູ່ໃນຕະຫລາດ​ ໃຫ້ຖືກຕ້ອງຕາມລະບຽບການ,​ ການຕິດຕາມຊຸກຍູ້ວຽກງານວິຊາສະເພາະ,​ ກວດກາຄືນ ການອອກທະບຽນວິສາຫະກິດ ໃຫ້ແກ່ຜູ້ເຄື່ອນໄຫວຊື້-ຂາຍ​ຢູ່ຕະຫລາດ​ ໂດຍສະເພາະແມ່ນຮ້ານຊື້-ຂາຍວັດຖຸມີຄ່າ​ ລວມທັງການປະຕິບັດບັນດານິຕິກໍາ ໃນການຄຸ້ມຄອງ ການຊື້​-ການຂາຍ​ຢູ່ຕະຫລາດ​ ກໍໃຫ້ກວດກາຄືນອີກ ເພື່ອເຮັດໃຫ້ຕະຫລາດມີຄວາມເຂັ້ມແຂງ ໃນການປະຕິບັດວຽກງານຕົວຈິງ​ ດ້ວຍຄວາມຮັບຜິດຊອບ. ພ້ອມນີ້ໃຫ້ເອົາໃຈໃສ່ການຄຸ້ມຄອງຊິງຊັ່ງທີ່ຊົມໃຊ້ໃນການ ຊື້​-ຂາຍ; ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ​ ຂະແໜງການທີ່ກ່ຽວຂ້ອງຂອງລັດ​ ກັບ​ບໍລິ ສັດ​ ຕ້ອງໃຫ້ລະອຽດຈະແຈ້ງ; ເອົາໃຈໃສ່​ຕິດຕາມກວດກາ ການຂຶ້ນ​ລາຄາສິນຄ້າ​ ຂອງຜູ້ປະກອບການ ແລະ​ ຜູ້ຊື້-ຂາຍ​ ໃນຕະຫລາດ​ ໃຫ້ຖືກຕ້ອງຕາມລະ ບຽບການ,​ ບໍ່ໃຫ້ຜູ້ປະກອບການ ແລະ​ ຜູ້ຄ້າ-ຂາຍ​ ຂຶ້ນລາຄາສິນຄ້າຕາມລໍາພັງ​ ທັງຊ່ວຍຕິດຕາມກວດກາສິນຄ້າພາຍໃນທີ່ເປັນເອກະລັກ,​ ມີຄຸນນະພາບດີ​ ເພື່ອຊຸກຍູ້ສົ່ງເສີມໃຫ້ເປັນສິນຄ້າ ໂອດັອບ​ ແລະ​ ຊົມໃຊ້ແບບຍືນຍົງ.​

ຫົວໜ້າ​ພະແນກ​ອຸດສາຫະ​ກໍາ​ ແລະ​ ການຄ້າ​ແຂວງ​ ຍັງ​ເນັ້ນໃຫ້ການນໍາບໍລິສັດ ເອົາໃຈໃສ່ຢ່າງແຂງແຮງ ການຄຸ້ມຄອງ ຮ້ານຊື້-ຂາຍເຄື່ອງ​ ຂອງຄົນຕ່າງປະ ເທດ​ ທີ່ຢູ່ໃນຄວາມຮັບຜິດຊອບຂອງ​ຕະຫລາດ​ ເພື່ອສ້າງ​ຕະຫລາດໃໝ່ປາກເຊ​ ໃຫ້ເປັນຕະຫລາດທີ່ສະ ອາດ ໃນອະນາຄົດ.​

ຂ່າວ​-ພາບ​: ທູນທອງໃຈ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version