Home ຂ່າວໜ້າໜຶ່ງ ສະຫລອງ 10 ປີ ການສ້າງໜຶ່ງແລວທາງ ໜຶ່ງເສັ້ນທາງ ແລະເວທີປາໄສສາກົນການຮ່ວມມື ລາວ-ຈີນ

ສະຫລອງ 10 ປີ ການສ້າງໜຶ່ງແລວທາງ ໜຶ່ງເສັ້ນທາງ ແລະເວທີປາໄສສາກົນການຮ່ວມມື ລາວ-ຈີນ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 5 ກໍລະກົດ 2023, ທີ່ນະຄອນຫລວງວຽງຈັນ ສະຖາບັນອຸດສາຫະກໍາ ແລະ ການຄ້າ (ສອຄ) ກະຊວງ (ສອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າການເງິນ ມະຫາວິທະຍາໄລເຢິນມິນ ສປ ຈີນ ໄດ້ຮ່ວມກັນຈັດກອງປະຊຸມສະຫລອງ 10 ປີ ການສ້າງຕັ້ງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ເວທີປາໄສສາກົນຂອງການຮ່ວມມື ລາວ-ຈີນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈ້າວເຫວິນຢູ ທີ່ປຶກສາທູດເສດຖະກິດ-ການຄ້າ ສະຖານທູດສປ ຈີນ ປະຈໍາ ສປປ ລາວ, ມີທ່ານ ວຽງສະຫວ່າງ ທິບພະວົງ ຮອງສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ (ສອຄ), ກະຊວງ (ອຄ), ທ່ານ ຫວາງເຫວິນ ຫົວໜ້າສະຖານບັນຄົ້ນຄວ້າການເງິນສົງຢາງ ມະຫາວິທະຍາໄລເຢິນມິນ ສປ ຈີນ, ພ້ອມດ້ວຍຊ່ຽວຊານການເມືອງ, ນັກທຸລະກິດ ແລະ ນັກວິຊາການ ທີ່ມີຊື່ສຽງຂອງທັງຝ່າຍລາວ ແລະ ຈີນ 200 ກວ່າທ່ານເຂົ້າຮ່ວມ.

ທ່ານ ວຽງສະຫວ່າງ ທິບພະວົງ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເປັນເວທີສົນທະນາດ້ານວິຊາການຕິດພັນກັບບົດບາດຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ຕໍ່ການພັດທະນາເສດຖະກິດ ແລະສັງຄົມລະຫວ່າງ ສປປ ລາວ ແລະ ສປ ຈີນ, ນອກນັ້ນກໍເພື່ອເປັນການປະກອບສ່ວນສະຫລອງ 10 ປີການເຂົ້າຮ່ວມແນວຄິດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ( BRI) ຂອງສປປ ລາວ.

ໃນກອງປະຊຸມ, ໄດ້ແບ່ງອອກເປັນສອງວາລະຄື: ວາລະທີໜຶ່ງ ການເຜີຍແຜ່ຜົນສໍາເລັດໃນຮອບ 10 ປີຂອງການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຈາກສະຖາບັນຄົ້ນຄວ້າການເງິນ ມະຫາວິທະຍາໄລເຢິນມິນ ສປ ຈີນ ແລະ ວາລະທີສອງທັງສອງຝ່າຍລາວ-ຈີນ ໄດ້ສະແດງຄໍາຄິດເຫັນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” (BRI) ແລະໄດ້ມີການສົນທະນາຢ່າງເລິກເຊິ່ງກ່ຽວກັບອະນາຄົດຂອງການຮ່ວມມື ຈີນ-ລາວ ພາຍໃຕ້ຂອບ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ຝ່າຍລາວ ໄດ້ແລກປ່ຽນຄໍາຄິດເຫັນໃນຫົວຂໍ້: ບົດບາດຂອງ ” ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ຕໍ່ກັບການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃນແຕ່ລະດ້ານເຊັ່ນ: ການຄ້າ, ແລວທາງເສດຖະກິດ ລາວ-ຈີນ, ການຜະລິດກະສິກໍາ, ການທ່ອງທ່ຽວ ແລະ ການຂົນສົ່ງ. ຈາກນັ້ນຊ່ຽວຊານຈີນ ກໍໄດ້ສະແດງຄໍາຄິດເຫັນໃນແຕ່ລະດ້ານເຊັ່ນ: ການພັດທະນາສີຂຽວຂອງຈີນ ແລະ ອາຊຽນ ພາຍໃຕ້ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ກໍລະນີສຶກສາທາງລົດໄຟ ລາວ-ຈີນ, ການເຂົ້າຮ່ວມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ “ຂອງບັນດາປະເທດໃນໂລກ, ” ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ຕໍ່ການປະກອບສ່ວນຫລຸດຜ່ອນຄວາມທຸກຍາກ, ເສັ້ນທາງລົດໄຟ ລາວ-ຈີນ ຕໍ່ການຜະລິດກະສິກໍາຂອງລາວ ເພື່ອສົ່ງອອກໄປຈີນ ແລະ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໃນການເຊື່ອມໂຍງກັບພາກພື້ນ.

ທ່ານ ສິດທິຣົດ ຣາຊພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ແນວຄວາມຄິດ ໜຶ່ງແລວທາງ ໜື່ງເສັ້ນທາງ ນີ້ເປັນແນວຄິດທີ່ຈະຊ່ວຍສະໜັບສະໜູນນະໂຍບາຍຂອງ ສປປ ລາວ ເຮັດໃຫ້ພວກເຮົາສາມາດຂະຫຍາຍຖານການຜະລິດເຂົ້າສູ່ຕະຫລາດໃນພາກພື້ນ, ສາມາດດຶງດູດມູນຄ່າການລົງທຶນ ການທ່ອງທ່ຽວ ເຊິ່ງຈະຊ່ວຍໃຫ້ສປປ ລາວ ສາມາດພັດທະນາເສດຖະກິດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version