Home ຂ່າວພາຍໃນ ວິສາຫະກິດຫວຽດນາມ ລົງທຶນໃນໂຄງການພະລັງງານລົມ ຢູ່ສປປລາວຢ່າງເຂັ້ມແຂງ

ວິສາຫະກິດຫວຽດນາມ ລົງທຶນໃນໂຄງການພະລັງງານລົມ ຢູ່ສປປລາວຢ່າງເຂັ້ມແຂງ

0

ຕາມຂ່າວສານ ຫວຽດນາມ, ວັນທີ 6 ກໍລະກົດ, ລັດຖະບານລາວ ແລະ ບໍລິສັດ ຫຸ້ນສ່ວນ ການລົງທຶນ AMI Renewables ຂອງ ແຂວງກວາງບິ່ງ ໄດ້ລົງນາມ ສັນຍາຂໍ້ຕົກລົງ ການພັດທະນາ ໂຄງການ ໂຮງໄຟຟ້າ ພະລັງງານລົມ AMI Savannakhet ຢູ່ ນະຄອນຫລວງວຽງຈັນ. ນີ້ຖືເປັນ ໜຶ່ງໃນ ບັນດາ ໂຄງການ ທ່ີລັດຖະບານລາວ ໄດ້ບັນທຶກເຂົ້າ ໃນບັນຊີ ບັນດາ ໂຄງການ ຂາຍໄຟຟ້າ ໃຫ້ແກ່ ປະເທດ ຫວຽດນາມ ໃນປີ 2025 ໂດຍມີ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກ ຄະລັດຖະທູດ ຫວຽດນາມ ປະຈຳລາວ ແລະ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ສື່ສານ, ຜູ້ຕາງໜ້າ ກະຊວງແຜນການ ແລະ ການລົງທຶນ, ຜູ້ຕາງໜ້າ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ແລະ ຜູ້ຕາງໜ້າ ແຂວງກວາງບິ່ງ ພ້ອມດ້ວຍ ເຈົ້າໜ້າທີ່ຂັ້ນສູງ ຈາກ ຂະແໜງການ ທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນຂອງລາວ ກ່າວໃນພິທີ ລົງນາມດັ່ງກ່າວ ໂດຍຕີລາຄາສູງ ຕໍ່ຄວາມຄືບໜ້າໃນການ ຜັນຂະຫຍາຍ ໂຄງການ ແລະ ຄວາມສຳເລັດ ໃນພາລະກິດ ຢ່າງຖຶກຕ້ອງ ຕາມຂໍ້ຕົກລົງ ທີໄດ້ລົງນາມ ສັນຍາ ຂອງ ນັກລົງທຶນ. ໃນນີ້, ທ່ານໄດ້ເນັ້ນໜັກເຖິງ ໂຄງການດັ່ງກ່າວ ໄດ້ນຳເຂົ້າ ບັນຊີ ບັນດາ ໂຄງການ ຂາຍໄຟຟ້າ ໃຫ້ແກ່ ຫວຽດນາມ ໃນປີ 2025, ພ້ອມກັນນັ້ນ ທ່ານ ຍັງໄດ້ສະແດງ ຄວາມປາດຖະໜາ ໃນຕໍ່ໜ້າ ຢາກໃຫ້ ເຈົ້າຂອງ ໂຄງການລົງທຶນ ສືບຕໍ່ ປະສານງານ ຢ່າງແໜ້ນແຟ້ນ ກັບ ບັນດາ ກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການ ຜັນຂະຫຍາຍ ໂຄງການ ດັ່ງກ່າວ ໃຫ້ມີ ຄວາມຄືບໜ້າ ແລະ ການປະຕິບັດ ສິດອຳນາດ ຢ່າງຮອບດ້ານ ແລະ ພາລະກິດ ຂອງ ຕົນ ຕາມຂໍ້ຕົກລົງສັນຍາ ທີ່ໄດ້ລົງນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version