Home ຂ່າວພາຍໃນ ເມືອງຈັນທະບູລີ ສ້າງຂະບວນອະນາໄມ ທຳລາຍແຫລ່ງເພາະພັນ ໜອນນໍ້າຍຸງລາຍ

ເມືອງຈັນທະບູລີ ສ້າງຂະບວນອະນາໄມ ທຳລາຍແຫລ່ງເພາະພັນ ໜອນນໍ້າຍຸງລາຍ

0

ການນຳເມືອງຈັນທະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງ ນະຄອນ ຫລວງວຽງຈັນ ໄດ້ສ້າງຂະບວນອະນາໄມທຳລາຍແຫລ່ງເພາະພັນໜອນນໍ້າ ຍຸງລາຍ ທີ່ບ້ານໜອງທາເໜືອ ໃນວັນທີ 8 ກໍລະກົດ 2023. ເຂົ້າຮ່ວມໃນຂະບວນຄັ້ງນີ້, ມີທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດວງຕາ ສຸລິວົງ ກໍາມະການພັກນະຄອນຫລວງ, ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ, ມີບັນດາຄະນະກົມ, ຫ້ອງການ, ສູນອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ຄະນະຫ້ອງການ ສາທາລະນະສຸກເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ແນະນຳໃຫ້ທຸກພາກ ສ່ວນຕ້ອງໄດ້ຊ່ວຍກັນເປັນເຈົ້າການໃນການຊີ້ນຳ ນຳພາ ແລະ ໃຫ້ການ ຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງ ບຸກຄົນ, ຄອບຄົວ ໃນການປະຕິບັດຫລັກການ 05 ປ, ຈັດສັນເວລາສ້າງຂະ ບວນການອະນາໄມ ທໍາລາຍແຫລ່ງເພາະພັນຍຸງລາຍທຸກໆອາທິດ ໃນສະຖານທີ່ເຮັດວຽກ, ທີ່ພັກອາໄສ ແລະ ສໍາຄັນອີກອັນໜຶ່ງ ຖ້າມີຄົນ ເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປ ກວດຕາມຄຣີນິກ ຫລື ຊື້ຢາມາກິນເອງ ສິ່ງສຳຄັນຫ້າມເດັດຂາດ ເວລາເຈັບເປັນ ບໍ່ໃຫ້ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ບ້ານ ໂດຍການໃສ່ນ້ຳທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດ ໃຫ້ເສຍຊີວິດໄດ້.

ຂ່າວ-ຮູບພາບ: ສູນຂ່າວສານການແພດສຸຂະສຶກສາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version