Home ຂ່າວຕ່າງປະເທດ ສສ ຫວຽດນາມ ຈັດເວທີປາໄສວິສາຫະກິດພາກພື້ນ ສິງກະໂປ 2023

ສສ ຫວຽດນາມ ຈັດເວທີປາໄສວິສາຫະກິດພາກພື້ນ ສິງກະໂປ 2023

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ສົມທົບກັບ ສະຫະພັນ ວິສາ ຫະກິດ ສິງກະໂປ ຈັດເວທີ ປາໄສ ວິສາຫະກິດ ໃນພາກພື້ນ ສິງກະໂປ (SRBF) ຄັ້ງທີ 7 ດ້ວຍຫົວຂໍ້ “ເພີ່ມທະວີ ການຮ່ວມມື ໃນພາກພື້ນ ເພື່ອການ ເຕີບໂຕ ແບບຍືນຍົງ”. ຈາກ​ນັ້ນ ທ່ານ ທັນ​ ລີ ​ເຊັງ(Tan Lee Seng), ລັດຖະມົນຕີ ກະຊວງ ແຮງງານ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ປະເທດ ສິງກະໂປ ແລະ ທ່ານ ຫງວຽນຮົ່ງຢ້ຽນ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາ ​ໄດ້​ຍົກ​ໃຫ້​ເຫັນ ບັນດາ ການເຄື່ອນໄຫວ ແທດຈິງ ເພື່ອແນ ໃສ່ ສະເຫລີມ ສະຫລອງ 50 ປີ ແຫ່ງວັນສ້າງຕັ້ງ ການພົວພັນ ທາງການທູດ ສອງຝ່າຍ (1973 – 2023) ແລະ 10 ປີ ແຫ່ງ ວັນສ້າງຕັ້ງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ (2013–2023) ລະຫວ່າງ ສິງກະໂປ ແລະ ຫວຽດນາມ. ນີ້ແມ່ນປີທີ 7 ເວທີປາໄສ ໄດ້ຈັດຂຶ້ນ ແລະ ເປັນປີທຳອິດ ໄດ້ຈັດຕັ້ງ ຢູ່ນອກ ປະເທດ ສິງກະໂປ, ດ້ວຍເປົ້າໝາຍ ເພີ່ມທະວີ ການຮ່ວມມື ໃນພາກພື້ນ, ຊອກຫາ ກາລະ ໂອກາດ ດຳເນີນທຸລະກິດ ແບບຍືນຍົງ, ເປີດກວ້າງ ການພົວພັນ ດ້ານເສດ ຖະກິດ ແລະ ສ້າງຄວາມສະໜິດ ຕິດພັນ ລະຫວ່າງ ສິງກະໂປ ແລະ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version