Home ຂ່າວຕ່າງປະເທດ ສປຊ ຮຽກຮ້ອງ ການລົງທຶນຂະໜາດໃຫຍ່ໃຫ້ແກ່ພະລັງງານສະອາດ

ສປຊ ຮຽກຮ້ອງ ການລົງທຶນຂະໜາດໃຫຍ່ໃຫ້ແກ່ພະລັງງານສະອາດ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ສປຊ ຮຽກຮ້ອງການລົງທຶນຂະໜາດໃຫຍ່ໃຫ້ແກ່ພະລັງງານສະອາດຢູ່ບັນດາ ປະເທດ ພວມພັດທະນາ, ຖ້າບໍ່ລົງທຶນກໍ່ຍາກທີ່ຈະບັນລຸໄດ້ບັນດາເປົ້າໝາຍ ກ່ຽວກັບການຮັບມືກັບດິນຟ້າ ອາກາດ ໃນປີ 2030. ຕາມກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ແລ້ວ, ບັນດາປະເທດພວມພັດທະນາ ຕ້ອງການບ້ວງເງິນລົງທຶນ ໃຫ້ແກ່ພະລັງງານທົດແທດ ທີ່ມີມູນຄ່າ ປະມານ 1.700 ຕື້​ໂດ​ລາສະຫະລັດ ຕໍ່ປີ ແຕ່ດຶງດູດ ໄດ້ເງິນລົງທຶນ ໂດຍກົງ ຈາກຕ່າງປະເທດ ໃຫ້ແກ່ ພະລັງງານ ສະອາດ ໃນປີ 2022 ໄດ້ພຽງ ແຕ່ ປະມານ 544 ຕື້​ໂດ​ລາ ​ສະຫະລັດ ເທົ່ານັ້ນ. ​ໃນ​ໂອກາດ​ນີ້ ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ (Antonio Guterres),ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ: ໂລກ ຈະບໍ່ ຕອບສະໜອງ ໄດ້ຄວາມຮຽກຮ້ອງ ຕ້ອງການ ດ້ານ ພະລັງງານ ແລະ ບໍ່ສາມາດ ປົກປ້ອງ ໜ່ວຍໂລກ ແລະ ອະນາຄົດໄດ້ ຖ້າຫາກວ່າ ພາກ ເອກະ ຊົນ ບໍ່ລົງທຶນ ດ້ວຍຂອບ ຂະໜາດໃຫຍ່ ໃຫ້ແກ່ ພະລັງງານ ທົດແທນ ຢູ່ບັນ ດາ ປະເທດ ພວມພັດທະນາ. ຂະນະ​ທີ່ ໂລກ ພວມມີ ການກະທຳທີ່ ຊ້າລົງ ຢ່າງໜ້ອຍສຸດ ແມ່ນ 10 ປີ ໃນບັນດາ ຄວາມ ມານະ ພະຍາຍາມ ເພື່ອແນ ໃສ່ ຫລຸດຜ່ອນ ສະພາບ ການໜ່ວຍໂລກ ອຸ່ນຂຶ້ນ. ດັ່ງນັ້ນ, ການລົງທຶນ ໃຫ້ແກ່ ພະລັງງານ ທົດແທນ ຢູ່ບັນດາ ປະເທດ ພວມພັດທະນາ ແມ່ນວຽກ ງານ ຈຳເປັນ ແລະ ແມ່ນວິທີ ປະຢັດທີ່ສຸດ ເພື່ອເພີ່ມທະວີ ພະລັງງານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version