Home ຂ່າວຕ່າງປະເທດ UN ເຕືອນ ການປ່ຽນແປງສະພາບອາກາດສະທ້ອນໃຫ້ເຫັນເຖິງອະນາຄົດທີ່ໜ້າເປັນຫ່ວງ

UN ເຕືອນ ການປ່ຽນແປງສະພາບອາກາດສະທ້ອນໃຫ້ເຫັນເຖິງອະນາຄົດທີ່ໜ້າເປັນຫ່ວງ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກໍລະກົດ ຜ່ານມາ, ທ່ານ ໂວເຄີ ເຕຼີກ (Volker Turk) ຂ້າຫຼວງໃຫຍ່ດ້ານສິດທິມະນຸດຊົນແຫ່ງສະຫະປະຊາຊາດ (UN) ກ່າວເຕືອນວ່າ: ການປ່ຽນແປງຂອງສະພາບອາກາດມີທ່າອ່ຽງເຮັດໃຫ້ອະນາຄົດໜ້າເປັນຫ່ວງ ຄວາມອຶດຫິວ ແລະ ຄວາມທຸກທໍລະມານ.

ທ່ານ ໂວເຄີ ເຕຼີກ ກ່າວໃນການອະພິປາຍຂອງຄະນະລັດຖະມົນຕີສິດທິມະນຸດຊົນແຫ່ງສະຫະປະຊາຊາດ (UNHRC) ກ່ຽວກັບສິດທິຕໍ່ອາຫານວ່າ: ເຫດການສະພາບອາກາດກຳລັງທຳລາຍພືດຜົນ, ຝູງສັດ ແລະ ລະບົບນິເວດ ສົ່ງຜົນໃຫ້ຫຼາຍຊຸມຊົນບໍ່ສາມາດປັບປຸງ ແລະ ລ້ຽງຕົວເອງໄດ້. ທ່ານ ໂວເຄີ ເຕຼີກ ກ່າວວ່າ: ປະຊາກອນຫຼາຍກວ່າ 828 ລ້ານຄົນ ປະເຊີນກັບຄວາມອຶດຫິວໃນປີ 2021 ແລະ ຄາດວ່າ ການປ່ຽນແປງສະພາບອາກາດຈະເຮັດໃຫ້ຜູ້ຄົນອີກ 80 ລ້ານຄົນຕົກຢູ່ໃນຄວາມສ່ຽງຂອງຄວາມອຶດຫິວພາຍໃນໄລຍະກາງສະຕະວັດນີ້. ທ່ານກ່າວຕື່ມວ່າ: ການຈັດການກັບການປ່ຽນແປງສະພາບອາກາດ ເປັນບັນຫາດ້ານສິດທິມະນຸດຊົນ ຊຶ່ງມັນຍັງມີເວລາທີ່ຈະດຳເນີນການ ແຕ່ເວລາທີ່ວ່ານັ້ນຄືເວລາໃນຂະນະນີ້. ໂດຍອີງຕາມຂໍ້ຕົກລົງປາຣີສະບັບປີ 2015 ປະເທດຕ່າງໆຕົກລົງຮ່ວມກັນວ່າ ຈະຈຳກັດການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ເກີນ 2 ອົງສາເໜືອລະດັບສະເລ່ຍໃນລະຫວ່າງປີ 1850-1900 ແລະ ຈຳກັດໄວ້ທີ່ 1,5 ອົງສາ ຖ້າຫາກເປັນໄປໄດ້ ໂດຍອຸນຫະພູມສະເລ່ຍທົ່ວໂລກໃນປີ 2022 ຢູ່ທີ່ 1,15 ອົງສາ ຊຶ່ງສູງກວ່າຄ່າສະເລ່ຍຂອງປີ 1850-1900. ເຖິງຢ່າງໃດກໍຕາມ, ຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດແຫ່ງສະຫະປະຊາຊາດ (IPCC) ລະບຸວ່າ: ຈາກທ່າອ່ຽງຂອງນະໂຍບາຍໃນປັດຈຸບັນໂລກຈະຮ້ອນຂຶ້ນ 2,8 ອົງສາພາຍໃນທ້າຍສະຕະວັດນີ້.

ທ່ານ ໂວເຄີ ເຕຼີກ ກ່າວຕື່ມວ່າ: ເຖິງແມ່ນວ່າບັນດາຜູ້ນຳໂລກສະແດງທ່າທີຂອງການຕັດສິນໃຈ ແລະ ການໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການຈັດການກັບການປ່ຽນແປງສະພາບອາກາດ ແຕ່ມັນເປັນພຽງໃນໄລຍະສັ້ນ ອີກທັງທ່ານຍັງຮຽກຮ້ອງໃຫ້ຢຸດຕິການສະໜັບສະໜູນແບບບໍ່ມີສະຕິໃນອຸດສາຫະກຳເຊື້ອໄຟຟອສຊິນ ແລະ ກ່າວວ່າການປະຊຸມລັດຖະພາຄີອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມອາກາດຕາມຂອບຂອງອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມອາກາດ (UNFCCC) ຄັ້ງທີ 28 ຫຼື COP28 ທີ່ເມືອງດູໄບ ໃນເດືອນພະຈິກເຖິງເດືອນທັນວານີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version