Home ຂ່າວພາຍໃນ ເມືອງເລົ່າງາມ ເກັບລາຍຮັບເຂົ້າງົບປະມານບັນລຸ 7 ຕື້ກວ່າກີບ

ເມືອງເລົ່າງາມ ເກັບລາຍຮັບເຂົ້າງົບປະມານບັນລຸ 7 ຕື້ກວ່າກີບ

0

ທ່ານ ເພັດພະຈັນ ພິມທິສານ ຫົວໜ້າຫ້ອງການໆເງິນເມືອງເລົ່າງາມ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງສາລະວັນ ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານ ບັນລຸຕາມຄາດໝາຍທີ່ວາງໄວ້ໃນແຕ່ລະດ້ານ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມບາດກ້າວ ແລະ ແຜນການທີ່ວາງໄວ້ໃນແຕ່ລະໄລຍະ ໂດຍສະເພາະຖານຂໍ້ມູນເກົ່າທີ່ມີຢູ່ແລ້ວ, ຂໍ້ມູນໃໝ່ ແລະ ໄດ້ຕິດຕາມກວດກາ ເປັນປົກກະຕິ, ເລີ່ມຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2023 ແຕ່ຫົວທີ ຊຶ່ງໄລຍະ 6 ເດືອນຕົ້ນປີ 2023 ສາມາດປະຕິບັດໄດ້ທັງໝົດ 7.456 ລ້ານກີບ ເທົ່າກັບ 74,07% ຂອງແຜນການປີ ທຽບໃສ່ແຜນ 6 ເດືອນຕົ້ນປີ ເທົ່າກັບ 129,84%. ໃນນັ້ນຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 5,2 ຕື້ກີບ ເທົ່າກັບ 59,49% ເປັນຕົ້ນ: ອາກອນປົກກະຕິ 3,6 ຕື້ກວ່າກີບ, ຄ່າທໍານຽມ 42 ລ້ານກີບ, ຄ່າບໍລິການ 736 ລ້ານກີບ, ພາສີທີ່ດິນ 852 ລ້ານກີບ ແລະ ລາຍຮັບຈາກຊັບສິນຂອງລັດ 2,1 ຕື້ກີບ ເທົ່າກັບ 181,80%, ສ່ວນດ້ານການຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 2,3 ຕື້ກວ່າກີບ ເທົ່າກັບ 47,42% ເຊັ່ນ: ຈ່າຍເງິນອຸດໜູນ, ນະໂຍບາຍ 363 ລ້ານກີບ, ບໍລິຫານປົກກະຕິ 590 ລ້ານກີບ, ຈ່າຍດ້ານວິຊາການ 736 ລ້ານກີບ, ດັດສົມສົ່ງເສີມ ປະຕິບັດໄດ້ 189 ລ້ານກີບ ແລະ ຈ່າຍການລົງທຶນກໍ່ສ້າງ 504 ລ້ານກີບ.

ຈາກຜົນສຳເລັດໃນການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ເມືອງເລົ່າງາມ ໃນໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ໃນຫຼາຍບັນຫາທີ່ສຳຄັນ ໂດຍສະເພາະຂອດຂັ້ນການປະສານງານ ແລະ ໄດ້ແບ່ງຄວາມຮັບຜິດຊອບ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ, ລົງເລີກເກັບກໍາຂໍ້ມູນຢ່າງລະອຽດ ແລະ ກ່ຽວກັບລາຍຮັບທີ່ມີຢູ່ແລ້ວ, ຕິດຕາມກວດກາຄືນບັນດາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດເກົ່າ ແລະ ການດໍາເນີນທຸລະກິດໃໝ່ ເຊັ່ນ: ເນື້ອທີ່ດິນ, ນັກທຸລະກິດ, ຜູ້ປະກອບການ, ການສຳປະທານດິນໃນຂອບເຂດເມືອງ, ນັບແຕ່ຂັ້ນບ້ານ, ນອກນັ້ນຄະນະນຳເມືອງ ໄດ້ລົງຊີ້ນຳໃນແຕ່ລະກຸ່ມບ້ານ ລົງແກ້ໄຂຊ່ວຍວິຊາການແກ້ໄຂບັນຫາ ຂໍ້ຫຍຸ້ງຍາກຕ່າງໆ ເຮັດໃຫ້ການເກັບລາຍ ຮັບລື່ນຄາດໝາຍເກືອບທຸກໆປີ.

ສຳລັບໃນໄລຍະ 6 ເດືອນທ້າຍປີ 2023 ຈະໄດ້ສູ້ຊົນຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້ໃນການເກັບລາຍຮັບໃຫ້ບັນລຸໄດ້ 3.894 ລ້ານກີບ ເປັນຕົ້ນ: ລາຍຮັບສ່ວຍສາອາກອນ ໃຫ້ໄດ້ 3,5 ຕື້ກວ່າກີບ, ຮັບຈາກຊັບສິນຂອງລັດ 302 ລ້ານກີບ, ເອົາໃຈໃສ່ໃນການຄຸ້ມຄອງດ້ານລາຍຈ່າຍ ໃຫ້ມີຄວາມເຂັ້ມງວດ, ຖືກຕ້ອງ ແລະ ສອດຄ່ອງກັບວຽກງານຕົວຈິງ ທັງໝົດໃຫ້ໄດ້ 2,6 ຕື້ກີບ ແລະ ເຮັດໃຫ້ໂຕເລກດຸ່ນດ່ຽງດ້ານງົບປະມານ ໃຫ້ໄດ້ 1,2 ຕື້ກີບ ຂຶ້ນໄປ ເພື່ອຈະສາມາດຕອບສະໜອງການດຸ່ນດ່ຽງໃຫ້ແຂວງ 1,3 ຕື້ກີບ. ທັງປະຕິບັດຕາມວຽກງານຈຸດສຸມໃນແຕ່ລະດ້ານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ບັນລຸຕາມຄາດໝາຍ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version