Home ຂ່າວພາຍໃນ ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3

ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3

0

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມ​ກັບສະພາການຄ້າກວາງຊີ ປະຈຳລາວ ໄດ້ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3 ຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ ມ.ຊ ຊຶ່ງມີ ທ່ານ ໂພສີ ທີບດາວັນ ຮອງອະທິການບໍດີ ມ.ຊ, ມີທ່ານ ເສີນຊິນຫຼູ ປະທານສະພາການຄ້າກວາງຊີປະຈຳລາວ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖບັນ, ຫົວໜ້າບໍລິສັດ-ລັດວິສາຫະກິດລາວ-ຈີນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ໂພສີ ທີບດາວັນ ກ່າວວ່າ: ງານຕະຫຼາດນັດແຮງງານຂອງສະພາການຄ້າກວາງຊີ ຈະໄດ້ຈັດຂຶ້ນທຸກປີ ຊຶ່ງຄັ້ງທຳອິດຈັດຂຶ້ນໃນປີ 2020, ສຳລັບປີນີ້ຈັດຂຶ້ນເປັນຄັ້ງທີ 3 ຖືເປັນໂອກາດອັນດີທີ່ສຸດໃຫ້ແກ່ນັກສຶກສາທີ່ກຳລັງຈະຈົບການສຶກສາ ເພື່ອຊອກວຽກເຮັດງານທຳ ແລະ ໄດ້ຮູ້ຈັກກັບບັນດາບໍລິສັດຕ່າງໆເພື່ອສ້າງໂອກາດໃນການເຮັດວຽກທີ່ດີໃນອະນາຄົດ ຊຶ່ງມີບໍລິສັດເຂົ້າຮ່ວມຫຼາຍກວ່າ 36 ບໍລິສັດ. ຄາດວ່າຈະມີຜູ້ເຂົ້າຮ່ວມຫຼາຍກວ່າ 15.000 ຄົນ.

ທ່ານ ເສີນຊີນຫຼູ ກ່າວວ່າ: ການຈັດງານຕະຫຼາດນັດຄັ້ງນີ້, ເປັນກິດຈະກຳໜຶ່ງທີ່ສຳຄັນ ເພື່ອສ້າງປະໂຫຍດໃຫ້ແກ່ສັງຄົມ. ຈຸດປະສົງເພື່ອເປັນຂົວຕໍ່ສຳຄັນໃຫ້ກັບບັນດາບໍລິສັດ ແລະ ນັກສຶກສາໄດ້ພົບປະໂອ້ລົມກັນ ຊຶ່ງເປັນເວທີທີ່ສຳຄັນໃຫ້ບໍລິສັດ ສາມາດປະກາດຫາບຸກຄະລາກອນປະກອບເຂົ້າໃນຕໍາແໜ່ງງານຕ່າງໆ ແລະ ເປັນໂອກາດທີ່ດີທີ່ສຸດໃຫ້ນັກສຶກສາ ສາມາດຊອກວຽກເຮັດງານທຳທີ່ໝັ້ນຄົງ. ໃນພິທີສະພາການຄ້າກວາງຊີໄດ້ມອບທຶນການສຶກສາ ໃຫ້ນັກສຶກສາຜູ້ທຸກຍາກ ທີ່ກຳລັງຮຽນພາສາຈີນຢູ່ສະຖາບັນຂົງຈື ຈຳນວນ 100 ທຶນ, ມູນຄ່າ 50 ລ້ານກີບ. ງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າຈະ ດຳເນີນໄປຈົນຮອດວັນທີ 6 ກໍລະກົດນີ້.

ຂ່າວ-ພາບ: ບຸນ​ຕອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version