Home ຂ່າວຕ່າງປະເທດ ການນຳກຸ່ມ MERCOSUR ສຳເລັດການເຈລະຈາສັນຍາ FTA ກັບ EU

ການນຳກຸ່ມ MERCOSUR ສຳເລັດການເຈລະຈາສັນຍາ FTA ກັບ EU

0

ສຳນັກຂ່າວສານຫວຽດນາມລາຍງານວ່າ: ວັນທີ 4 ກໍລະກົດ ຜ່ານມານີ້, ຢູ່ນະຄອນຫຼວງບົວໂນສ ແອເຣສ ປະເທດອາກຊັງຕິນ, ບັນດາການນຳຂອງຕະຫຼາດຮ່ວມອາເມຣິກາໃຕ້ (MERCOSUR) ໄດ້ສຳເລັດກອງປະຊຸມທີ່ດຳເນີນເປັນເວລາ 2 ວັນ ດ້ວຍຄຳໝັ້ນສັນຍາຈະບັນລຸສັນຍາການຄ້າເສລີ (FTA) ກັບສະຫະພາບເອີຣົບ (EU) ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ກອງປະຊຸມດັ່ງກ່າວ, ໄດ້ມີການເຂົ້າຮ່ວມຂອງປະມຸກລັດຂອງບັນດາປະເທດສະມາຊິກ MERCOSUR, ລວມມີ ທ່ານ ອັລເບີໂຕ ເຟີນັນເດຊ ປະທານາທິບໍດີ ອາກຊັງຕິນ, ທ່ານ ລຸຍສ ລາແຄວ ພູ ປະທານາທິບໍດີ ອູຣູກວາຍ, ທ່ານ ມາຣິໂອ ແອັບໂດ ເບນີເຕຊ ປະທານາທິບໍດີ ປາຣາກວາຍ ແລະທ່ານ ລຸຍສ ນາຊີໂອ ລູລາ ດາ ຊີລວາ ປະທານາທິບໍດີເບຣຊິນ.

ໃນກອງປະຊຸມ, ປະເທດເບຣຊິນ ໄດ້ຮັບຕຳແໜ່ງເປັນປະທານກຸ່ມ MERCOSUR ຢ່າງເປັນທາງການຈາກປະເທດເຈົ້າພາບ ອາກຊັງຕິນ.

ກ່າວຄຳປາໄສໃນພິທີມອບ-ຮັບ, ທ່ານ ລຸຍສ ນາຊີໂອ ລູລາ ດາ ຊີລວາ ປະທານາທິບໍດີ ເບຣຊິນ ໃຫ້ຄຳໝັ້ນສັນຍາຈະເລັ່ງລັດລົງນາມສັນຍາ FTA ລະຫວ່າງ MERCOSUR ແລະ EU, ອີງໃສ່ການຮັບປະກັນຊ່ອງວ່າງທີ່ຈຳເປັນໃຫ້ແກ່ການຮັບຮອງເອົາບັນດານະໂຍບາຍທີ່ມີຜົນປະໂຫຍດຕໍ່ທຸກຝ່າຍ.

ນອກນີ້, ທ່ານ ລຸຍສ ນາຊີໂອ ລູລາ ດາ ຊີລວາ ຢືນຢັນວ່າ: ກຸ່ມ MERCOSUR ຈະຊຸກຍູ້ສັນຍາການຄ້າກັບ ການາດາ, ສ ເກົາຫຼີ ແລະ ສິງກະໂປ. ຈະພິຈາລະນາເປີດການເຈລະຈາກັບຄູ່ຮ່ວມມືອື່ນໆ ຄື: ຫວຽດນາມ, ຈີນ, ອິນໂດເນເຊຍ, ເຊັ່ນດຽວກັບຫຼາຍປະເທດໃນອາເມຣິກາກາງ ແລະ ຄາຣິບຽນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version