Home ຂ່າວໜ້າໜຶ່ງ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີV

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີV

0

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກຂອງກະຊວງ ຖວທ ສະໄໝທີV ໄດ້ໄຂຂື້ນ ໃນວັນທີ 05 ກໍລະກົດ 2023 ທີ່ຫ້ອງປະຊຸມຫໍວັດທະນະທຳແຫ່ງຊາດ. ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ເຂົ້າຮ່ວມມີ ສະຫາຍກຳມະການກົມການສູນກາງພັກ, ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກກະຊວງ, ຄະນະປະຈຳພັກກະຊວງ, ກຳມະການພັກ, ຄະນະພັກຮາກຖານ, ພ້ອມດ້ວຍຄະນະວິຊາການຈາກຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

ໃນວາລະກອງປະຊຸມຈະໄດ້ ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ ສະໄໝທີ V, ຮັບຟັງຄຳເຫັນຊີ້ນຳຕໍ່ການທາບທາມຢັ່ງຫາງສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ, ພ້ອມທັງດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ.

ໃນວາລະກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຮ່າງບົດສະຫຼຸບການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ສະຫາຍ ເລຂາຄະນະພັກກະຊວງໃນໄລຍະກາງສະໃໝຜ່ານມາ ແລະ ທິດທາງນຳພາປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ,

ແລະ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານຖວທ ໃນໄລຍະກາງສະໄໝຜ່ານມາ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດສອງວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version