Home ຂ່າວຕ່າງປະເທດ ຈີນ ເຫັນວ່າຕ້ອງສຸມໃສ່ການຮ່ວມມືທີ່ຕິດແທດຕົວຈິງ ເລັ່ງລັດການຟື້ນຟູເສດຖະກິດຄືນໃໝ່

ຈີນ ເຫັນວ່າຕ້ອງສຸມໃສ່ການຮ່ວມມືທີ່ຕິດແທດຕົວຈິງ ເລັ່ງລັດການຟື້ນຟູເສດຖະກິດຄືນໃໝ່

0

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ກໍລະກົດ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ຄັ້ງທີ 23 ແລະ ກ່າວຄຳໄປໄສອັນສຳຄັນຜ່ານທາງວິດີໂອ ຢູ່ນະຄອນຫຼວງປັກກິ່ງ.

ທ່ານ ສີຈິ້ນຜິງ ກ່າວວ່າ: ການຊຸກຍູ້ການເຕີບໂຕຂອງເສດຖະກິດແມ່ນໜ້າທີ່ຮ່ວມກັນຂອງປະເທດໃນພາກພື້ນ. ຈີນຍິນດີຮ່ວມກັບບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຢຶດໝັ້ນທິດທາງອັນຖືກຕ້ອງດ້ານເສດຖະກິດໂລກາພິວັດ, ຄັດຄ້ານລັດທິປົກປ້ອງ, ຄັດຄ້ານການລົງໂທດແບບຝ່າຍດຽວ, ຄັດຄ້ານການຕັດສາຍພົວພັນກັນ, ພະຍາຍາມຂະຫຍາຍການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ກວ້າງຂວາງກວ່າເກົ່າ, ເຮັດໃຫ້ຜົນສຳເລັດດ້ານການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ບັນດາປະເທດຢໃຫຍ່ຫຼວງກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ.

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ການບັນລຸໃຫ້ພາກພື້ນມີຄວາມສະຫງົບ ແລະ ຄວາມໝັ້ນຄົງຢ່າງຖາວອນແມ່ນຄວາມຮັບຜິດຊອບຮ່ວມຂອງພວກເຮົາ. ຈີນຍິນດີຮ່ວມກັບບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຢຶດໝັ້ນການແກ້ໄຂຄວາມຂັດແຍ່ງລະຫວ່າງປະເທດໂດຍຜ່ານການເຈລະຈາ, ຊຸກຍູ້ການແກ້ໄຂບັນຫາສຳຄັນໃນພາກພື້ນ ແລະ ສາກົນໂດຍຜ່ານການເມືອງ, ຮັກສາຄວາມໝັ້ນຄົງໃນພາກພື້ນຢ່າງໜຽວແໜ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version